Tuesday, May 14, 2024
Homeສຶກສາມອບ-ຮັບນາມມະຍົດວິທະຍາຖານະທາງວິຊາການ ສາສະດາຈານພິເສດໃຫ້ແກ່ທ່ານ ຮສ ດຣ ມາຍຟອງ ມາຍຊາຍ

ມອບ-ຮັບນາມມະຍົດວິທະຍາຖານະທາງວິຊາການ ສາສະດາຈານພິເສດໃຫ້ແກ່ທ່ານ ຮສ ດຣ ມາຍຟອງ ມາຍຊາຍ

ມະຫາວິທະຍາໄລແຫ່ງຊາດສິງກະໂປ ປະເທດສິງກະໂປ ຈັດພິທີມອບຮັບນາມມະຍົດວິທະຍາຖານະທາງວິຊາການ ສາສະດາຈານພິເສດ “Visiting Professor” ຈາກມະຫາວິທະຍາໄລແຫ່ງຊາດສິງກະໂປໃຫ້ແກ່ທ່ານ ຮສ ດຣ ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ) ໃນວັນທີ 8 ມັງກອນ 2024 ທີ່ໂຮງແຮມລາວພລາຊາ ມີອາດີດການນຳກະຊວງສາທາລະນະສຸກ ທ່ານ ສຈ ດຣ ທີໂອ ອິກອິງ ຄະນະບໍດີໂຮງຮຽນຊໍສະວີຮ໋ອກ ສາທາລະນະສຸກມະຫາວິທະຍາໄລແຫ່ງຊາດສິງກະໂປ ປະເທດສິງກະໂປ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ການມອບ-ຮັບນາມມະຍົດວິທະຍາຖານະທາງວິຊາການ ສາສະດາຈານພິເສດ “Visiting Professor” ຈາກມະຫາວິທະຍາໄລແຫ່ງຊາດສິງກະໂປ ປະເທດສິງກະໂປ ໃຫ້ແກ່ທ່ານ ຮສ ດຣ ມາຍຟອງ ມາຍຊາຍ ເຊິ່ງຜ່ານມາທ່ານ ຮສ ດຣ ມາຍຟອງ ມາຍຊາຍ ກໍເຄີຍໄດ້ຮັບຕຳແໜ່ງວິທະຍາຖານະ ສາດສະດາຈານພິເສດຈາກມະຫາວິທະຍາໄລ ອ໋ອກຝອດ ປະເທດອັງກິດ ໃນເດືອນ ມີນາ 2020 ຄັ້ງນີ້ເປັນຄັ້ງທີ 2 ທີ່ໄດ້ຮັບນາມມະຍົດດັ່ງກ່າວ ໂດຍໄດ້ຮັບຈາກມະຫາວິທະຍາໄລແຫ່ງຊາດສິງກະໂປ ປະເທດສິງກະໂປ.

ໃນພິທີດັ່ງກ່າວທ່ານ ຮສ ດຣ ມາຍຟອງ ມາຍຊາຍ ໄດ້ຂຶ້ນນໍາສະເໜີຜົນງານທາງດ້ານວິຊາການ ໂດຍສະເພາະແມ່ນຜົນສໍາເລັດ ແລະ ຜົນງານ ດ້ານການສຶກສາຮໍ່າຮຽນ ການສິດສອນ ການຄົ້ນຄວ້າວິທະຍາສາດຂອງຕົນເອງ ລວມທັງການປະກອບສ່ວນສໍາຄັນເຂົ້າໃນການກໍ່ຕັ້ງໜ່ວຍງານ ຫຼື ຂະແໜງການດ້ານວິຊາການຕ່າງໆພາຍໃນ ສປປ ລາວ ໂດຍສະເພາະທາງດ້ານສາທາລະນະສຸກ ຫຼື ດ້ານສຸຂະພາບ.

ຈາກນັ້ນທ່ານ ສຈ ດຣ ທີໂອ ອິກອິງ ຄະນະບໍດີໂຮງຮຽນ ຊໍສະວີຮ໋ອກ ໄດ້ເປັນກຽດມອບໃບຢັ້ງຢືນວິທະຍາຖານະດັ່ງກ່າວໃຫ້ແກ່ທ່ານ ຮສ ດຣ ມາຍຟອງ ມາຍຊາຍ ທັງນີ້ກໍເພື່ອເປັນການຮັບຮູ້ເຖິງຜົນງານການຄົ້ນຄວ້າທີ່ດີເດັ່ນໃນຂົງເຂດການແພດເຂດຮ້ອນ ການນໍາພາໃນການຮັບມືກັບສິ່ງທ້າທາຍຕ່າງໆໃນດ້ານວຽກງານສຸຂະພາບທົ່ວໂລກ ແລະ ຜົນໄດ້ຮັບທີ່ອາຈານໄດ້ສ້າງຂື້ນໃນດ້ານວຽກງານການປະເມີນເຕັກໂນໂລຢີດ້ານສຸຂະພາບ ຕໍາແໜ່ງດັ່ງກ່າວຍັງຊີ້ໃຫ້ເຫັນເຖິງຄວາມສໍາຄັນຂອງການປະກອບສ່ວນຂອງທ່ານ ຮສ ດຣ ມາຍຟອງ ມາຍຊາຍ ລວມທັງບົດບາດສໍາຄັນຂອງອາຈານໃນການນໍາພາການພັດທະນາໃນດ້ານສາທາລະນະສຸກພາຍໃນປະເທດລາວ ແລະ ການສົ່ງເສີມການຮ່ວມມືສາກົນ ລວມທັງກັບການຮ່ວມມືກັບມະຫາວິທະຍາໄລແຫ່ງຊາດສິງກະໂປໃນຂະແໜງສາທາລະນະສຸກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments