Saturday, July 27, 2024
Homeຂ່າວພາຍໃນສະຫຼຸບວຽກງານຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ສນຊ

ສະຫຼຸບວຽກງານຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ສນຊ

ກົມຊັ້ນຄົນ-ການຈັດຕັ້ງສັງຄົມ ສູນກາງແນວລາວສ້າງຊາດ (ສນຊ) ຈັດກອງປະຊຸມສະຫຼຸບວຽກງານຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ຄະນະທີ່ປຶກສາວຽກງານຂົນຂວາຍສ້າງຕັ້ງສະມາຄົມຊາວກະສິກອນລາວ ຂຶ້ນໃນວັນທີ 8 ມັງກອນ ທີ່ສູນຄົ້ນຄວ້າ ແລະ ເຝິກອົບຮົມ ສນຊ ໂດຍການເປັນປະທານຂອງທ່ານ ເຍ່ຍເກີຢ່າ ໜໍ່ຈໍຈົງຕົວ ຮອງປະທານ ສນຊ ເຂົ້າຮ່ວມມີທ່ານ ນາງ ແສງເດືອນ ຫຼ້າຈັນທະບຸນ ຮອງປະທານ ສນຊ ບໍ່ປະຈໍາການ ຫົວໜ້າຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ທ່ານ ປອ ໄຊຍະມັງ ວົງສັກ ຫົວໜ້າຄະນະທີ່ປຶກສາວຽກງານຂົນຂວາຍສ້າງຕັ້ງສະມາຄົມຊາວກະສິກອນລາວ ມີບັນດາທ່ານຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ຜູ້ຕາງໜ້າຄະນະທີ່ປຶກສາ ບັນດາກົມ ແລະ ພະນັກງານພາຍໃນກົມຊັ້ນຄົນ-ການ ຈັດຕັ້ງສັງຄົມ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການສະຫຼຸບການເຄື່ອນໄຫວ ວຽກງານຂອງຄະນະທີ່ປຶກສາວຽກງານຊັ້ນຄົນ-ການ ຈັດຕັ້ງສັງຄົມ ແລະ ຄະນະທີ່ປຶກສາວຽກງານຂົນຂວາຍສ້າງຕັ້ງສະມາຄົມຊາວກະສິກອນລາວ ປະຈຳປີ 2023 ແລະ ທິດທາງແຜນການເຄື່ອນໄຫວ ປີ 2024 ໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ຄະນະທີ່ປຶກສາ ໄດ້ເຄື່ອນໄຫວວຽກງານຕາມທິດຊີ້ນຳ ຂອງຄະນະປະຈຳ ສນຊ ໄດ້ມີແບບແຜນວິທີເຮັດວຽກຢ່າງລະອຽດຈະແຈ້ງ ເຮັດວຽກເປັນໝູ່ຄະນະ ໄດ້ເຂົ້າຮ່ວມໃນການຄົ້ນຄວ້າ ແລະ ປະກອບຄຳເຫັນໃນການສັບຊ້ອນຊັ້ນຄົນ ໃນສັງຄົມລາວ ພ້ອມດຽວກັນນັ້ນຄະນະທີ່ປຶກສາໄດ້ປະກອບສ່ວນທຶນຮອນ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນລາວ ທີ່ປະສົບໄພທຳມະຊາດ ເປັນຂະບວນການຟົດຟື້ນອັນທີ່ພົ້ນເດັ່ນຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ໄດ້ລະດົມທຶນກໍ່ສ້າງຫໍພັກໃຫ້ແກ່ໂຮງຮຽນ ມສ ເມືອງຊຶມ ເມືອງແອດ ແຂວງຫົວພັນ ເປັນມູນຄ່າ ຫຼາຍຮ້ອຍກວ່າລ້ານກີບ ນອກຈາກຊ່ວຍເຫຼືອສັງຄົມຜ່ານ ສນຊ ແລ້ວ, ຍັງໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມໂດຍຜ່ານ ກະຊວງ-ອົງການ ແລະ ທ້ອງຖິ່ນ ອັນທີ່ພົ້ນເດັ່ນ: ເຄນພະຢູ່ວັດໂພນໂຮງ ມູນຄ່າ 50 ລ້ານກີບ ມູນນິທິຊ່ວຍເຫຼືອຄົນທຸກຍາກ ສາຂານະຄອນຫຼວງວຽງຈັນ ໄດ້ມອບອຸປະກອນການແພດໃຫ້ແກ່ສະພາແຂວງ ແລະ ພະແນກສາທາລະນະສຸກແຂວງ ຜ່າຕັດແກ່ນຕາຂຸ້ນໃຫ້ປະຊາຊົນແຂວງສະຫວັນນະເຂດ ມູນຄ່າ 1 ຕື້ກວ່າກີບ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຊ່ວຍເຫຼືອສັງຄົມ ເປັນມູນຄ່າ 800 ກວ່າລ້ານກີບ, ນອກຈາກນັ້ນ ຍັງໄດ້ຮັບຟັງ ການກະກຽມຄວາມພ້ອມໃນການສ້າງຕັ້ງສະຫະພັນຊາວກະສິກອນລາວ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາຕໍ່ກັບວຽກງານດັ່ງກ່າວ.

ໂອກາດນີ້ ທ່ານ ຮອງປະທານ ສນຊ ໄດ້ສະແດງຄວາມຂອບໃຈຕໍ່ບັນດາທ່ານຄະນະທີ່ປຶກສາ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ຍັງໄດ້ປະກອບສ່ວນປຸກລະດົມເຄື່ອງຊ່ວຍເຫຼືອທາງດ້ານວັດຖຸປັດໄຈຕ່າງໆໃຫ້ຜູ້ທີ່ທຸກຍາກຂາດເຂີນ ຜູ້ທີ່ປະສົບໄພທຳມະຊາດ ຕະຫຼອດໄລຍະຜ່ານມາ ທ່ານຍັງໄດ້ຮຽກຮ້ອງໃຫ້ສຶບຕໍ່ມີການປະສານສົມທົບກັບຄະນະທີ່ປຶກສາວຽກງານຂົນຂວາຍສ້າງຕັ້ງສະມາຄົມຊາວກະສິກອນລາວ ເຊິ່ງກົມຊັ້ນຄົນ-ການຈັດຕັ້ງສັງຄົມ ທີ່ເປັນກອງເລຂາ ກ່ຽວກັບກະກຽມຄວາມພ້ອມໃນການສ້າງຕັ້ງສະຫະພັນຊາວກະສິກອນລາວໃຫ້ເປັນຮູບປະທໍາ.

ຂ່າວ+ພາບ: ສຸວັນລີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments