Saturday, July 27, 2024
Homeຂ່າວໜ້າໜຶ່ງເຜີຍແຜ່ການກະກຽມກອງປະຊຸມອາຊຽນທີ່ກ່ຽວຂ້ອງຕ່າງໆ ໃນໄລຍະການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024

ເຜີຍແຜ່ການກະກຽມກອງປະຊຸມອາຊຽນທີ່ກ່ຽວຂ້ອງຕ່າງໆ ໃນໄລຍະການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024

ໃນຕອນເຊົ້າຂອງວັນທີ 9 ມັງກອນ ນີ້ ທີ່ ໂຮງແຮມແລນມາກ ແມ່ຂອງ ຣີເວີໄຊ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການກະກຽມສຳລັບກອງປະຊຸມອາຊຽນທີ່ກ່ຽວຂ້ອງຕ່າງໆ ໃນໄລຍະການເປັນປະ ທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ແກ່ບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ. ກອງປະຊຸມເຜີຍແຜ່ໃນຄັ້ງນີ້ ມີຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເຂົ້າຮ່ວມບັນຍາຍ ແລະ ມີຜູ້ເຂົ້າຮ່ວມຈາກບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ປະຈໍາ ສປປ ລາວ

ຈຸດປະສົງຂອງການຈັດກອງປະຊຸມເຜີຍແຜ່ໃນຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ປະຈຳ ສປປ ລາວ ກ່ຽວກັບ ການດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປິ 2024 ໂດຍສະເພາະແມ່ນກ່ຽວກັບ ຄໍາຂວັນ ພາຍໃຕ້ການເປັນປະທານອາຊຽນ ຂອງ ສປປ ລາວ ຄື: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” (ASEAN: Enhancing Connectivity and Resilience) ແລະ ບັນດາບຸລິມະສິດປີ່ນອ້ອມຄໍາຂວັນດັ່ງກ່າວ ກໍຄື ພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນຄື: ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ເສົາຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ເສົາຄໍ້າປະຊາຄົມວັດທະນະທໍາ-ສັງຄົມອາຊຽນ. ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງການແຈ້ງຂໍ້ມູນເບື້ອງຕົ້ນ ກ່ຽວກັບການກະກຽມຄວາມພ້ອມໃນດ້ານຕ່າງໆໃນການຈັດບັນດາກອງປະຊຸມທີ່ສຳຄັນ ຊຶ່ງຈະມີຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ ແລະ ຄູ່ຮ່ວມມືພາຍນອກອື່ນໆ ເຂົ້າຮ່ວມ ເປັນຕົ້ນແມ່ນດ້ານເນື້ອໃນ, ພິທີການ, ສະຖານທີ່ປະຊຸມ ແລະ ສະຖານທີ່ພັກເຊົາຂອງຄະນະຜູ້ແທນ, ລວມທັງການກະກຽມຄວາມພ້ອມໃນການສະໜອງຂໍ້ມູນຂ່າວສານໃຫ້ແກ່ບັນດາສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດໃນໄລຍະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ເພື່ອເປັນຂໍ້ມູນໃຫ້ແກ່ບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ປະຈໍາ ສປປ ລາວ.

ສປປ ລາວ ເປັນປະທານອາຊຽນມາແລ້ວ 2 ຄັ້ງຄື: ໃນປີ 2004-2005 ແລະ 2016. ສປປ ລາວໄດ້ຮັບກຽດເປັນປະທານອາຊຽນ ຄັ້ງທີ 3 ເລີ່ມແຕ່ວັນທີ 1 ມັງກອນ – 31 ທັນວາ 2024.

ຂ່າວ-ພາບ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments