Saturday, July 27, 2024
Homeຂ່າວໜ້າໜຶ່ງຫາລືກະກຽມປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2024-2025

ຫາລືກະກຽມປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2024-2025

ກອງປະຊຸມຄະນະກຳມະການ ແກ້ໄຂບັນຫາຢາເສບຕິດລະດັບຊາດ ຄັ້ງປະຖົມມະລຶກ ເພື່ອປຶກສາຫາລື ກ່ຽວກັບການກະກຽມຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2024-2025 ໄດ້ຈັດຂຶ້ນໃນວັນທີ 10 ມັງກອນ 2024 ໂດຍການເປັນປະທານຂອງ ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະການ ແກ້ໄຂບັນຫາຢາເສບຕິດລະດັບຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ພົອ ວິໄລ ຫລ້າຄຳຟອງ ໄດ້ຍົກໃຫ້ເຫັນສະພາບບັນຫາ ຢາເສບຕິດຢູ່ ສປປ ລາວ ໄດ້ແຜ່ລະບາດເປັນວົງກວ້າງແຕ່ຕົວເມືອງໄປສູ່ຊົນນະບົດ ໃນຫລາຍລະດັບທີ່ແຕກຕ່າງກັນ ໄດ້ກາຍເປັນສາເຫດພາໃຫ້ເກີດບັນຫາ ປະກົດການຫຍໍ້ທໍ້ ແລະ ອາຊະຍາກໍາປະເພດຕ່າງໆ, ຈຳນວນຄະດີຢາເສບຕິດ, ຜູ້ຖືກຫາ, ນັກໂທດ, ຜູ້ຕິດຢາເສບຕິດ ແລະ ຈຳນວນຢາເສບຕິດແຕ່ລະປະເພດທີ່ຍຶດ ແລະ ຈັບໄດ້ເພີ່ມຂຶ້ນຢ່າງໜ້າເປັນຫ່ວງໃນແຕ່ລະປີ. ນອກຈາກນີ້, ເລ່ຫລ່ຽມການເຄື່ອນໄຫວຂົນສົ່ງ, ຄ້າຂາຍ, ຜະລິດຢາເສບຕິດ ມີລັກສະນະເລິກແລບແນບນຽນ ດ້ວຍຫລາຍວິທີການ-ຮູບການທີ່ສະຫລັບສັບຊ້ອນ, ມີການຈັດຕັ້ງເຄື່ອນໄຫວເປັນກຸ່ມເຄືອຂ່າຍແໜ້ນໜາ ເຊື່ອມໂຍງທັງພາຍໃນ ແລະ ຕ່າງປະເທດ, ນໍາໃຊ້ພາຫະນະ ແລະ ອຸປະກອນທີ່ທັນສະໄໝ ມີອາວຸດກຽມພ້ອມຕອບໂຕ້ກັບເຈົ້າໜ້າທີ່. ນອກນັ້ນ, ຍັງມີປະຊາຊົນຈຳນວນໜຶ່ງ ຢູ່ເຂດຫ່າງໄກສອກຫລີກ ເປັນເຂດພູດອຍ, ເສັ້ນທາງຄົມມະນາຄົມບໍ່ສະດວກ (ບາງບ້ານບໍ່ມີເສັ້ນທາງເຂົ້າເຖິງ), ຂາດແຫລ່ງນໍ້າ, ລະດັບການສຶກສາ-ຄວາມຮັບຮູ້ ຂອງປະຊາຊົນຍັງຕ່ຳ, ເງື່ອນໄຂຂອງການພັດທະນາ ມີຄວາມຫຍຸ້ງຍາກ ແລະ ປະຕິບັດໄດ້ຍາກ, ປະຊາຊົນສ່ວນຫລາຍ ຍັງຂາດຄວາມເປັນເຈົ້າການ, ຕື່ນຕົວ, ຍັງຍຶດຖືປະເພນີດັ້ງເດີມ, ໃຊ້ຊີວິດຕິດພັນກັບທຳມະຊາດ ແບບຕາມມີຕາມເກີດ ຍັງບໍ່ວາງແຜນ ແລະ ເຂົ້າໃຈເຕັກນິກການພັດທະນາໃນໄລຍະໃໝ່ ບາງທ້ອງຖິ່ນ ຍັງບໍ່ທັນສົ່ງເສີມໃຫ້ປະຊາຊົນ ຫັນປ່ຽນອາຊີບໃໝ່ ແລະ ມີຕະຫລາດຮອງຮັບ ຢ່າງເປັນເປັນລະບົບ ໄດ້ດີເທົ່າທີ່ຄວນເທື່ອ ເຮັດໃຫ້ປະຊາຊົນຈຳນວນໜຶ່ງ ຍັງລັກລອບປູກຝິ່ນ-ປູກກັນຊາ ຢູ່ບັນດາແຂວງພາກເໜືອ ແລະ ພາກກາງຂອງປະເທດເຮົາ.

ຕະຫລອດໄລຍະຜ່ານມາ ລັດຖະບານ ກໍຄື ກະຊວງປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຄຳສັ່ງ ກົມການເມືອງສູນກາງພັກ, ມະຕິຂອງສະພາແຫ່ງຊາດ ແລະ ຄຳສັ່ງຂອງນາຍົກລັດຖະມົນຕີຢ່າງຕັ້ງໜ້າ ເຖິງຢ່າງໃດກໍຕາມ ກໍຍັງຜະເຊີນໜ້າກັບສິ່ງທ້າທາຍ, ທົດສອບ, ມີຄວາມຫຍຸ້ງຍາກສັບສົນ ໃນການແກ້ໄຂບັນຫາຢາເສບຕິດ ເປັນຕົ້ນ ຄະນະພັກ-ຄະນະນຳກະຊວງ-ອົງການຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນນວນໜຶ່ງ ຍັງບໍ່ທັນໄດ້ຍົກສູງຄວາມເອົາໃຈໃສ່ໃນການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ຫລາຍພາກສ່ວນ ຍັງເຂົ້າໃຈວ່າແມ່ນພາລະໜ້າທີ່ຂອງກຳລັງປ້ອງກັນຄວາມສະຫງົບເທົ່ານັ້ນ ເປັນຕົ້ນແມ່ນການເອົາເນື້ອໃນຈິດໃຈ ຂອງວາລະແຫ່ງ

ຊາດໄປເຜີຍແຜ່ຢູ່ໃນຂະແໜງການ ແລະ ທ້ອງຖິ່ນຂອງຕົນຢ່າງທົ່ວເຖິງ ໂດຍສະເພາະ ແມ່ນຢູ່ເຂດຫ່າງໄກສອກຫລີກ, ເຂດຊົນເຜົ່າທຸລະກັນດານ; ກົດໝາຍວ່າດ້ວຍຢາເສບຕິດ ສະບັບປັບປຸງ ຍັງບໍ່ທັນເຜີຍແຜ່ໄດ້ຢ່າງກວ້າງຂວາງ ເຮັດໃຫ້ການປະຕິບັດມາດຕະການດ້ານກົດໝາຍ ຕໍ່ຜູ້ກະທໍາຜິດ ຍັງຈຳກັດ; ຄວາມຮູ້, ຄວາມສາມາດຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ຍັງຈຳກັດ, ຈຳນວນໜຶ່ງ ແມ່ນຍັງຖືເບົາ, ຍັງຂາດຄວາມເອົາໃຈໃສ່ເທົ່າທີ່ຄວນ, ການແກ້ໄຂເປົ້າໝາຍສ່ວນໃຫຍ່ໄດ້ແຕ່ເປົ້າໝາຍຂົນສົ່ງ, ຊື້-ຂາຍລາຍຍ່ອຍ, ລາຍກາງ, ບໍ່ທັນແກ້ໄດ້ຫົວໂປ່ໂຕການ, ເຈົ້າໜ້າທີ່ຈຳນວນໜຶ່ງ ກໍສວຍໃຊ້ໜ້າທີ່ເຄື່ອນໄຫວຫາຜົນປະໂຫຍດສ່ວນຕົວ, ຈຳນວນໜຶ່ງຍັງລະເມີດກົດໝາຍຂອງການດໍາເນີນຄະດີ; ຂອດການປະສານງານລະຫວ່າງກະຊວງ ກັບກະຊວງ, ກະຊວງກັບຂະແໜງການກ່ຽວຂ້ອງ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເຫັນວ່າບໍ່ທັນກົມກຽວ, ຍັງຂາດຄວາມຄ່ອງຕົວ; ການຕອບສະໜອງດ້ານບຸກຄະລາກອນ, ງົບປະມານ, ວັດຖຸອຸປະກອນເຕັກນິກວິຊາສະເພາະ, ພາຫະນະທີ່ຈໍາເປັນ ເພື່ອມາຮັບໃຊ້ໃຫ້ແກ່ວາລະແຫ່ງຊາດ ຍັງຊັກຊ້າ

ຍັງບໍ່ທັນທົ່ວເຖິງ ແລະ ດ້ານອື່ນໆ ຕື່ມອີກ.

ຂ່າວ: ກິດຕາ

ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments