Saturday, July 27, 2024
Homeຂ່າວໜ້າໜຶ່ງກະຊວງການຕ່າງປະເທດ ເຜີຍແຜ່ກ່ຽວກັບການກະກຽມສຳລັບກອງປະຊຸມອາຊຽນທີ່ກ່ຽວຂ້ອງຕ່າງໆ

ກະຊວງການຕ່າງປະເທດ ເຜີຍແຜ່ກ່ຽວກັບການກະກຽມສຳລັບກອງປະຊຸມອາຊຽນທີ່ກ່ຽວຂ້ອງຕ່າງໆ

ວັນທີ 9 ມັງກອນ 2024 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການກະກຽມສຳລັບກອງປະຊຸມອາຊຽນທີ່ກ່ຽວຂ້ອງຕ່າງໆ ໃນໄລຍະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ແກ່ບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ໂດຍເປັນປະທານຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ມີບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ປະຈໍາ ສປປ ລາວ ແລະ ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມ.

ຈຸດປະສົງ ຂອງການຈັດກອງປະຊຸມເຜີຍແຜ່ໃນຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ປະຈຳ ສປປ ລາວ ກ່ຽວກັບການດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍສະເພາະແມ່ນກ່ຽວກັບ ຄໍາຂວັນ ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ຄື: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາ ຊຽນ” (ASEAN: Enhancing Connectivity and Resilience) ແລະ ບັນດາບູລິມະສິດປີ່ນອ້ອມຄໍາຂວັນດັ່ງກ່າວ ກໍຄື ພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນຄື: ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ເສົາຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ເສົາຄໍ້າປະຊາຄົມວັດທະນະທໍາ-ສັງຄົມອາຊຽນ.

ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງການແຈ້ງຂໍ້ມູນເບື້ອງຕົ້ນ ກ່ຽວກັບການກະກຽມຄວາມພ້ອມໃນດ້ານຕ່າງໆໃນການຈັດບັນດາກອງປະຊຸມທີ່ສຳຄັນ ເຊິ່ງຈະມີຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ ຄູ່ເຈລະຈາອາຊຽນ ແລະ ຄູ່ຮ່ວມມືພາຍນອກອື່ນໆເຂົ້າຮ່ວມ ເປັນຕົ້ນແມ່ນດ້ານເນື້ອໃນ ພິທີການ ສະຖານທີ່ປະຊຸມ ແລະ ສະຖານທີ່ພັກເຊົາຂອງຄະນະຜູ້ແທນ ລວມທັງການກະກຽມຄວາມພ້ອມໃນການສະໜອງຂໍ້ມູນຂ່າວສານໃຫ້ແກ່ບັນດາສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ໃນໄລຍະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ເພື່ອເປັນຂໍ້ມູນໃຫ້ແກ່ບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ປະຈໍາ ສປປ ລາວ.

​ສປປ ລາວ ເປັນປະທານອາຊຽນມາແລ້ວ 2 ຄັ້ງຄື: ໃນປີ 2004-2005 ແລະ 2016 ສປປ ລາວໄດ້ຮັບກຽດເປັນປະທານອາຊຽນ ຄັ້ງທີ 3 ເລີ່ມແຕ່ວັນທີ 1 ມັງກອນ-31 ທັນວາ 2024.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments