Saturday, July 27, 2024
Homeຂ່າວໜ້າໜຶ່ງເຈົ້າແຂວງໆ ຈໍາປາສັກ ຕ້ອນຮັບຄະນະສືີ່ມວນຈາກສູນກາງ

ເຈົ້າແຂວງໆ ຈໍາປາສັກ ຕ້ອນຮັບຄະນະສືີ່ມວນຈາກສູນກາງ

ຕອນເຊົ້າມື້ນີ້ 9/1/2024 ທີ່ສຳນັກງານແຂວງ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆ ຈໍາປາສັກໄດ້ຕ້ອນຮັບຄະນະສືີ່ມວນຈາກສູນກາງ ນໍາໂດຍ ທ່ານໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນດີງາມ.

ໃນໂອກາດນີ້ ທ່ານ ໂພສີ ແກ້ວມະນີວົງ ໄດ້ລາຍງານກ່ຽວກັບຜົນຂອງການພົບປະລະຫວ່າງຄະນະ ແລະ ຄະນະນໍາພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວກ່ຽວກັບແຜນການຝຶກອົມຮົມນັກຂ່າວໂດຍເອົາແຂວງຈໍາສັກ ເປັນຈຸດໃຈກາງຂອງບັນດາແຂວງພາກໃຕ້ ແລະ ສະເໜີໃຫ້ເຈົ້າແຂວງຊ່ວຍບູລະນະລະບົບຂອງວິທະຍຸ-ໂທລະພາບຂອງແຂວງທີ່ມີຄວາມຊຸດໂຊມຫລາຍຈະຕ້ອງຟື້ນຟູຄືນໃໝ່ໄປພ້ອມກັບລະບົບດີຊີຕອນ ເຊິ່ງທາງແຂວງໄດ້ມີແຜນຮອງຮັບແລ້ວແນໃສ່ໂຄສະນາປີທ່ອງທ່ຽວໃຫ້ວ່ອງໄວທັນການກວ່າເກົ່າ.

ໃນໂອກາດດຽວກັນນີ້ ທ່ານວິໄລວົງບຸດດາຄໍາຍັງໄດ້ໃຫ້ພວກເຮົາຮູ້ເຖິງແຜນການຊຸກຍູ້,ສົ່ງເສີມວັດທະນະແລະທ່ອງທ່ຽວພາຍໃນແຂວງຕືີ່ມອີກເປັນຕົ້ນດ້ານຖະແຫລງຂ່າວແມ່ນຍິນດີຮ່ວມມືກັບໂຄງການ ແລະ ມີລາຍຮັບເກີນແຜນ ແລະ ຈະລົງ ທຶນໃສ່ດ້ານຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

ດ້ານວັດທະນະທໍາ, ປັບປຸງວັດພູຈໍາປາສັກ, ປັບປຸງສວນສາທາລະນະແຄມຂອງໃຫ້ກາຍເປັນ ແຫລ່ງທ່ອງທ່ຽວ, ຊອກຫາສະຖານທີ່ເພື່ອປະຕິສັງຂອນພະພຸທະຮູບທີ່ເສດຖີຢູ່ປຸ່ນເອົາມາສົ່ງຄືນ, ຂຽນປະຫວັດວັດພູຄືນໃໝ່ ເພາະແມ່ນສ້າງກ່ອນອັງກໍວັດ, ສ້າງແຕ່ສັດຕະວັດທີ 5 ສໍາເລັດສັດຕະວັດທີ 7, ກໍານົດເຂດວັດພູຄືນໃໝ່ ແລະ ຢາກໃຫ້ປະຊາຊົນປຸກເຮືອນຕົນເອງ ຄືແບບດັ້ງເດີມຄືເກົ່າຖ້າມີງົບປະມານພຽງພໍ.

ດ້ານການທ່ອງທ່ຽວ, ເຮັດທາງຄອນກຣິດຢູ່ດອນເດດ,ດອນຄອນ, ຕາດເຍືອງ, ປັບປຸງທາງເຂົ້າແຫລ່ງທ່ອງທ່ຽວຕ່າງໆ, ສະເໜີເພີ່ມຖ້ຽວບິນນໍາສາຍການບິນລາວໃຫ້ຫລາຍຕືີ່ມເພາະບໍ່ທັນມີທາງລົດໄຟຄືພາກເໜືອເພີ່ນ, ສະເໜີອອກວິຊາກັບເດີ່ນໃຫ້ໄວກວ່າເກົ່າເພື່ອອໍາ ນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວໃນປີທ່ອງທ່ຽວຢູ່ດ່ານຕ່າງໆ ໂດຍສະເພາະດ່ານຊ່ອງເມັກກັບໄທ ແລະ ດ່ານໜອງນົກຂຽນກັບກໍາປູເຈຍ, ໄດ້ເຊັນກັບແຂວງກວາງຈິ ສສ ຫວຽດນາມ ເພື່ອຮ່ວມມືສົ່ງເສີມປີທ່ອງທ່ຽວ,ພິເສດແມ່ນຈະຈັດງານສະຫລອງວັນພູໃຫ້ໃຫຍ່ໃນລະດັບຊາດ ໂດຍຈະເປີດປີທ່ອງທ່ຽວກັບແຂວງຢູ່ຫັ້ນ, ດຽວນີ້ນັກທ່ອງທ່ຽວມາທ່ຽວຫລາຍສົມຄວນເຊິ່ງ ໂຮງແຮມແມ່ນເກືອບເຕັມ ແລະ ທາງແຂວງກໍ່ມີ ຄວາມພ້ອມທາງດ້ານຢູ່ກິນພັກເຊົາ, ສ້າງສູນຫັດຖະກໍາເພື່ອເປັນບ່ອນຈໍາໜ່າຍຂອງທີ່ລະລຶກ, ປັບປຸງການແຕ່ງຢູ່ຄົວກິນຄືນ ໃໝ່ໃຫ້ຖືກກັບຄວາມຕ້ອງການຂອງນັກທ່ອງທ່ຽວແບບບໍ່ເຜັດ,ບໍ່ເຕັມເກີນໄປ.

ໂດຍລວມແລ້ວແມ່ນຈະພັດທະນາແຂວງໄປຕາມຄໍາໂຄງຂອງແຂວງຈໍາປາສັກທີ່ວ່າ:

ເອກະລັກວັດພູ ກຸຫລາບປາກເຊ

ກາເຟປາກຊ່ອງ ນໍ້າຂອງໂຕນຄອນ

ສີພັນດອນລືນາມ ງາມນໍ້າໃຈຊາວຈໍາປາ

ລືຊາກ້ອງໄກ ກອງໄຊຈັກກະພັດ

ພັກ-ລັດນໍາພາ ປວງປະຊາຢູ່ດີກິນດີ.

ນອກຈາກນີ້,ກໍ່ຈະໄດ້ສືບຕໍ່ຮ່ວມມືກັບປະເທດກໍາປູເຈຍ, ຫວຽດນາມ, ປະເທດໄທ, ຮ່ວມມືກັບບັນດາແຂວງພາກໃຕ້ຂອງລາວເຮົາໃນຂັ້ນຕໍ່ໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments