Home ຂ່າວໜ້າໜຶ່ງ ເຜີຍແຜ່ການກະກຽມເປັນປະທານອາຊຽຂອງ ສປປ ລາວ ປີ 2024

ເຜີຍແຜ່ການກະກຽມເປັນປະທານອາຊຽຂອງ ສປປ ລາວ ປີ 2024

0
67

ກະຊວງການຕ່າງປະເທດຈັດກອງປະຊຸມເຜີຍແຜ່ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ໃນວັນທີ 10 ມັງກອນ 2024 ທີ່ສູນການຮ່ວມມືສາກົນ ແລະ ເຝິກອົບຮົມ (ICTC) ເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຮອງປະທານ ຜູ້ປະຈໍາການຄະນະຊີ້ນໍາລະດັບຊາດເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນຂອງ ສປປ ລາວ ມີລັດຖະມົນຕີ ຮອງລັດຖະມົນຕີ ຮອງເຈົ້າຄອງ ພະນັກງານຫຼັກແຫຼ່ງຂອງບັນດາກະຊວງຂະແໜງການ ອົງການປົກຄອງນະຄອນຫຼວງວຽງຈັນ ຄູອາຈານ ແລະ ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ. ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ເພື່ອສົ່ງເສີມຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ບັນດາຜູ້ເຂົ້າຮ່ວມກ່ຽວກັບຄວາມໝາຍຄວາມສໍາຄັນໃນການເປັນປະທານອາຊຽນ ໂດຍສະເພາະແມ່ນຄໍາຂວັນ ແລະ ບູລິມະສິດພາຍໃຕ້ການເປັນປະທານຂອງ ສປປ ລາວ ລວມທັງການກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຮັບປະກັນຜົນສໍາເລັດຂອງການເປັນເຈົ້າພາບ ແລະ ປະທານອາຊຽນຂອງ ສປປ ລາວ ຕະຫຼອດປີ 2024 ເຊິ່ງ ສປປ ລາວ ໄດ້ເລີ່ມຕົ້ນການເປັນປະທານອາຊຽນຢ່າງເປັນທາງການແລ້ວ ນັບແຕ່ວັນທີ 1 ມັງກອນ 2024 ຈົນເຖິງ ວັນທີ 31 ທັນວາ 2024.

ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ກ່ຽວກັບຄຳຂວັນການເປັນປະທານອາຊຽນຂອງ ສປປ ລາວ ຄື “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” (ASEAN: Enhancing Connectivity and Resilience) ແລະ ບັນດາບູລິມະສິດປີ່ນອ້ອມພາຍໃຕ້ 3 ເສົາຄໍ້າອາຊຽນຄື ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ເສົາຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ເສົາຄໍ້າປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ລວມທັງເປົ້າໝາຍໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພ້ອມນີ້ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ຍົກໃຫ້ເຫັນພັນທະ ແລະ ບົດບາດອັນສໍາຄັນຂອງ ສປປ ລາວ ໃນການເປັນປະທານອາຊຽນ ເຊິ່ງ ສປປ ລາວ ຈະໄດ້ເປັນປະທານ ແລະ ນໍາພາກອງປະຊຸມລະດັບຕ່າງໆ ໂດຍສະເພາະລະດັບຜູ້ນໍາຂອງປະເທດສະມາຊິກອາຊຽນ ແລະ ລະຫວ່າງອາຊຽນ ແລະ ຄູ່ເຈລະຈາ ເພື່ອປຶກສາຫາລືການຮ່ວມມືໃນຂົງເຂດຕ່າງໆ ການຕົກລົງຮັບຮອງບັນດາເອກະສານສໍາຄັນ ແລະ ການຈັດຕັ້ງປະຕິບັດບັນດາກິດຈະກຳພາຍໃຕ້ຂອບການຮ່ວມມືອາຊຽນ ລວມທັງການຮ່າງ ແລະ ອອກຖະແຫຼງການຕ່າງໆ ສປປ ລາວ ກຽມພ້ອມເຮັດໜ້າທີ່ໃນຖານະເປັນປະທານອາຊຽນເພື່ອນໍາຜົນປະໂຫຍດສູງສຸດມາສູ່ອາຊຽນກໍຄືມາສູ່ ສປປ ລາວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here