Saturday, July 27, 2024
Homeຂ່າວພາຍໃນຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100...

ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ

ວັນທີ 10 ມັງກອນ 2024 ຄະນະພັກ-ຄະນະນຳ ແລະ ກ້ອນກຳລັງເຍົາວະຊົນ-ຊາວໜຸ່ມ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ເພື່ອສະແດງຄວາມເຄົາລົບຮັກ ຮູ້ບຸນຄຸນ ແລະ ລະນຶກເຖິງຄຸນງາມ ຄວາມດີຂອງບັນດາສະຫາຍ ພະນັກງານ ແລະ ນັກຮົບທີ່ເສຍສະຫຼະຊີວິດ ເພື່ອປະເທດຊາດ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນລາວບັນດາເຜົ່າ ແລະ ລະນຶກເຖິງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ ຜູ້ກໍ່ຕັ້ງ ສຶກສາອົບຮົມ ເຝິກຝົນຫຼໍ່ຫຼອມ ແລະ ທະນຸບຳລຸງກອງທັບປະຊາຊົນລາວຕະຫຼອດມາ ຫຼັງຈາກນັ້ນ ໄດ້ຈັດພິທີ ປາຖະກະຖາ 2 ວັນສຳຄັນປະຫວັດສາດດັ່ງກ່າວ ຂຶ້ນຢູ່ທີ່ສະໂມສອນຂອງເມືອງ ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ປາຖະກະຖາຂອງສະຫາຍ ຄຳຫຼ້າ ຜິວວັນນາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົງສາ ມີຄະນະປະຈຳພັກເມືອງ ກຳມະການພັກເມືອງ ຫົວໜ້າ-ຮອງຫົວໜ້າຫ້ອງການ ກອງກຳລັງ ປກຊ-ປກສ ພະນັກງານລັດຖະກອນອ້ອມຂ້າງເມືອງ ລັດວິສາຫະກິດສູນບໍລິການປະຈຳເມືອງ ແລະ ນາຍບ້ານເທສະບານ.

ໃນພິທີສະຫາຍ ຄຳຫຼ້າ ຜິວວັນນາ ໄດ້ເລົ່າຄືນປະຫວັດສາດການກຳເນີດຂອງກອງທັບປະຊາຊົນລາວ ໂດຍສະເພາະ ສະພາບແວດລ້ອມ ກ່ອນການສ້າງຕັ້ງ ຄວາມໝາຍຄວາມສຳຄັນ ຜົນງານໄຊຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ໃນໄລຍະຕໍ່ສູ້ກູ້ຊາດ ລວມທັງໄລຍະປະຕິບັດພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່ ໂດຍພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໃນນັ້ນ ສະຫາຍໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ ໂດຍສະເພາະທາດແທ້ ມູນເຊື້ອຄວາມຈົ່ງຮັກພັກດີຕໍ່ພັກ ຕໍ່ປະເທດຊາດ ຕໍ່ປະຊາຊົນ ຕໍ່ອຸດົມການສັງຄົມນິຍົມ ນໍ້າໃຈຕໍ່ສູ້ພິລະອາດຫານ ເສຍສະຫຼະ ກ້າແກ່ນ ໜຽວແໜ້ນ ມີໄຫວພິບ ມີຄວາມດຸໝັ່ນຂະຫຍັນພຽນ ມີນໍ້າໃຈປະຢັດມັດທະຍັດ ມີຄວາມສາມັກຄີ ແລະ ມີລະບຽບວິໄນທີ່ເຂັ້ມງວດ ດັ່ງນັ້ນຜ່ານພຶດຕິກໍາຕົວຈິງ ຈາກການຕໍ່ສູ້ກູ້ຊາດຍືດເຍື້ອຍາວນານ ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ: ກອງທັບປະຊາຊົນລາວ ແມ່ນມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ພາຍໃຕ້ການນຳພາເດັດຂາດ ແລະ ຮອບດ້ານຂອງພັກປະຊາຊົນປະຕິວັດລາວ ຈາກນັ້ນ ສະຫາຍ ຄຳຫຼ້າ ຜີວວັນນາ ກໍໄດ້ສືບຕໍ່ປາຖະກະຖາ ລະນຶກວັນເກີດຂອງ ປະທານ ຄໍາໄຕ ສີພັນດອນ ໂດຍໄດ້ຍົກໃຫ້ເຫັນເຖິງບົດບາດອັນສຳຄັນຂອງປະທານ ຄໍາໄຕ ສີພັນດອນ ໃນການຊີ້ນໍາ-ນໍາພາ ປະຕິບັດ 2 ໜ້າທີ່ຍຸດທະສາດ ແລະ ພາລະກິດປ່ຽນແປງໃໝ່ຂອງພັກ ການເຄື່ອນໄຫວຂອງເພິ່ນ ພາຍຫຼັງອອກພັກຜ່ອນ ຮັບບໍານານ ນັບແຕ່ປີ 2006 ເປັນຕົ້ນມາ ເຊິ່ງເພິ່ນໄດ້ສືບຕໍ່ອຸທິດຕົນ ເພື່ອສືບຕໍ່ສ້າງພັກໃຫ້ເຂັ້ມແຂງ ແລະ ມີຄວາມສາມາດປະຕິບັດພາລະກຳປະຫວັດສາດ ສ້າງລະບອບສັງຄົມນິຍົມໃຫ້ເປັນຈິງ ເທື່ອລະກ້າວ ແລະ ເພິ່ນຢາກນໍາພາຈັດຕັ້ງປະຕິບັດແນວທາງຂອງພັກ ໃຫ້ໄດ້ຮັບຜົນ ເພື່ອບັນລຸເປົ້າ ໝາຍທີ່ວ່າ ປະເທດຊາດ ມັ່ງຄັ່ງເຂັ້ມແຂງ ປະຊາຊົນຮັ່ງມີຜາສຸກ ສັງຄົມສາມັກຄີປອງດອງ ມີປະຊາ ທິປະໄຕ ຍຸຕິທໍາ ແລະ ສີວິໄລ.

ຂ່າວ-ພາບ: ກິດຕິສັກ ບົວໄລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments