Saturday, July 27, 2024
Homeຂ່າວໜ້າໜຶ່ງລາວ - ກຳປູເຈຍ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ – ກຳປູເຈຍ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ນະຄອນຫຼວງພະນົມເປັນ ວັນທີ 9 ມັງກອນ 2024 ລັດຖະມົນຕີກະຊວງທ່ອງທ່ຽວ, ທ່ານ ສົກ ໂຊເກນ ໄດ້​ໃຫ້ການຕ້ອນຮັບ​ການເຂົ້າຢ້ຽມອັດທະຍາໄສ ຂອງ ທ່ານ ບົວແກ້ວ ພູວົງໄຊ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ລາຊະອານາຈັກ ກຳປູເຈຍ ເພື່ອປຶກສາຫາລືວຽກງານທ່ອງທ່ຽວ ກ່ຽວກັບກາລະໂອກາດການຮ່ວມມືດ້ານການທ່ອງທ່ຽວແບບຍືນຍົງ ແລະ ຈຸດຢືນລະຫວ່າງ 2 ປະເທດ, ເພື່ອແນໃສ່ຊຸກຍູ້ການທ່ອງທ່ຽວເຊິ່ງກັນ ແລະ ກັນ ແລະ ສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ ກຳປູເຈຍ-ລາວ-ຫວຽດນາມ CLV ຕາມທີ່ສາມປະເທດມີແຜນພັດທະນາດ້ານການທ່ອງທ່ຽວ ພ້ອມທັງຮັດແໜ້ນຄວາມສາມາດຂອງອະນຸພາກພື້ນດ້ວຍການພະຍາຍາມຮ່ວມກັນດ້ານ​ການ​ທ່ອງ​ທ່ຽວໃນອານາຄົດຂ້າງໜ້າ​.

​ໃນ​ການ​ພົບ​ປະທ່ານ​ລັດຖະມົນຕີ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ຍັງ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ແຜນການ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ່​ວິຊາ​ການ​ຂອງສາມປະເທດ CLV ໃນ​ການ​ຜັນ​ຂະຫຍາຍ​ແຜນການ​ເຄື່ອນ​ໄຫວ​ຮ່ວມຈຸດໝາຍ​ປາຍທາງ​ດຽວ ພ້ອມ​ທັງ​ກວດກາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ຈັດ​ຕັ້ງ​ ການຮ່ວມມື ກຳປູ​ເຈຍ-ລາວ-ຫວຽດນາມ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສາມ​ຝ່າຍ​​ຈະໄດ້ປຶກສາຫາລືກັນໃນ​ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽວ​ອາ​ຊຽນ 2024, ຊື່ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນ ສ​ປ​ປ ລາວ ໃນ​ຕົ້ນປີ 2024.

ພາບ-ຂ່າວ: ສະຖານທູດລາວ ປະຈຳລາຊະອານາຈັກກຳປູເຈຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments