Saturday, July 27, 2024
Homeຂ່າວຕ່າງປະເທດດັດຊະນີຜູ້ເກັບຊື້ດ້ານຂະແໜງການປຸງແຕ່ງອາຊີ ຫລຸດລົງ 0,5%

ດັດຊະນີຜູ້ເກັບຊື້ດ້ານຂະແໜງການປຸງແຕ່ງອາຊີ ຫລຸດລົງ 0,5%

ວິທະຍຸ ສາກົນ ແຫ່ງ ສປ ຈີນ,ເມື່ອບໍ່ດົນມານີ້, ສະຫະພັນ ການຈໍລະຈອນ ແລະ ເກັບຊື້ ສິນຄ້າຈີນ ໄດ້ເປີດເຜີຍ ຂໍ້ມູນວ່າ: ໃນເດືອນທັນວາປີ 2023, ດັດສະນີ ຜູ້ເກັບຊື້ ດ້ານຂະແໜງ ການປຸງແຕ່ງ ຫລື PMI ຂອງ ອາຊີ ແມ່ນ 49,8%, ຫລຸດລົງ 0,5% ເມື່ອທຽບໃສ່ ເດືອນທີ່ຜ່ານມາ ໄດ້ສິ້ນສຸດ ທ່ວງທ່າ ການເຕີບໂຕ ທີ່ສູງກວ່າ 50% ໃນ 11 ເດືອນລຽນຕິດ, ນີ້ສະແດງ ໃຫ້ເຫັນວ່າ: ຈັງຫວະ ການເຕີບໂຕ ຂອງຂະແໜງ ການປຸງແຕ່ງ ອາຊີ ໄດ້ຊ້າກວ່າ ເດືອນທີ່ຜ່ານມາ.ເມື່ອສັງເກດ ຈາກປະເທດ ທີ່ສຳຄັນຕ່າງໆແລ້ວ ເຫັນວ່າ: PMI ຂອງຂະແໜງ ການປຸງແຕ່ງຈີນ, ຍີ່ປຸ່ນ ສ.ເກົາຫລີ ແລະ ອິນເດຍ ລ້ວນແຕ່ ໄດ້ຫລຸດລົງ ໃນລະດັບ ທີ່ຕ່າງກັນ; ໃນບັນດາ ປະເທດ ສະມາຊິກ ອາຊຽນ, PMI ຂອງຂະແໜງ ການປຸງແຕ່ງໄທ, ຟີລິບປິນ ແລະ ມຽນມາ ລ້ວນແຕ່ ໄດ້ຫລຸດລົງ ໃນລະດັບ ທີ່ຕ່າງກັນ ເມື່ອທຽບໃສ່ ເດືອນທີ່ຜ່ານມາ, PMI ຂອງຂະແໜງ ການປຸງແຕ່ງ ອິນໂດເນເຊຍ ມາເລເຊຍ ແລະ ສິງກະໂປ ຍັງມີຄວາມໝັ້ນທ່ຽງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments