Saturday, July 27, 2024
Homeຂ່າວການເມືອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ກົມ 213

ຫົວໜ້າກົມໃຫຍ່ເສນາທິການກອງທັບ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ກົມ 213

ວັນທີ 09 ມັງກອນ 2024, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ລົງເຄື່ອນໄຫວຢ້ຽມຢາມພົບປະ ໂອ້ລົມພະນັກງານຫຼັກແຫຼ່ງກົມ 213 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ໂດຍມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກົມກອງ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໃນໂອກາດລົງເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມພະນັກງານຫຼັກແຫຼ່ງກົມ 213 ຄັ້ງນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງ ເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ ແລະ ປະຊາຊົນບັນດາເຜົ່າ, ກໍາແໜ້ນລະບຽບຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດລະບຽບວິໄນຂອງກອງທັບ, ເອົາໃຈໃສ່ອົບຮົມຫັດແອບປັບປຸງກໍ່ສ້າງກຳລັງ ໃຫ້ຕໍ່ເນື່ອງປົກກະຕິ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ຢູ່ໃນກົມກອງທີ່ອາດຈະເກີດຂຶ້ນ, ປັບປຸງກໍ່ສ້າງພັກ, ກໍ່ສ້າງພະນັກງານຮຸ່ນສືບທອດໃຫ້ມີຄຸນນະພາບ, ສຸມໃສ່ສ້າງຜົນງານດ້ານຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃຫ້ມີບັນຍາດຟົດຟື້ນຕໍ່ເນື່ອງ.

ໂດຍ: ຄຳອ້າຍ ທອງວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments