Saturday, July 27, 2024
Homeຂ່າວຕ່າງປະເທດລະດັບການເຕີບໂຕເສດຖະກິດທົ່ວໂລກໃນປີນີ້ ຈະສືບຕໍ່ຊ້າລົງ

ລະດັບການເຕີບໂຕເສດຖະກິດທົ່ວໂລກໃນປີນີ້ ຈະສືບຕໍ່ຊ້າລົງ

ວິທະຍຸກະຈາຍສຽງຫວຽດນາມ, ເມື່ອບໍ່ດົນມານີ້, ທະນາຄານໂລກ ໄດ້ກ່າວເຕືອນ ການເຕີບໂຕ ເສດຖະກິດ ທົ່ວໂລກ ໃນປີນີ້ ຈະຊ້າລົງ ເປັນປີທີ 3 ຢ່າງລຽນຕິດ. ຕາມບົດລາຍງານ ແງ່ຫວັງ ເສດຖະກິດ ທົ່ວໂລກ ສະບັບຫລ້າສຸດ ຂອງທະຄານໂລກ, ແງ່ຫວັງ ເສດຖະກິດໂລກ ແຕ່ປີ 2020 ມາຮອດ ປັດຈຸບັນ ແມ່ນຢູ່ລະດັບ ຕ່ຳສຸດ ໃນຮອບເວລາ 30 ປີ ຜ່ານມາ. ຫລັງຈາກ ຄາດວ່າການເຕີບໂຕ ເສດຖະກິດ ຂອງ ອາເມລິກາ ໃນປີນີ້ ຈະຊ້າລົງ, ຍັງເຫລືອພຽງ 1,6% ເມື່ອທຽບໃສ່ ລະດັບ 2,5% ໃນປີກາຍ, ຍ້ອນນະໂຍບາຍເງິນຕາຖືກຮັດແໜ້ນ. ດ້ວຍລະດັບການເຕີບໂຕນີ້, ໂລກຈະບໍ່ມີຄວາມສາມາດ ເພື່ອນຳປະຊາຊົນ ຫລຸດພົ້ນ ອອກຈາກ ຄວາມທຸກຍາກ. ໃນທ້າຍປີນີ້, ປະຊາຊົນ ຢູ່ 1/4 ປະເທດ ພັດທະນາ ແລະ 40% ປະເທດ ທີ່ມີລາຍຮັບຕ່ຳ ຈະທຸກຍາກກວ່າ ເມື່ອທຽບໃສ່ ປີ 2019, ຊຶ່ງເປັນຈຸດ ເວລາກ່ອນເກີດ ພະຍາດ ລະບາດ ໂຄວິດ-19.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments