Saturday, July 27, 2024
Homeຂ່າວກິລາ"PSG" ປະຕິເສດຂ່າວໃຊ້ກໍາລັງພາຍໃນເພື່ອຊ່ວຍໃຫ້ "ເມສຊີ" ຄວ້າ Ballon d'Or

“PSG” ປະຕິເສດຂ່າວໃຊ້ກໍາລັງພາຍໃນເພື່ອຊ່ວຍໃຫ້ “ເມສຊີ” ຄວ້າ Ballon d’Or

ປາຣີ ແຊັງ-ແຊັກແມັງ (PSG) ສະໂມສອນຍິ່ງໃຫຍ່ແຫ່ງເວທີລີກ 1 ຝຣັ່ງ ປະຕິເສດວ່າບໍ່ເຄີຍໃຊ້ກໍາລັງພາຍໃນເພື່ອກົດດັນໃຫ້ ຢຣອງ ຟຸດບອລ ມອບລາງວັນ Ballon d’Or ໃຫ້ກັບ ລີໂອເນວ ເມສຊີ ດາວຍິງຫົວໜ້າທີມຊາດອາກຊັງຕິນ ໃນປີ 2021 ຕາມຂ່າວ ທີ່ປາກົດອອກມາແຕ່ຢ່າງໃດ.

ເມສຊີ ແຊງໜ້າ ໂຣເບີດ ເລວານດອຟສະກີ ກອງໜ້າທີມຊາດໂປໂລຍ ເພື່ອຄວ້າລາງວັນ Ballon d’Or ໄປຄອງ ໃນປີ 2021 ເຊິ່ງເປັນປີດຽວກັບທີ່ຕົວເຂົາຍ້າຍມາຢູ່ກັບ ປາຣີ ແຊັງ-ແຊັກແມັງ ໂດຍໝົດສັນຍາກັບ ບາເຊໂລນາ.

ຂະນະທີ່ Le Monde ໜັງສືພິມສະບັບດັງຂອງຝຣັ່ງ ລາຍງານວ່າ ກໍາລັງມີການສືບສວນຂໍ້ກ່າວຫາທີ່ລະບຸວ່າ PSG ພະຍາຍາມຍູ້ດັນໃຫ້ ເມສຊີ ຄວ້າລາງວັນ Ballon d’Or ໄປຄອງເປັນສະໄໝທີ 7 ດ້ວຍການໃຫ້ຂອງຂວັນ ແລະ ສິດທິປະໂຫຍດຕ່າງໆ ບໍ່ວ່າຈະເປັນບັດເຂົ້າຊົມການແຂ່ງຂັນ ຫຼືປີ້ເຮືອບິນຊັ້ນທຸລະກິດໃຫ້ກັບທ່ານ ປາສການ ແຟເຣ ເຊິ່ງນັ່ງຕໍາແໜ່ງປະທານກອງບັນນາທິການຂອງ France Football ຢູ່ໃນເວລານັ້ນ.

ຢ່າງໃດກໍຕາມ, ທ່ານ ປາສການ ແຟເຣ ເຊິ່ງຜັນຕົວມາເຮັດວຽກເປັນຜູ້ອໍານວຍການຝ່າຍປະຊາສໍາພັນຂອງ PSG ຢູ່ໃນປັດຈຸບັນ ປະຕິເສດຂໍ້ກ່າວຫາທັງໝົດ ພ້ອມທັງຢືນຢັນວ່າ ຕົວເຂົາຍັງລົງຄະແນນສຽງໃຫ້ ເລວານດອຟສະກີ ເຊິ່ງລົງຫຼີ້ນຢູ່ກັບ ບາເຢິນ ມິວນິກ ໃນປີນັ້ນ ຄວ້າລາງວັນໝາກບານຄໍາໄປຄອງດ້ວຍຊໍ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments