Saturday, July 27, 2024
Homeຂ່າວພາຍໃນຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕິດຕາມສະໜາມຫັດແອບເພື່ອກະກຽມຄວາມພ້ອມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕິດຕາມສະໜາມຫັດແອບເພື່ອກະກຽມຄວາມພ້ອມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ

ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມຄະນະໄດ້ເຄື່ອນໄຫວຕິດຕາມ, ກວດກາສະໜາມຫັດແອບເພື່ອກະກຽມຄວາມພ້ອມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃນວັນທີ 8 ມັງກອນ ຜ່ານມານີ້ ທີ່ວິທະຍາຄານນາຍທະຫານບົກກົມມະດຳ ໂດຍມີຄະນະຊີ້ນຳພາກສະໜາມ, ມີບັນດາອະນຸກຳມະການພາກສະໜາມທຸກພາກສ່ວນເຂົ້າຮ່ວມ.

ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຊີ້ນໍາລວມພາກສະ ໜາມໄດ້ລາຍງານໃຫ້ຮູ້ວ່າ: ມາຮອດປັດຈຸບັນການກະກຽມຄວາມພ້ອມດ້ານສະໜາມຝຶກແອບສຳເລັດແລ້ວ 90%, ສ່ວນວຽກງານຮັບປະກັນອື່ນໆ ບໍ່ວ່າຈະເປັນເຮືອນພັກເຊົາ, ເຮືອນຄົວ, ຫ້ອງປະຊຸມ, ຫ້ອງນອນ, ເນື້ອໃນຫົວບົດໃນການຫັດແອບ, ວຽກງານພະລາທິການ, ວຽກງານເຕັກນິກພື້ນຖານແມ່ນສາມາດຮັບປະກັນໃຫ້ແກ່ການຊ້ອມຮົບຄັ້ງນີ້ໄດ້ຕາມແຜນ ການທີ່ວາງໄວ້. ສ່ວນວຽກງານປ້ອງກັນຮັກສາຄວາມສະຫງົບໄດ້ຈັດວາງກຳລັງເຂົ້າຕາມຈຸດຕ່າງໆ ຕາມແຜນການທີ່ໄດ້ອະນຸມັດສຳເລັດ 100%, ວຽກງານການເມືອງໄດ້ຈັດຕັ້ງໂຄສະນາປະດັບປະດາສະຖານທີ່ຕ່າງໆໃນສະໜາມ, ວຽກງານຂ່າວສານໜັງສືພິມ, ວິທະຍຸ, ໂທລະພາບ ແລະ ອື່ນໆ ແມ່ນມີການເຄື່ອນໄຫວຢ່າງຕັ້ງໜ້າ, ວຽກງານລົງຮາກຖານການ ເມືອງປະຊາຊົນເພື່ອຍາດແຍ່ງການຊ່ວຍເຫຼືອອຳນາດການປົກຄອງ, ພໍ່ແມ່ປະຊາຊົນ, ສະພາບການເມືອງ ແລະ ແນວຄິດອ້າຍນ້ອງທຸກໆພາກສ່ວນແມ່ນມີຄວາມຈູບຈ້າວຫ້າວຫັນ, ມີຄວາມກະຕືລືລົ້ນຕໍ່ວຽກງານຂອງຕົນທີ່ໄດ້ຮັບມອບໝາຍເປັນຢ່າງດີ, ຜ່ານການຫ້າງຫາກະກຽມວຽກງານດ້ານຕ່າງໆມາຮອດປັດຈຸບັນເຫັນວ່າພ້ອມແລ້ວທີ່ຈະສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ.

ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍຄະນະຊີ້ນຳແຕ່ລະຂັ້ນ ແລະ ໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ປັບປຸງສະຖານທີ່ບາງບ່ອນທີ່ບໍ່ທັນເໝາະສົມ ເພື່ອສຳເລັດຕາມແຜນການທີ່ວາງໄວ້. ສ່ວນການຈັດວາງກ້ອນກຳລັງ, ພາຫະນະ, ວຽກງານປະດັບປະດາ, ຄວນປັບ ປຸງໃຫ້ຖືກຕ້ອງຕາມການຊີ້ນຳ ແລະ ເອກະພາບໃນແຕ່ລະຂັ້ນຕອນ, ເຮັດແນວໃດໃຫ້ຖືກຕ້ອງຕາມລະບຽບຫຼັກການ, ຖືກກັບສະພາບຕົວຈິງ, ມີຄວາມສວຍງາມ. ພ້ອມນີ້, ຍັງໄດ້ຮຽກຮ້ອງໃຫ້ຄະນະຊີ້ນຳ ແລະ ອະນຸກຳມະການເນື້ອໃນພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ເອົາໃຈໃສ່ປະສານສົມທົບແໜ້ນ ທາງດ້ານເນື້ອໃນຫົວບົດໃນການຫັດແອບ ພ້ອມກັນແກ້ໄຂບໍ່ວ່າຈະເປັນຂອດປະສານງານໃນການພົວພັນຮ່ວມມື, ດ້ານພາຫະເຕັກນິກ, ຈຳນວນພົນແຕ່ລະເຫຼົ່າຮົບຕ້ອງເປັນເຈົ້າການຈັດຕັ້ງປະຕິບັດບັນດາໜ້າວຽກຂອງຕົນໃຫ້ສຳເລັດ, ບັນລຸຕາມຄາດໝາຍ ແລະ ຮັບປະກັນໃຫ້ມີຄວາມປອດໄພ 100%.

ຂ່າວ-ພາບ: ລຸນທອງ ສອນມະນີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments