Saturday, July 27, 2024
Homeຂ່າວຕ່າງປະເທດສ.ອາເມລິກາ ສົ່ງຍານສຳຫລວດລົງຈອດເທິງດວງຈັນ ຄັ້ງທຳອິດ ໃນຮອບ 52ປີ

ສ.ອາເມລິກາ ສົ່ງຍານສຳຫລວດລົງຈອດເທິງດວງຈັນ ຄັ້ງທຳອິດ ໃນຮອບ 52ປີ

ຕາມຂ່າວຈາກນະຄອນຫລວງ ວິຊິງຕັນ ວັນທີ 8 ມັງກອນ, ຈະຫລວດວໍລແຄນ ເຊນທທໍຣ (Vulcan Centaur) ຂອງບໍລິສັດ ຢູໄນເຕັດ ລອນຊ ອໍລໄລແອນ (United Launch Alliance)ຮ່ວມກັບ ບໍລິສັດໂບອີ້ງ ແລະ ລ໋ອກຮິດ ມາຣຕິນ ອອກເດີນທາງ ຖ້ຽວປະຖົມມະລຶກ ຈາກຖານປ່ອຍ ຈະຫລວດ ພາຍໃນສູນ ອາວະກາດ ເຄນເນດີ ເທິງແຫລມ ຄານາເວີຣັລ ລັດຟລໍຣີດາ ເພື່ອປ່ອຍຍານ ເພເຣກຣິນ (Peregrine) ລົງຈອດ ເທິງດວງຈັນ.ຫາກຂັ້ນຕອນ ທຸກຢ່າງ ເປັນໄປຕາມ ແຜນການ ຍານເພເຣກຣິນ ຈະລົງຈອດ ເທິງດວງຈັນ ໂດຍເມື່ອລົງຈອດແລ້ວ ຍານເພເຣກຣິນ ພ້ອມອຸປະກອນ ເສີມທັງໝົດ ຈະຕ້ອງ ປະຕິບັດງານ ໃຫ້ສຳເລັດ ພາຍໃນ 10 ວັນ ຫລັງຈາກນັ້ນ ບໍລິເວນ ທີ່ລົງຈອດ ຈະກາຍເປັນ ດ້ານມືດຂອງ ດວງຈັນ.ໃນຂະນະທີ່ ນໍ້າໜັກບັນທຸກ ຂອງຍານ ເພເຣກຣິນ ບໍ່ໄດ້ມີພຽງ ເຄື່ອງມື ທາງວິທະຍາສາດ , ຊຶ່ງສ່ວນໃຫຍ່ເປັນຂອງ ອົງການ ບໍລິຫານ ການບິນ ແລະ ອາວະກາດ ແຫ່ງຊາດ (ນາຊາ) ເພື່ອສຳຫລວດ ການແຜ່ຄື້ນ ລັງສີແມ່ເຫລັກ ໄຟຟ້າ ເທິງດວງຈັນແລະ ຈັດຕັ້ງປະຕິບັດ ວຽກງານ ອື່ນໆອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments