Saturday, July 27, 2024
HomeUncategorizedກອງປະຊຸມແນະນໍາການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນຈັດຂຶ້ນຢູ່ແຂວງຈຳປາສັກ.

ກອງປະຊຸມແນະນໍາການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນຈັດຂຶ້ນຢູ່ແຂວງຈຳປາສັກ.

ກອງປະຊຸມແນະນໍາການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງ ມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມເພື່ອການພັດທະນາສີຂຽວໃນ ສປປ ລາວ (ຫຼື GAMCIL); ໄດ້ຈັດຂື້ນໃນຕອນເຊົ້າ ຂອງວັນທີ 8 ມັງກອນ 2024ນີ້ ຢູ່ທີ່ໂຮງແຮມຈຳປາສັກແກຣນ ນະຄອນປາກເຊ ແຂວງຈຳປາສັກ ໂດຍການເປັນປະທານ ຂອງທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີກະຊວງ ຖວທ,ທ່ານ ວັນນະໄຊ ຊາດຕະກຸນ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງພ້ອມຄະນະ, ທ່ານ ສະຫວັນຄອນ ຣາຊມົນຕຣີ, ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ; ບັນດາທ່ານກໍາມະການໃນຄະນະຮັບຜິດຊອບ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງ ມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມເພື່ອການພັດທະນາສີຂຽວໃນ ສປປ ລາວ (GAMCIL); ມີຍັນດາທ່ານຫົວໜ້າຂະແໜງ, ຮອງຂະແໜງອ້ອມຂ້າງພະແນກ ຖວທແຂວງ, ຕາງໜ້າຈາກຫ້ອງການອົງການແຄນາໆ ຊາດປະຈຳ ສປປລາວ ເຂົ້າຮ່ວມ.
  ໃນພິທີ ພາຍຫຼັງທີ່ທ່ານ ທອງຫຼໍ່ ດວງສະຫວັນ, ກຳມະການຄະນະບໍລິຫານງານຄະນະສະມາຄົມນັກຂ່າວແຫ່ງ ສປປ ລາວ  ຫົວໜ້າຄະນະບໍລິຫານ ແລະ ຈັດຕັ້ງປະຕິບັດໂຄງການ ຂຶ້ນນໍາສະເ ໜີກ່ຽວກັບ: ການສ້າງກົນໄກປະສານງານລະຫວ່າງສະມາຄົມນັກຂ່າວ ແຫ່ງ ສປປ ລາວ ກັບຄູ່ຮ່ວມງານຢູ່ຂັ້ນແຂວງ ແລະ ບັນດາສື່ອອນລາຍທີ່ ຍັງບໍ່ທັນໄດ້ລົງທະບຽນ: ການສ້າງເວັບໄຊສະມາຄົມນັກຂ່າວລາວ ແລະ ການສ້າງຕຳລາການສິດສອນນັກຂ່າວ ແບບຊຶ່ງໜ້າ-ອອນລາຍ, ແລະ ການສ້າງສະມາຄົມສື່ອອນລາຍລາວ (Lao Online Media Association (LOMA)ແລະ ທ່ານສະຫວັນຄອນ ຣາຊມົນຕຣີ, ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວສະເໜີພາລະບົດບາດ ຂອງສະມາຄົມຕໍ່ກັບການຈັດຕັ້ງປະຕິບັດໂຄງການ GAMCIL,ແລ້ວ ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີກະຊວງ ຖວທ ໄດ້ມີຄຳເຫັນກ່າວເປີດກອງປະຊຸມເຊິ່ງທ່ານ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ໂດຍມີເປົ້າໝາຍເພື່ອຊ່ວຍແນະນໍາບັນດາທ່ານຜູ້ຮັບຜິດຊອບ ແລະ ຜູ້ເຄື່ອນ ໄຫວວຽກງານສື່ມວນຊົນພາຍໃນນະຄອນຫຼວງວຽງຈັນ ໃຫ້ຮັບຊາບ ແລະ ເຂົ້າໃຈ ກ່ຽວກັບວິທີການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍ ການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອ ການພັດທະນາສີຂຽວໃນ ສປປ ລາວ (ຫຼື GAMCIL) ທີ່ວ່ານີ້. ຄືດັ່ງທີ່ພວກເຮົາຮູ້ນໍາກັນ ແລ້ວວ່າ ໂຄງການດັ່ງກ່າວແມ່ນໄດ້ເປີດໂຕຢ່າງເປັນທາງການ ພາຍຫຼັງທີ່ໄດ້ມີການລົງນາມ

ບົດບັນທຶກຄວາມເຂົ້າໃຈ (MoU) ໃນວັນທີ 14 ກັນຍາ 2023 ຜ່ານມາ ລະຫວ່າງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຊຶ່ງຕາງໜ້າໂດຍ ກົມສື່ມວນຊົນ ແລະ ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ.
ຈຸດປະສົງຫຼັກຂອງໂຄງການນີ້ ກໍ່ແມ່ນເພື່ອຊ່ວຍສະໜັບສະໜູນ ແລະ ສົ່ງເສີມໃຫ້ ບັນດາສື່ມວນຊົນຂອງລັດ ແລະ ສື່ພາກສັງຄົມທີ່ໄດ້ລົງທະບຽນຖືກຕ້ອງຕາມກົດໝາຍ ຢູ່ສປປ ລາວ ໃຫ້ໄດ້ຮັບການຍົກລະດັບທັກສະທາງດ້ານວິຊາຊີບ ກໍ່ຄື ລະບຽບກົດໝາຍ, ຫຼັກນິຕິກຳ ແລະ ຫຼັກຈັນຍາບັນດ້ານສື່ມວນຊົນ, ລວມທັງ ວິທີການນໍາໃຊ້ເຕັກໂນໂລຊີສື່ ແບບດີຈິຕອນ ແລະ ສື່ແບບໃໝ່ ຢ່າງສ້າງສັນ ແລະ ເປັນປະໂຫຍດ, ແລະ ທັງເພື່ອຊ່ວຍ ໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ຮັບຂໍ້ມູນຂ່າວສານທີ່ມີຄຸນນະພາບ ໂດຍຜ່ານການລາຍ ງານທີ່ມີຄວາມຮັບຜິດຊອບ ແລະ ຜ່ານສື່ທີ່ມີສີມືເປັນອາຊີບ ກ່ຽວກັບການພັດທະນາສີຂຽວ ແລະ ການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງພາຍໃນ ສປປ ລາວ. ໂຄງການນີ້ ແມ່ນໄດ້ຮັບການຕົກລົງເຫັນດີອະນຸມັດຈາກກະຊວງການຕ່າງປະເທດແຫ່ງ ສປປ ລາວແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍໄດ້ມອບໃຫ້ ກົມສື່ມວນຊົນເປັນຜູ້ລົງເລີກຊີ້ນໍາໂດຍກົງ,ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈະເປັນຜູ້ ຈັດຕັ້ງປະຕິບັດຕົວຈິງ ຮ່ວມກັບ ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ ໂດຍຈະສຸມ ໃສ່ພື້ນທີ່ເປົ້າໝາຍຢູ່ 3 ແຂວງ ໃນ ສປປ ລາວ ຄື: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ແລະ ຈຳປາສັກ, ພາຍໃຕ້ທຶນສະໜັບສະໜູນຈາກສະຫະພາບເອີຣົບ ເປັນໄລຍະເວລາ 4 ປີ ແຕ່ປີ 2023-2027.


ຈາກນີ້ ທ່ານ ແສງດາວ ພອນມະນີ ພະນັກງານໂຄງການທີ່ປະຈຳຢູ່ອົງການແຄຣິນານາຊາດປະຈຳ ສປປ ລາວ ຍັງໄດ້ນໍາສະເໜີ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍ ການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງ ທາງສັງຄົມເພື່ອການພັດທະນາ ສີຂຽວໃນ ສປປ ລາວ ໂດຍຫຍໍ້; ແຜນ ຈັດຕັ້ງປະຕິບັດໂຄງການໃນແຕ່ລະໄລຍະ, (6 ເດືອນ, 1 ປີ), ແລະ ແຜນ ກິດຈະກຳ, ວັນເວລາ ແລະ ແຜນໂຄງຮ່າງການຈັດຕັ້ງປະຕິບັດໂຄງ ການ ທີ່ໄດ້ຮັບການສະໜັບສະໜູນທຶນຮອນຈາກສະຫະພາບເອີຣົບ ຈາກນີ້ບັນດາທ່ານທີ່ເຂົ້າຮ່ວມຍັງໄດ້ມີການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາເພື່ອແນໄສ່ເຮັດໃຫ້ການປະຕິບັດໂຄງການນີ້ຢ່າງມີປະສິດທິຜົນສູງ ເຊິ່ງໂຄງການນີ້ຈະສ້າງປະສິດທິຜົນຫຼາຍໃຫ້ແກ່ການ ພັດທະນາສື່ມວນຊົນເຮົາໃນຂອບເຂດທົ່ວປະເທດ, ໂດຍບັນດານັກຂ່າວທີ່ຈະໄດ້ຮັບການ ຝຶກອົບຮົມຈາກໂຄງການນີ້ ຈະໄດ້ຍົກລະດັບຂອງຕົນເອງໃນການຜະລິດເນື້ອໃນຂ່າວເພື່ອ ສະໜອງໃຫ້ຜູ້ບໍລິໂພກ ຜ່ານຫຼາກຫຼາຍຊ່ອງທາງ ໄດ້ຢ່າງວ່ອງໄວ, ແຫຼມຄົມ, ທົ່ວເຖິງ, ແລະ ຖືກຕ້ອງຊັດເຈນ ແລະ ທັງໄດ້ຮັບຄວາມເຊື່ອຖື ແລະ ຄວາມນິຍົມຊົມຊອບຈາກ ສັງຄົມຢ່າງກວ້າງຂວາງກ່ວາເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments