Saturday, July 27, 2024
Homeຂ່າວຕ່າງປະເທດສປຈີນ ຜະລິດເຄື່ອງໃຊ້ໄຟຟ້າໃນຄົວເຮືອນເພີ່ມຂຶ້ນ

ສປຈີນ ຜະລິດເຄື່ອງໃຊ້ໄຟຟ້າໃນຄົວເຮືອນເພີ່ມຂຶ້ນ

ສຳນັກຂ່າວຊິນຮວາ ຂອງ ສປຈີນ, ສຳນັກງານສະຖິຕິແຫ່ງຊາດຈີນ ລາຍງານວ່າ: ປະລິມານການຜະລິດເຄື່ອງໃຊ້ໃນຄົວເຮືອນ ຂອງ ສປ ຈີນ ເຕີບໂຕຂຶ້ນໃນເດືອນມັງກອນ-ເດືອນພະຈິກ ໃນປີ 2023. ຊຶ່ງປະລິມານການຜະລິດຕູ້ເຢັນລວມຢູ່ທີ 88,15 ລ້ານໜ່ວຍ, ເພີ່ມຂຶ້ນ 14,5% ເມື່ອທຽບປີຕໍ່ປີ , ປະລິມານການຜະລິດເຄື່ອງປັບອາກາດ ລວມຢູ່ທີ 223,34 ລ້ານອັນ, ເພີ່ມຂຶ້ນ 12,6% ແລະ ການຜະລິດຈັກຊັກເຄື່ອງ ລວມຢູ່ທີ 95,36 ລ້ານໜ່ວຍ, ເພີ່ມຂຶ້ນ 20%. ຂະນະດຽວກັນຜູ້ປະກອບ ທຸລະກິດເຟີນີເຈີ ກຸ່ມເຝົ້າຕິດຕາມໃນລາຍໄດ້ລວມ 5,79 ແສນລ້ານຢວນ ໃນໄລຍະ 11ເດືອນ ຂອງປີ 2023, ຫລຸດລົງ 5,5% ເມື່ອທຽບ ປີຕໍ່ປີ , ສ່ວນຜົນກຳໄລ ລວມຢູ່ທີ 3,01 ໝື່ນລ້ານຢວນ ຫລຸດລົງ 6,3%.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments