Saturday, July 27, 2024
Homeຂ່າວໜ້າໜຶ່ງຄະນະຜູ້ແທນສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

ຄະນະຜູ້ແທນສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

(ສພຊ) ໃນໂອກາດເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ໃນວັນທີ 4 ມັງກອນ ຜ່ານມາ, ສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດປະທານກຳມາທິການກົດໝາຍ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າ ແລະ ຮຽບຮຽງປະຫວັດຄວາມເປັນມາຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເວືອງ ດິ່ງ ເຫວ້ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ.

ປະທານສະພາແຫ່ງຊາດຫວຽດນາມ ສະແດງຄວາມຊົມເຊີຍຕໍ່ການພັດທະນາອັນຈົບງາມໃນການພົວພັນລະ ຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ; ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນຕົ້ນເດືອນທັນວາ 2023 ໂດຍສະພາແຫ່ງຊາດລາວເປັນເຈົ້າພາບ, ພາຍໃຕ້ການເປັນປະທານຮ່ວມຂອງ 3 ປະທານສະພາແຫ່ງຊາດ 3 ປະເທດ; ອວຍພອນໃຫ້ຄະນະຜູ້ແທນສະພາແຫ່ງຊາດລາວ ປະສົບຜົນສຳເລັດຫຼາຍດ້ານໃນການຢ້ຽມຢາມຄັ້ງນີ້.

ສະຫາຍ ຈະເລີນ ເຢຍປາວເຮີ ສະແດງຄວາມຂອບໃຈປະທານສະພາແຫ່ງຊາດຫວຽດນາມ ທີ່ໄດ້ເສຍສະຫຼະເວລາອັນມີຄ່າຕ້ອນຮັບ ແລະ ມີການຕີລາຄາອັນຈົບງາມກ່ຽວກັບສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ 2 ພັກ 2 ລັດ ແລະ ປະຊາຊົນ 2 ປະເທດ ກໍຄືຜົນສໍາເລັດຂອງກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ, ເນັ້ນໜັກວ່າຜົນສຳເລັດຂອງກອງປະຊຸມ ແມ່ນມີການປະກອບສ່ວນອັນໃຫຍ່ຫຼວງ ແລະ ມີຄຸນຄ່າຈາກສະພາແຫ່ງຊາດຫວຽດນາມ. ໃນໂອກາດນີ້, ຮອງປະທານສະພາແຫ່ງຊາດລາວ ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວ ແລະ ຄໍາອວຍພອນອັນຈົບງາມຂອງປະທານສະພາແຫ່ງຊາດ ສະຫາຍ ໄຊສົມພອນ ພົມວິຫານ ທີ່ຝາກເຖິງປະທານສະພາແຫ່ງຊາດ ສະຫາຍ ເວືອງ ດິ່ງ ເຫວ້ ແລະ ບັນດາການນຳຂອງສະພາແຫ່ງຊາດຫວຽດນາມ.

ສະຫາຍ ຈະເລີນ ເຢຍປາວເຮີ ລາຍງານໃຫ້ຮູ້ວ່າ: ໃນການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ພົບປະສອງຝ່າຍທີ່ໄດ້ຮັບຜົນສຳເລັດຢ່າງສູງກັບຮອງປະທານສະພາແຫ່ງຊາດ ສະຫາຍ ຫງວຽນ ຄັກ ດິ້ງ, ພົບປະແລກປ່ຽນຢ່າງມີປະສິດທິຜົນກັບສະຫາຍ ບຸ່ຍ ວັນ ເກື່ອງ ເລຂາທິການສະພາແຫ່ງຊາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ເຮັດວຽກກັບສະຖາບັນຄົ້ນຄວ້ານິຕິບັນຍັດ ເພື່ອແລກປ່ຽນປະສົບການໃນການເຄື່ອນໄຫວວຽກງານ, ພິເສດແມ່ນບົດຮຽນໃນການເຄື່ອນໄຫວນິຕິບັນຍັດ, ຮຽບຮຽງປຶ້ມປະຫວັດສະພາແຫ່ງຊາດ ໃນສະພາບການທີ່ສະພາແຫ່ງຊາດລາວກະກຽມດຳເນີນການປັບປຸງລັດຖະທຳມະນູນປີ 2015 ແລະ ຮຽບຮຽງປຶ້ມປະຫວັດ 50 ປີ ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຜ່ານບັນດາການພົບປະເຮັດວຽກ, ຮອງປະທານສະພາແຫ່ງຊາດລາວ ເນັ້ນໜັກວ່າ ສອງຝ່າຍຢືນຢັນອີກເທື່ອໜຶ່ງວ່າຈະສືບຕໍ່ຮ່ວມກັນປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ. ນີ້ແມ່ນຊັບສິນອັນລ້ຳຄ່າຂອງສອງຊາດອ້າຍນ້ອງທີ່ໄດ້ສ້າງຕັ້ງຂຶ້ນໂດຍປະທານ ໂຮ່ ຈິ ມິ່ງ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ; ໄດ້ຮັບການເພີ່ມພູນຄູນສ້າງ, ປົກປັກຮັກສາ ແລະ ທະນຸຖະໜອມຈາກການນຳຮຸ່ນຕ່າງໆຂອງພັກ, ລັດ ແລະ ປະຊາຊົນສອງປະເທດຕະຫຼອດໄລຍະທີ່ຜ່ານມາ ເພື່ອໃຫ້ສາຍພົວພັນລະຫວ່າງສອງພັກ, ສອງປະເທດ ແລະ ປະຊາຊົນສອງຊາດ “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”. ໃນໂອກາດນີ້, ສະຫາຍ ຈະເລີນ ເຢຍປາວເຮີ ກໍໄດ້ສະເໜີໃຫ້ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ຮ່ວມມືກັນຈັດຕັ້ງຮຽບຮຽງປຶ້ມປະຫວັດສາດກ່ຽວກັບການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ.

ສະຫາຍ ເວືອງ ດິ່ງ ເຫວ້ ກ່າວວ່າ: ສະພາແຫ່ງຊາດ ແລະ ໃນນາມປະທານສະພາແຫ່ງຊາດ ຍາມໃດກໍຕິດຕາມຢ່າງໃກ້ຊິດ, ຕີລາຄາສູງຄວາມພະຍາຍາມ ແລະ ບັນດາຜົນງານຂອງສະພາແຫ່ງຊາດລາວ ທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ຊົມເຊີຍ ສປປ ລາວ ບັນລຸໄດ້ໝາກຜົນດີຫຼາຍດ້ານໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ. ສະຫາຍຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນປະສົບການກັບສະພາແຫ່ງຊາດລາວໃນທຸກຂົງເຂດການຮ່ວມມື; ພິເສດແມ່ນການປັບປຸງລັດຖະທຳມະນູນ, ສ້າງ ແລະ ປັບປຸງລະບົບກົດໝາຍໃຫ້ສົມບູນແບບ, ແລະ ຮຽບຮຽງປຶ້ມປະຫວັດສະພາແຫ່ງຊາດ. ປັດຈຸບັນ, ສະພາແຫ່ງຊາດຫວຽດນາມ ກໍພວມຕັ້ງໜ້າຮຽບຮຽງປຶ້ມ “ປະຫວັດສາດ 80 ປີ ສະພາແຫ່ງຊາດຫວຽດນາມ” ມີຈຸດປະສົງເພື່ອສະເຫຼີມສະຫຼອງຄົບ ຮອບ 80 ປີແຫ່ງວັນເລືອກຕັ້ງທົ່ວໄປຄັ້ງທຳອິດເພື່ອເລືອກຕັ້ງສະພາແຫ່ງຊາດຫວຽດນາມ (6/1/1946-6/1/2026) ໃນນັ້ນມີການຈັດຕັ້ງປະຕິບັດໂຄງການຄົ້ນຄວ້າຫົວຂໍ້ວິທະຍາສາດຂັ້ນກະຊວງ ເພື່ອເປັນພື້ນຖານທາງດ້ານວິທະຍາສາດໃຫ້ແກ່ການຮຽບຮຽງປຶ້ມປະຫວັດສາດ 80 ປີຂອງສະພາແຫ່ງຊາດຫວຽດນາມ.

ສະຫາຍ ເວືອງ ດິ່ງ ເຫວະ ສະແດງຄວາມເຫັນດີເປັນເອກະພາບກັບຂໍ້ສະເໜີ ແລະ ຂໍ້ລິເລີ່ມຂອງຮອງປະທານສະພາແຫ່ງຊາດລາວ ກ່ຽວກັບການຮຽບຮຽງປຶ້ມປະຫວັດສາດການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ ແລະ ຈະລາຍງານຕໍ່ຄະນະພັກສະພາແຫ່ງຊາດໂດຍໄວກ່ຽວກັບວຽກນີ້, ເຊື່ອໝັ້ນວ່າ ຖ້າປຶ້ມຫົວນີ້ໄດ້ຈັດພິມ ຈະມີຄວາມໝາຍອັນໃຫຍ່ຫຼວງເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 50 ປີແຫ່ງວັນສ້າງຕັ້ງ ແລະ ການພັດທະນາສະພາແຫ່ງຊາດລາວ ທັງເປັນປະຫວັດສາດເຄິ່ງສະຕະວັດແຫ່ງການຮ່ວມມືລະຫວ່າງສະພາແຫ່ງຊາດຂອງສອງປະເທດ.

ໂດຍເນັ້ນຢ້ຳວ່າໃນປີ 2024 ສປປລາວ ຈະຮັບໜ້າທີ່ເປັນປະທານອາຊຽນ ແລະ ປະທານໄອປາ, ປະທານສະ ພາແຫ່ງຊາດຫວຽດນາມຢືນຢັນວ່າ: ຫວຽດນາມ ຍາມໃດກໍສະໜັບສະໜູນ ແລະ ຈະຊ່ວຍເຫຼືອລາວ ໃນການປະຕິບັດໜ້າທີ່ທີ່ສຳຄັນໃຫ້ປະສົບຜົນສໍາເລັດຢ່າງຈົບງາມ; ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄຳຢ້ຽມຢາມຖາມຂ່າວ ແລະ ຄໍາອວຍພອນອັນຈົບງາມຂອງປະທານສະພາແຫ່ງຊາດລາວ, ສະຫາຍ ເວືອງ ດິ່ງ ເຫວະ ໄດ້ຝາກຄຳຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນອັນຈົບງາມ ໄປຍັງປະທານສະພາແຫ່ງຊາດ ສະຫາຍ ໄຊສົມພອນ ພົມວິຫານ ແລະ ບັນດາການນຳຂອງສະພາແຫ່ງຊາດລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments