Saturday, July 27, 2024
Homeຂ່າວພາຍໃນກິດຈະກຳຖາມ-ຕອບ ເນື່ອງໃນວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ

ກິດຈະກຳຖາມ-ຕອບ ເນື່ອງໃນວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ

ວັນທີ 8 ມັງກອນ 2024 ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຮ່ວມກັບສູນກາງກຳມະບານລາວ ໄດ້ລົງເຄື່ອນໄຫວກິດຈະກຳຖາມ-ຕອບ ເນື່ອງໃນວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ທີ່ຈະມາເຖິງນີ້ ທີ່ແຂວງຈຳປາສັກ ນຳພາໂດຍ ທ່ານ ສຸລິຍາ ແກ້ວພິລາວົງ ຄະນະພັກ ຄະນະເລຂາທິການ ຫົວ ໜ້າກົມອົບຮົມຊາວໜຸ່ມ ສຊປລ ທ່ານ ນາງ ອາລຸນແສງ ວິຈິດວົງສາ ຫົວໜ້າກົມໂຄສະນາອົບຮົມ ສູນກາງສະຫະພັນກຳມະບານລາວ ພ້ອມຄະນະ ກ່ອນຈະລົງເຄື່ອນໄຫວກິດຈະກຳ ໄດ້ເຂົ້າລາຍງານວຽກໂດຍຫຍໍ້ຕໍ່ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂງ ປະທານສະພາປະຊາຊົນແຂວງ ກ່ຽວກັບກິດຈະກຳຖາມ-ຕອບ ເນື່ອງໃນວັນສຳຄັນດັ່ງກ່າວ ຊຶ່ງທ່ານໄດ້ຕີລາຄາສູງຕໍ່ກິດຈະກຳຄັ້ງນີ້ ເພາະຈະເຮັດໃຫ້ຊາວໜຸ່ມ-ເຍົາວະຊົນ ກຳໄດ້ການເຄື່ອນໄຫວຂອງການນຳຮຸ້ນກ່ອນ ທີ່ນຳພາຕໍ່ສູ້ຍາດໄດ້ເອກະລາດໃນແຕ່ລະໄລຍະຂອງການປະຕິວັດຊາດ ເຮັດໃຫ້ຄົນຮຸ່ນສຶບທອດໄດ້ນຳເອົາບົດຮຽນໃນກິດຈະກຳຄັ້ງນີ້ໄປປັບໃຊ້ໃຫ້ເກີດປະໂຫຍດສູງສຸດ.

ຫຼັງຈາກນັ້ນຄະນະໄດ້ຈັດກິດຈະກຳທີ່ ໂຮງຮຽນ ມສ ປາກເຊ ນະຄອນປາກເຊ ແຂວງຈຳປາສັກ ພາຍໃຕ້ການເປັນປະທານຂອງ ທ່ານ ສຸປານີ ສີລິບຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າໂຄສະນາອົບຮົບແຂວງ ທ່ານ ສຸລິຍາ ແກ້ວພິລາວົງ ຄະນະພັກ ຄະນະເລຂາທິການ ຫົວໜ້າກົມອົບຮົມຊາວໜຸ່ມ ສຊປລ ທ່ານ ນາງ ອາລຸນແສງ ວິຈິດວົງສາ ຫົວໜ້າກົມໂຄສະນາອົບຮົມ ສູນກາງສະຫະພັນກຳມະບານລາວ ທ່ານ ຄຳແດງ ດີວິໄຊ ຜູ້ປະຈຳການ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ທ່ານ ສີທາ ພິມມະສອນ ຮອງປະທານກຳມະບານແຂວງ ພ້ອມດ້ວຍຄະນະຮັບຜິດຊອບ ຄູ-ອາຈານ ຊາວໜຸ່ມ-ເຍົາວະຊົນ ເຂົ້າຮ່ວມ.

ກິດຈະກຳຄັ້ງນີ້ແມ່ນຖາມ-ຕອບການເຄື່ອນໄຫວຂອງ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ເພື່ອຕອບເອົາລາງວັນເປັນເສື້ອຍືດໂປໂລ ແລະ ອຸປະກອນການສຶກສາ ຊຶ່ງເຫັນໄດ້ວ່ານັກຮຽນມີຄວາມສົນໃຈ ແລະ ຕັ້ງໃຈຕອບຄຳຖາມຢ່າງເປັນຂະບວນການອັນຟົດຟື້ນ.

ຂ່າວ-ພາບ: ນິງນ໋ອງ ສຽງສະຫວັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments