Saturday, July 27, 2024
Homeທຸລະກິດແຈ່ວປາບ້ຳກຸ້ງຕ້ອງລອງ ສ້າງລາຍຮັບເຂົ້າສູ່ຄອບຄົວ

ແຈ່ວປາບ້ຳກຸ້ງຕ້ອງລອງ ສ້າງລາຍຮັບເຂົ້າສູ່ຄອບຄົວ

ການສ້າງເສດຖະກິດ ຂອງແຕ່ລະຄອບຄົວແມ່ນມີຫຼາຍຊ່ອງທາງໃຫ້ເລືອກ ຊຶ່ງຂຶ້ນກັບທ່າແຮງ ແລະ ເງື່ອນໄຂຂອງແຕ່ລະຄອບຄົວ, ໃນນັ້ນ ການຜະລິດເປັນສິນຄ້າ ເປັນອາຊີບໜຶ່ງທີ່ປະຊາຊົນເຮົາ ເຄີຍມີມູນເຊື້ອມາແຕ່ດົນນານ ຊຶ່ງພັກ-ລັດໄດ້ມີນະໂຍບາຍສົ່ງເສີມໃຫ້ຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ. ດ້ວຍການຜະລິດແຈ່ວປາບ້ຳຊຳເໜືອ (ແຈ່ວປາບ້ຳກຸ້ງຕ້ອງລອງ) ຊຶ່ງເປັນອາຫານພື້ນເມືອງ ທີ່ເປັນເອກະລັກ ຂອງແຂວງຫົວພັນ ຄືດັັ່ງຄອບຄົວຂອງ ທ່ານ ສຸທາກອນ ສອນວິໄຊ ເຮັດໃຫ້ຄອບຄົວຮັ່ງມີ ແລະ ກາຍເປັນຄອບຄົວຕົວແບບ ໃນການຜະລິດແຈ່ວປາບ້ຳ ຂອງບ້ານພັນໄຊ ເມືອງຊຳເໜືອ ແຂວງຫົວພັນ.

ທ່ານ ສຸທາກອນ ສອນວິໄຊ ໃຫ້ສຳພາດຕໍ່ຜູ້ຂຽນວ່າ: ອາຊີບຫຼັກເປັນຜູ້ອຳນວຍການສູນສອນພາສາອັງກິດ ສອນໄຊສອນຈະເລີນ ພາກເອກະຊົນ ຊຶ່ງເປັນການບໍລິຫານດ້ວຍຕົນເອງ ຄຽງຄູ່ກັນນັ້ນຍັງໄດ້ ຕັດສິນໃຈ ສ້າງແບຣນສິນຄ້າ “ແຈ່ວປາບໍ້າກຸ້ງຕ້ອງລອງ” ຂຶ້ນມາ ໂດຍໃສ່ຊື່ຄວາມໝາຍດ້ານຫຼັງວ່າ: (ຮຽນສູດຈາກແມ່ໄມ) ແຈ່ວປາບໍ້າກຸ້ງຕ້ອງລອງ ເພື່ອຂາຍໃນອອນລາຍ, ອັອບລາຍ ຊຶ່ງສູດ ແຈ່ວປາບ້ຳກຸ້ງຕ້ອງລອງ ຈະເປັນສູດພິເສດທີ່ມີຄວາມເຂັ້ມຂຸ້ນ ແລະ ແຊບ ສືບທອດມູນເຊື້ອ, ຮຽນສູດຈາກແມ່ໄມ ການປຸ່ງແຕ່ງແບບແຕ່ກ່ອນ ມາປັບລົດຊາດໃຫ້ເຂັ້ມຂຸ້ນຂຶ້ນ ຊຶ່ງລົດຊາດແຈ່ວ ແມ່ໄມຈະເປັນສູດດັ່ງເດີມ ຊຶ່ງຂຶ້ນກັບວ່າ ລູກຄ້າຈະມັກສູດແບບໃດ ຖ້າຍຸກປັດຈຸບັນຕ້ອງແມ່ນສູດເຂັ້ມຂຸ້ນ ກໍຄື “ແຈ່ວປາບ້ຳກຸ້ງຕ້ອງລອງ” ທີ່ຂາຍດີອັນດັບ 1 ໃນຕອນນີ້. ສຳລັບແຈ່ວປາບໍ້າກຸ້ງຕ້ອງລອງແມ່ນເລີ່ມຜະລິດ ໃນເດືອນ ຕຸລາ ປີ 2023 ເປັນຕົ້ນມາ, ລາຄາ ໂລເຄິ່ງ 100.000 ກີບ, 200.000 ກີບ/ກິໂລ ແລະ ຂາຍເປັນແພັກໜຶ່ງແພັກມີ 6 ກ່ອງ ລາຄາ 120.000 ກີບ; ສຳລັບການຈຳໜ່າຍແມ່ນຂາຍຜ່ານຊ່ອງທາງ facebook: Koung shrimp ຫຼື tiktokKoung Tong Long (ເຟສບຸກ, ຕິກຕ໋ອກ) ຊຶ່ງມີຄົນກົດໄລ້, ກົດຖືກໃຈ ແລະ ກົດແຊ ແລະ ມີຄົນສົນໃຈເປັນຈຳນວນຫຼາຍ, ວິດີໂອຕ່າງໆ ໃນການກິນ, ການຣີວິວຊ່ອງທາງ ໃນຕິກຕ໋ອກຖືວ່າມີຄົນເບິ່ງ ແລະ ມີຄົນຕິດຕາມເພີ່ມຂຶ້ນສູງ ນອກຈາກນັ້ນຍັງຂາຍແບບອັອບລາຍນຳອີກ ຈຸດພິເສດ ຂອງແຈ່ວປາບໍ້າກຸ້ງຕ້ອງລອງ ການປຸງແຕ່ງໄດ້ມາດຕະຖານຜ່ານໂຮງງານ ຮັບປະກັນຄວາມສະອາດ ແລະ ປອດໄພ ໃສ່ໃຈຜູ້ບໍລິໂພກ ແລະ ປຸງແຕ່ງແບບເຄື່ອງຈັກທີ່ທັນສະໄໝ ເນັ້ນຄຸນນະພາບ ຫຼາຍກວ່າປະລິມານ ປຸງແຕ່ງແບບຍຸກໃໝ່ເຂັ້ມຂຸ້ນ, ວັດຖຸດິບທີ່ນຳມາຜະລິດແຈ່ວແມ່ນລົງຊຸກຍູ້ ແລະ ເກັບຊື້ວັດຖຸດິບນຳພໍ່ແມ່ປະຊາຊົນພາຍໃນແຂວງຫົວພັນ, ເຂດທີ່ສາມາດລ້ຽງປາໃນນາ ປາບໍ້າ, ປາແຝກ ຫຼື ເຂດທີ່ສາມາດປູກໝາກເຜັດ, ກະທຽມ ແລະ ເກັບຊື້ຈາກແຂວງອື່ນທີ່ຕິດຈອດ ເຊັ່ນ: ແຂວງຊຽງຂວາງ ແລະ ຫຼວງພະບາງ ເປັນຕົ້ນ.

ຜ່ານການດຳເນີນທຸລະກິດຜະລິດແຈ່ວປາບ້ຳກຸ້ງຕ້ອງລອງເປັນສິນຄ້າ ມາຮອດປັດຈຸບັນ ຊີວິດການເປັນຢູ່ ຂອງຄອບຄົວ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ແລະ ມີລາຍຮັບໝັ້ນຄົງ ສະມາຊິກພາຍໃນຄອບຄົວ ມີຄວາມສາມັກຄີ, ມີຄວາມດຸໝັ່ນ, ເປັນຈິດໜຶ່ງໃຈດຽວ ພ້ອມກັນເຮັດພ້ອມກັນສ້າງ ຊຶ່ງເຮັດໃຫ້ຄອບຄົວຂ້າພະເຈົ້າມີຊີວິດທີ່ດີຂຶ້ນກວ່າເກົ່າ. ນອກຈາກນັ້ນ ກໍຍັງສ້າງວຽກເຮັດງານທຳໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ອ້ອມຂ້າງເຮືອນ 25 ຄົນເພື່ອຊ່ວຍໃນການປິດໝາກເຜັດ, ປອກກະທຽມ ແລະ ມີແຮງງານພາຍໃນໂຮງງານ 10 ຄົນ ນີ້ເປັນການສ້າງລາຍຮັບໃຫ້ຫົວໜ່ວຍຄອບຄົວໃຫ້ມີຢູ່ມີກິນ ແລະ ຫຼຸດພົ້ນອອກຈາກຕວາມທຸກຍາກອີກດ້ວຍ. ປັດຈຸບັນນີ້ພວກເຮົາມີຕົວແທນຈຳໜ່າຍທົ່ວປະເທດ ແລະ ຕ່າງປະເທດເຊັ່ນ: ຫວຽດນາມ, ໄທ, ເກົາຫຼີ, ສິງກະໂປ ແລະ ຈີນ. ພ້ອມດຽວກັນນີ້ ທ່ານ ສຸທາກອນ ໃຫ້ຮູ້ຕື່ມອີກວ່າ: ທິດທາງແຜນການໃນຕໍ່ໜ້າຈະສືບຕໍ່ຮັກສາຣົດຊາດຕາມສູດໃຫ້ຄົງທີ່ ຄຽງຄູ່ກັນນັ້ນ ກໍຄືການກວດຜ່ານຜະລິດຕະພັນ ອຢ ແລະ ຈະສຸມໃສ່ການຫຸ້ມຫໍ່ໃຫ້ໄດ້ມາດຕະຖານດີກວ່າເກົ່າ ເພື່ອສາມາດເຂົ້າໄປຂາຍໃນຮ້ານຄ້າສະດວກຊື້ ເຊັ່ນ: Big C, Xokxay, J-mart ແລະ ອື່ນໆ. ແລະ ຈະສູ້ຊົນໃຫໄດ້ເຂົ້າໄປຂາຍໃນຕະຫຼາດບັນດາປະເທດ ອາຊຽນ ນັ້ນຄືຄວາມຫວັງທີ່ຕັ້ງເອົາໄວ້.

ໂດຍ: ພັດ ລໍວັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments