Saturday, July 27, 2024
Homeຂ່າວໜ້າໜຶ່ງເປີດສັບປະດາດີຈິຕອນ 2024 ຢູ່ ນວ

ເປີດສັບປະດາດີຈິຕອນ 2024 ຢູ່ ນວ

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຈັດພິທີເປີດສັບປະດາດີຈິຕອນ 2024 (Digital Week) ຢູ່ນະຄອນຫລວງວຽງຈັນ (ນວ) ໃນວັນທີ 10 ມັງກອນ 2024 ເຊິ່ງເປັນມະຫາກໍາທາງດ້ານດີຈິຕອນ ຄັ້ງທີ 2 ນັບຕັ້ງແຕ່ໄດ້ສ້າງຕັ້ງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາ ເຈົ້າແຂວງ, ຮອງເຈົ້າແຂວງ, ລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະກົມ ແລະ ບັນດາຫົວໜ້າ, ຮອງຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສື່ສານ ທົ່ວປະເທດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນວ່າ: ປັດຈຸບັນ, ການຫັນເປັນດີຈິຕອນ ກຳລັງເປັນຂະບວນການກວ້າງຂວາງ ແລະ ຂະຫຍາຍຕົວຢ່າງແຂງແຮງ ໃນທົ່ວໂລກ, ປະເທດຕ່າງໆລ້ວນແຕ່ໄດ້ຖືເອົາວຽກງານຫັນເປັນດີຈິຕອນ ເປັນພື້ນຖານສຳຄັນຂອງການພັດທະນາ ໂດຍກຳນົດຍຸດທະສາດ ໃນການຫັນເປັນດີຈິຕອນ ເປັນແຜນບູລິມະສິດ, ເພື່ອນຳເອົາເຕັກໂນໂລຊີດີຈິຕອນ ເຂົ້າແກ້ໄຂບັນຫາ, ຂໍ້ຄົງຄ້າງ ແລະ ສ້າງກາລະໂອກາດໃໝ່ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຕົນ. ສຳລັບ ສປປ ລາວ ການຫັນເປັນດີຈິຕອນ ຈະສ້າງບາດກ້າວໃໝ່ ໃຫ້ແກ່ການພັດທະນາປະເທດ, ຫັນປ່ຽນການພັດທະນາ ເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ ແລະ ເພີ່ມທະວີການເຊື່ອມຈອດເຊື່ອມໂຢງຢ່າງແຂງແຮງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ຍົກສູງປະສິດທິພາບການພັດທະນາເສດຖະກິດ ໃຫ້ຂະຫຍາຍຕົວ ແລະ ສ້າງຄວາມສະດວກໃຫ້ປະຊາຊົນ ເພື່ອລົບລ້າງຄວາມທຸກຍາກ ແລະ ສ້າງຊີວິດການເປັນຢູ່ໃຫ້ດີຂຶ້ນ.

ເພື່ອເສີມຂະຫຍາຍຜົນສຳເລັດ ຂອງການຫັນເປັນດີຈິຕອນ ໃນເບື້ອງຕົ້ນ ໃຫ້ສາມາດເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນ ໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນການພັດທະນາ ແລະ ນຳໃຊ້ ເຕັກໂນໂລຊີດີຈິຕອນ ຢູ່ສູນກາງ ຈົນຮອດທ້ອງຖິ່ນ ໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມ ແລະ ປະຊາຊົນ ໄດ້ຢ່າງສະດວກວ່ອງໄວ, ຖືກຕ້ອງ ແລະ ໂປ່ງໃສນັ້ນ ພວກເຮົາຈະຕ້ອງຕັດສິນໃຈຫັນປ່ຽນຈິນຕະນາການ ແລະ ແບບແຜນວິທີເຮັດວຽກແບບທັນສະໄໝ ແນໃສ່ຊຸກຍູ້ໃຫ້ເສດຖະກິດມີທາອ່ຽງພັດທະນາຂຶ້ນໂດຍໄວ ແລະ ກ້າວໄປເຖິງການນຳໃຊ້ເຕັກໂນໂລຊີ ດີຈິຕອນ ໃນການຜະລິດ ແລະ ການບໍລິການ ເພື່ອສ້າງພື້ນຖານເສດຖະກິດໃຫ້ໝັ້ນຄົງ.

ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວວ່າ: ນັບແຕ່ກາງປີ 2023 ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເອົາໃຈໃສ່ກະກຽມຈັດສັບປະດາດີຈິຕອນ 2024 (Digital Week) ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 10-14 ມັງກອນ 2024, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ພາຍໃຕ້ ຄໍາຂວັນ“ຫັນເປັນດິຈິຕອນ ເພື່ອຫັນປ່ຽນ ການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ ແລະ ເພີ່ມທະວີການເຊື່ອມຈອດຢ່າງແຂງແຮງ”. ສັບປະດາດີຈິຕອນ ຄັ້ງນີ້ ຈະມີເວທີແລກປ່ຽນ ແລະ ເປີດໂອກາດໃຫ້ສັງຄົມລາວ ໂດຍສະເພາະແມ່ນຜູ້ປະກອບການ, ນັກຮຽນ, ນັກສຶກສາ, ນັກວິຊາການດ້ານໂທລະຄົມ, ໄອຊີທີ, ຄວາມປອດໄພໄຊເບີ ໄດ້ມາສະແດງທັດສະນະຄຳຄິດຄຳເຫັນ ແລະ ວາງສະແດງແລກປ່ຽນຜະລິດຕະພັນ. ພ້ອມກັນນັ້ນ, ກໍຈະໄດ້ເປີດໂອກາດ, ແລກປ່ຽນຄວາມຮູ້, ປະສົບການໃນການພັດທະນາເຕັກໂນໂລຊີ ດີຈິຕອນ ຂອງຜູ້ເຂົ້າຮ່ວມໃນງານເພື່ອນຳໄປຜັນຂະຫຍາຍ ທຸລະກິດຂອງຕົນ.

ງານຄັ້ງນີ້, ມີຫລາຍກິດຈະກຳທີ່ສຳຄັນ ເປັນຕົ້ນ ພິທີເປີດສັບປະດາດີຈິຕອນ 2024 ແລະ ປະກາດລາງວັນດີຈິຕອນແຫ່ງຊາດ 10.01, ມີເວທີສຳມະນາ ແລະ ຝຶກອົບຮົມ, ແລກປ່ຽນຄວາມຮູ້ດ້ານດີຈິຕອນ ໂດຍບໍ່ເສຍຄ່າ. ນອກນີ້, ຍັງມີການສະແດງສິນຄ້າ ແລະ ນະວັດຕະກຳ ທາງດ້ານດີຈິຕອນ ໂດຍມີບັນດາໜ່ວຍງານຈາກພາກລັດ, ເອກະຊົນ, ກຸ່ມນັກທຸລະກິດ ຂະໜາດນ້ອຍ, ຂະໜາດກາງ ແລະ ບໍລິສັດຫ້າງຮ້ານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ. ພ້ອມນີ້, ຍັງມີການແຂ່ງຂັນ Lao ICT and Innovation Award ແລະ Lao Cyber Security Hacking ເຊິ່ງຈະເປັນເວທີ່ສຳຄັນ ແລະ ໃຫ່ຍທີ່ສຸດຂອງ ສປປ ລາວ ໃນການຄັດເລືອກ ຜະລິດຕະພັນຂອງຄົນລາວ ທີ່ດີເດັ່ນທາງດ້ານດີຈິຕອນ ເພື່ອເຂົ້າແຂ່ງຂັນໃນເວລາທີສາກົນ ໂດຍສະເພາະການແຂ່ງຂັ້ນປະຈຳປີລະດັບພາກພື້ນ. ພ້ອມກັນນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈະໄດ້ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈັດເວທີສຳມະນາເພື່ອປຸກລະດົມຂະບວນການຊາວໜຸ່ມລາວ ຮ່ວມແຮງຮ່ວມໃຈຫັນເປັນດີຈິຕອນ ໃນງານດັ່ງກ່າວ, ຈະໄດ້ຮັບຟັງຄຳໂອ້ລົມ-ຊີ້ນຳ ຈາກສະຫາຍເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງຈະເປັນສຽງແກ ຕະລຸມບອນໃຫ້ແກ່ຊາວໜຸ່ມລາວ ບຸກທະລຸການຫັນເປັນດີຈິຕອນໃຫ້ໄດ້ຮັບໄຊຊະນະ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments