Home ທຸລະກິດ ນຳສະເໜີ ເຂົ້າຈີ່ທະເລ ສ້າງທາງເລືອກໃໝ່ໃນການດໍາເນີນທຸລະກິດຢູ່ລາວ

ນຳສະເໜີ ເຂົ້າຈີ່ທະເລ ສ້າງທາງເລືອກໃໝ່ໃນການດໍາເນີນທຸລະກິດຢູ່ລາວ

0

ງານນໍາສະເໜີແຟນຊາຍ ເຂົ້າຈີ່ທະເລ ຫຼື Bamithale ໄດ້ຈັດຂຶ້ນໃນທ້າຍເດືອນທັນວາ 2023 ຜ່ານມາ ທີ່ນະຄອນຫຼວງວຽງຈັນ ເພື່ອສ້າງໂອກາດ ສ້າງທາງເລືອກໃໝ່ໃນການດໍາເນີນທຸລະກິດຂອງຄົນລາວ ຊຶ່ງໃນງານຄັ້ງນີ້ໄດ້ຮັບຄວາມສົນໃຈຂອງບັນດານັກທຸລະກິດ, ຊາວຄ້າຂາຍ, ເປັນຈຳນວນຫຼວງຫຼາຍ. ທ່ານ ຝາມວັນຮຶງ ນັກທຸລະກິດຊາວຫວຽດນາມ ຜູ້ທີ່ນຳ ເຂົ້າຈີ່ທະເລ ເຂົ້າມານຳສະເໜີ ແລະ ຂາຍຢູ່ລາວ ໄດ້ກ່າວວ່າ: Bamithale ເເມ່ນປະເພດເຂົ້າຈີ່ທະເລ ຕາມທີ່່ພວກເຮົາພົບເຫັນຢ່າງທໍາອິດ ເເມ່ນ ຢູ່ລາວຍັງບໍ່ທັນມີ; ຢ່າງທີສອງ Bamithale ເເມ່ນເເຟນຊາຍ ໝາຍຄວາມວ່າເມື່ອທ່ານກາຍເປັນຜູ້ຮ່ວມກັບທຸລະກິດກັບພວກເຮົາ ທ່ານຈະໄດ້ນຳໃຊ້ຊື່ແຟນຊາຍ Bamithale ເພື່ອເຮັດທຸລະກິດ ເເລະ ເພື່ອໂຄສະນາລົດເຂົ້າຈີ່ຂອງທ່ານເອງ. ເຂົ້າຈີ່ເເມ່ນໜຶ່ງ ໃນລາຍການອາຫານພິເສດຂອງຫວຽດນາມ ເເລະ ຍັງຕິດອັນດັບລາຍການອາຫານເເຊບທີ່ສຸດໃນທົ່ວໂລກ ເເຕ່ວ່າ ພາຍຫຼັງ 2ປີ ຕົນໄດ້ເຮັດວຽກທີ່ປະເທດລາວ ພົບວ່າ ລາຍການນີ້ສ່ວນຫຼາຍມີເເຕ່ຄົນຫວຽດນາມຂາຍ ຍ້ອນເເນວນັ້ນ ຕົນຈຶ່ງໄດ້ສ້າງ ເເລະ ພັດທະນາແຟນຊາຍ Bamithale ທີ່ປະເທດລາວ, ໂດຍຍັງມີຄວາມຫວັງເພື່ອສ້າງວຽກເຮັດງານທຳ, ສ້າງລາຍຮັບ, ສ້າງຄຸນນະພາບຊີວິດໃຫ້ກັບຄົນລາວ ໃນສະຖານະການເສດຖະກິດທີ່ກຳລັງປະເຊີນໜ້າກັບສິ່ງທ້າທາຍ.

ເຂົ້າຈີ່ທະເລ ຫຼື Bamithale ປະກອບດ້ວຍ 3 ຊຸດ ໃຫ້ຜູ້ທີ່ສົນໃຈເປັນເຈົ້າຂອງເລືອກ ຊຶ່ງເລີ່ມຈາກ ຊຸດລາຄາເລີ່ມຕົ້ນລົງທຶນພຽງ 5,9 ລ້ານກີບ; ຊຸດເພີ່ມຕື່ມ 9 ລ້ານກີບ ແລະ ຊຸດອຸປະກອນແບບຄົບຖ້ວນ 9,9 ລ້ານກີບ ແລະ ກໍສາມາດເປັນເຈົ້າຂອງທຸລະກິດເຂົ້າຈີ່ທະເລໄດ້ເລີຍ. ງານຄັ້ງນີ້ ຜູ້ເຂົ້າຮ່ວມແມ່ນໄດ້ຮັບຊົມການສາທິດຂັ້ນຕອນເຮັດເຂົ້າຈີ່ທະເລ ນັບແຕ່ການຈືນລູກຊີ້ນປາ, ປຸງແຕ່ງສ່ວນຜະສົມຕ່າງໆຈົນເຖິງມືລູກຄ້າ ພ້ອມນັ້ນຍັງໄດ້ຊິມລົດຊາດເຂົ້າຈີ່ທະເລນຳອີກ. ສຳລັບເຂົ້າຈີ່ທະເລ ປະກອບມີໄສ້ລູກຊີ້ນປາ, ປາມຶກ ແລະ ກຸ້ງ ນອກນັ້ນກໍຍັງມີຫຼາຍລາຍການໃຫ້ເລືອກ ກໍຄືເຂົ້າຈີ່ໄຂ່ໝູຝອຍ ແລະ ເຂົ້າຈີ່ໄຂ່ ຊຶ່ງຂາຍໃນລາຄາໜຶ່ງກ້ອນ 15 ພັນກີບ ສົນ​ໃຈ​ພົວ​ພັນ​ເບີ +8562096111368 ສະຖານທີ່ຕັ້ງຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ຂ່າວ: ຍຸພິນທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version