Saturday, July 27, 2024
Homeຂ່າວດ່ວນມີ​ຜູ​້​ແທນ​ລົງ​ທະ​ບ​ຽນ​ເຂົ້າ​ຮ່ວມກອງ​ປະ​ຊຸມ ATF ແລ້ວ 100 ກວ່າ​ທ່ານ

ມີ​ຜູ​້​ແທນ​ລົງ​ທະ​ບ​ຽນ​ເຂົ້າ​ຮ່ວມກອງ​ປະ​ຊຸມ ATF ແລ້ວ 100 ກວ່າ​ທ່ານ

ກອງປະຊຸມທ່ອງທ່ຽວອາຊຽນ 2024 ຫຼື ASEAN Tourism Forum ​(ATF) 2024 ຈະໄດ້ຈັດຂຶ້ນລະຫວ່າງວັນທີ 22-27 ມັງກອນ 2024 ຢູ່ທີ່ນະຄອນຫຼວງວຽງຈັນ ຕາມຂໍ້ມູນຈາກກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເຫັນວ່າ ປັດຈຸບັນມີຜູ້ແທນລົງທະບຽນເຂົ້າຮ່ວມ 105 ຄົນ ຈາກ 8 ປະເທດອາຊຽນ.

ສຳລັບຜູ້ແທນລົງທະບຽນເຂົ້າຮ່ວມມາຈາກ ບຣູໄນ 2 ທ່ານ ມາເລເຊຍ 30 ທ່ານ ມຽນມາ 1 ທ່ານ ສິງກາໂປ 1 ທ່ານ ໄທ 5 ທ່ານ ຫວຽດນາມ 11 ທ່ານ ແລະ ລາວເຈົ້າພາບ 24 ທ່ານ ສ່ວນຕົວແທນທ່ອງທ່ຽວທີ່ເຂົ້າຮ່ວມວາງສະແດງປະກອບມີປະມານ 90 ຮ້ານ ແລະ ປະມານ 22 ຮ້ານ ຈະເປັນຜະລິດຕະພັນທ່ອງທ່ຽງຂອງ ສປປ ລາວ.

ພ້ອມນັ້ນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຄາດວ່າຈະມີຜູ້ເຂົ້າ ຮ່ວມໃນງານປະກາດລາງວັນມາດຕະຖານທ່ອງທ່ຽວອາຊຽນ ເຊິ່ງລາງວັນປີນີ້ລວມມີ ລາງວັນມາດຕະຖານໂຮງແຮມສີຂຽວ 50 ລາງວັນ ລາງວັນເມື່ອງທ່ອງທ່ຽວສີຂຽນອາຊຽນ 30 ລາງວັນ ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ 150 ລາງວັນ ແລະ ລາງວັນມາດຕະ ຖານທ່ອງທ່ຽວຍືນຍົງອາຊຽນ 20 ລາງວັນ. ສຳລັບກອງປະຊຸມໃນປີນີ້ແມ່ນດຳເນີນໃນຄຳຂວັນ Quality and Responsible Tourism-Sustaining ASEAN Future.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments