Saturday, July 27, 2024
Homeຂ່າວກິລາເປີດເຜີຍວ່າທີ່ທີມງານ “ເຊີຈິມ” ໃນພາລະກິດກອບກູ້ “ ແມນຢູ ”

ເປີດເຜີຍວ່າທີ່ທີມງານ “ເຊີຈິມ” ໃນພາລະກິດກອບກູ້ “ ແມນຢູ ”

ເປີດເຜີຍ “ ວ່າທີ່ ” ທີມງານບໍລິຫານທີ່ຈະເຂົ້າມາຊ່ວຍ ເຊີ ຈິມ ແຣດຄລິຟ ໃນພາລະກິດກອບກູ້ຄວາມຍິ່ງໃຫຍ່ຂອງ “ ແມນຢູ ” ໂດຍມີທ່ານ ເຊີ ເດຟ ບາວຟອດ ຈະເຂົ້າມາດູແລພາບລວມ ໂດຍມີທ່ານ ຢອງ ໂຄລດ ບລອງ ເປັນຜູ້ບໍລິຫານລະດັບສູງ ນອກຈາກນີ້ ຍັງມີຂ່າວກຽມດຶງຕົວທ່ານ ແດນ ແອຊເວິດ ແລະ ພອລ ມິດເຊວ ເຂົ້າມານັ່ງຕໍາແໜ່ງຜູ້ອໍານວຍການກີລາ ແລະ ຫົວໜ້າສັງເກດການ ຕາມລໍາດັບ.

ແມນເຊັສເຕີ ຢູໄນເຕັດ ເກີດການປ່ຽນແປງຄັ້ງສໍາຄັນ ຫຼັງຈາກກຸ່ມ Ineos ຂອງທ່ານເຊີ ຈິມ ແຣດຄລິຟ ດໍາເນີນການຊື້ຫຸ້ນສ່ວນ 25% ແລະ ເຂົ້າມາກໍາກັບດູແລເລື່ອງຂອງກິລາບານເຕະທັງໝົດຂອງສະໂມສອນແລ້ວ ເຫຼືອພຽງແຕ່ລໍຖ້າການອະນຸມັດຢ່າງເປັນທາງການຈາກ ພຣີເມຍລີກ ແຕ່ໃນທາງປະຕິບັດ ພວກເຂົາເລີ່ມຕົ້ນແຜນການເຮັດວຽກກັນແລ້ວ.

ອັນດັບທໍາອິດຄືການວາງໂຄງສ້າງໃນການບໍລິຫານ ແລະ ເຖິງແມ່ນວ່າຈະຍັງບໍ່ທັນມີການແຕ່ງຕັ້ງຢ່າງເປັນທາງການ ແຕ່ສື່ມວນຊົນຫຼາຍສໍໍານັກ ມີການຄາດການລາຍຊື່ຄົນທີ່ຈະເຂົ້າມາຊ່ວຍງານ “ເຊີຈິມ” ໂດຍທີ່ແນ່ນອນແລ້ວ 1 ຄົນຄືທ່ານ ເຊີ ເດຟ ເບຣວຟອດ ຜູ້ອຳນວຍການດ້ານກິລາຂອງ Ineos ເຊິ່ງຈະເຂົ້າມາເປັນຜູ້ວາງກົນລະຍຸດ ແລະ ດູແລພາບລວມທັງໝົດ ໂດຍກ່ອນໜ້ານີ້ ຜູ້ກ່ຽວເຂົ້າມາຊົມເກມແລ້ວຫຼາຍຄັ້ງໃນສະໜາມ ໂອລ ແທຣບຟອດ ໃນຂະນະທີ່ຜົນງານໂດດເດັ່ນທີ່ຜ່ານມາ ຄືການພາທີມລົດຖີບສະຫະລາຊະອານາຈັກອັງກິດ ຄວ້າຫຼຽນຄຳໃນງານມະຫາກຳກິລາໂອລິມປິກປີ 2008 ແລະ 2012 ລວມເຖິງການສ້າງ “Team Sky” ແລະ ມີສ່ວນໃນການເຮັດໃຫ້ນັກລົດຖີບຫຼາຍຕໍ່ຫຼາຍຄົນ ກ້າວໄປຄວ້າແຊັມ Tour de France ໄດ້ສໍາເລັດ.

ສ່ວນຕໍາແໜ່ງປະທານບໍລິຫານ ເຊິ່ງເດີມທີເປັນຕໍາແໜ່ງຂອງ ທ່ານ ຣິຊາດ ອາໂນລ ນັ້ນ ບໍ່ໜ້າຈະພາດໄປຈາກຊື່ຂອງທ່ານ ຢອງ ໂຄລດ ບລອງ ໜຶ່ງໃນຂຸນພົນທີ່ເຊື່ອຖືໄດ້ຂອງ ເຊີ ຈິມ ເຊິ່ງໃນເມື່ອກ່ອນເຄີຍເປັນ CEO ຂອງຢູເວນຕຸສ ແລະ ໄດ້ຮັບການຍົກຍ້ອງຢ່າງຫຼວງຫຼາຍຈາກການພາ ຢູເວນຕຸສ ກັບມາຍິ່ງໃຫຍ່ໃນຍຸກ ຫຼັງຈາກຖືກປັບຕົົກຊັ້ນຈາກຄະດີກັນໂຊໂປລິ ອັນອື້ສາວ ນອກຈາກນີ້ ຍັງເຄີຍເປັນ CEO ຂອງ PSG ລວມເຖິງເຄີຍດູແລການຈັດແຂ່ງຂັນລາຍການໃຫຍ່ເຊັ່ນ Tour de France, French Open tennis ແລະ Paris Rally Dakar ມາແລ້ວ.

ສ່ວນຕໍາແໜ່ງຜູ້ອໍານວຍການດ້ານກິລາຂອງ “ແມນຢູ” ນັ້ນ ມີຂ່າວວ່າ “ເຊີຈິມ” ຕ້ອງການດຶງ ແດນ ແອຊເວິດ ເຊິ່ງປັດຈຸບັນນັ່ງຕໍາແໜ່ງດັ່ງກ່າວຢູ່ກັບ ນິວຄາສເຊິນ ຢູໄນເຕັດ ເຂົ້າມາຮັບໜ້າທີ່. ໂດຍກ່ອນໜ້ານີ້ ຜູ້ກ່ຽວຝາກຜົນງານໄວ້ກັບການເປັນຜູ້ອໍານວຍການຝ່າຍພັດທະນາຂອງສະມາຄົມບານເຕະອັງກິດ (FA) ມີໜ້າທີ່ໃນການວາງແຜນການພັດທະນານັກເຕະຢ່າງມີປະສິດທິພາບ ກ່ອນ ຍ້າຍໄປຮັບໜ້າທີ່ເປັນຜູ້ອໍານວຍການກິລາຂອງ ໄບຣຕັນ ແລະ ນິວຄາສເຊິນ ໃນປັດຈຸບັນ.

ນອກຈາກນີ້ ຍັງມີຂ່າວວ່າ ອາດມີການດຶງຕົວທ່ານ ພອລ ມິດເຊລ ເຊິ່ງກໍາລັງຫວ່າງງານຢູ່ ຫຼັງຈາກແຍກທາງກັບ ໂມນາໂກ ເຂົ້າມາຮັບໜ້າທີ່ເປັນຫົວໜ້າຜູ້ສັງເກດການ ແລະ ພັດທະນານັກເຕະ ໂດຍກ່ອນໜ້ານີ້ ຜູ້ກ່ຽວເຄີຍຊ່ວຍ ເມົາຣິຊິໂອ ໂປເຊດຕິໂນ ໃນການສ້າງທີມ ເຊົາແທມຕັນ ແລະ ເປັນຄົນດຶງ ຊາດິໂອ ມາເນ່ ມາຢູ່ກັບເຊົາແຮມຕັນ ກ່ອນທີ່ຈະຍ້າຍຕາມ “ໂປເຊດຕິໂນ” ໄປເຮັດວຽກກັບ ທັອດແນມ ຮັອດສະເປີ ແລະ ມີສ່ວນສຳຄັນໃນການດຶງນັກເຕະຢ່າງ ເດເລ ອັນລີ, ຊົນ ເຮືອງ-ມິນ, ຄີແຣນ ທຣິບເປຍ ແລະ ໂທບີ ອັນເດີໄວເຣລ ມາຢູ່ກັບ “ສະເປີ” ກ່ອນຈະຍ້າຍໄປເຮັດວຽກກັບ ອາເບ ໂລຊິກ ແລະ ໂມນາໂກ ຕາມລຳດັບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments