Saturday, July 27, 2024
Homeຂ່າວພາຍໃນການມອບ-ຮັບ ຫຼັກໝາຍຊາຍແດນຈໍາລອງທີ່ໂຮງຮຽນທະຫານຊາຍແດນ 712

ການມອບ-ຮັບ ຫຼັກໝາຍຊາຍແດນຈໍາລອງທີ່ໂຮງຮຽນທະຫານຊາຍແດນ 712

ໃນຕອນເຊົ້າຂອງວັນທີ 10 ມັງກອນ 2024 ທີ່ໂຮງຮຽນທະຫານຊາຍແດນ 712 ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໄດ້ມີພິທີ ມອບ-ຮັບ ຫຼັກໝາຍຊາຍແດນຈໍາລອງຂຶ້ນ ລະຫວ່າງ ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ໂດຍການເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ແລະ ທ່ານ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງ ທັບ ກະຊວງປ້ອງກັນປະເທດ ໂດຍມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ ກະຊວງປ້ອງກັນປະເທດ ແລະ ຜູ້ຕາງໜ້າຂອງແຂວງບໍລິຄໍາໄຊເຂົ້າຮ່ວມໃນພິທີດັ່ງກ່າວ.

ການກໍ່ສ້າງຫຼັກໝາຍຊາຍແດນຈໍາລອງດັ່ງກ່າວ ແມ່ນເພື່ອນໍາໃຊ້ເຂົ້າໃນການຮຽນ-ການສອນ ກ່ຽວກັບວຽກງານຄຸ້ມຄອງຊາຍແດນ ໃນພາກທິດສະດີ ແລະ ພາກປະຕິ ບັດຕົວຈິງ ໃຫ້ແກ່ບັນດານາຍທະຫານ ນັກຮົບທີ່ມາຮຽນຢູ່ໂຮງຮຽນທະຫານຊາຍ ແດນ ນອກຈາກນັ້ນ ກໍຍັງເປັນການເຜີຍແຜ່ໃຫ້ຜູ້ທີ່ມີຄວາມສົນໃຈຢູ່ໃນສັງຄົມເຫັນໄດ້ຫຼັກໝາຍຊາຍແດນຈໍາລອງ ທີ່ມີຂະໜາດ ແລະ ຮູບແບບຄື ແລະ ເທົ່າກັບຫຼັກໝາຍຊາຍແດນຢູ່ພື້ນທີ່ຕົວຈິງ ການກໍ່ສ້າງນີ້ໄດ້ກໍ່ສ້າງຫຼັກໝາຍຊາຍແດນຈໍາລອງຂອງ 5 ປະເທດ ທີ່ມີຊາຍແດນຮ່ວມກັບ ສປປ ລາວ (ສສ ຫວຽດນາມ ສປ ຈີນ ຣາ ຊາອະນາຈັກກໍາປູເຈຍ ສສ ມຽນມາ ແລະ ຣາຊາອະນາຈັກໄທ) ເຊິ່ງຫຼັກໝາຍດັ່ງກ່າວຫຼໍ່ດ້ວຍເບຕົງເສີມເຫຼັກ-ທາສີ ພ້ອມດ້ວຍຕິດເຄື່ອງໝາຍກາຊາດ ຕົວໜັງສື ແລະ ສັນຍາລັກຕ່າງໆໃສ່ຕາມແບບສະເພາະຂອງແຕ່ລະຫຼັກໝາຍຊາຍແດນຂອງ ສປປ ລາວ ກັບບັນດາປະເທດ ທີ່ມີຊາຍແດນຕິດຈອດລວມຈໍານວນຫຼັກໝາຍຈໍາລອງທີ່ກໍ່ສ້າງທັງໝົດ 11 ຫຼັກໝາຍ.

ໃນພິທີດັ່ງກ່າວ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ ການນໍາກະຊວງການຕ່າງປະເທດມອບຫຼັກໝາຍຈໍານວນດັ່ງກ່າວໃຫ້ຜູ້ຕາງໜ້າຈາກກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ແລະ ໄດ້ມອບຕໍ່ໃຫ້ໂຮງຮຽນທະຫານຊາຍແດນ 712 ໂດຍມີຜູ້ຕ່າງໜ້າຈາກກົມກ່ຽວຂ້ອງຂອງສອງກະຊວງ ແລະ ຕາງໜ້າຂອງແຂວງບໍລິຄໍາໄຊ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດດຽວກັນ ການນໍາຂອງກະຊວງການຕ່າງປະເທດ ກະຊວງປ້ອງກັນປະເທດ ຜູ້ຕາງໜ້າຂອງແຂວງບໍລິຄໍາໄຊ ແລະ ຜູ້ເຂົ້າຮ່ວມພິທີກໍໄດ້ເຄື່ອນໄຫວຢ້ຽມຢາມໂຮງຮຽນດັ່ງກ່າວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments