Saturday, July 27, 2024
Homeຂ່າວໜ້າໜຶ່ງຮອງ ລມຕ ກະຊວງການຕ່າງປະເທດພ້ອມດ້ວຍຄະນະຢ້ຽມຢາມ ສສ ຫວຽດນາມ

ຮອງ ລມຕ ກະຊວງການຕ່າງປະເທດພ້ອມດ້ວຍຄະນະຢ້ຽມຢາມ ສສ ຫວຽດນາມ

ໂດຍຕອບສະໜອງຕາມຄໍາເຊີນຂອງສະຫາຍ ນາງ ເລ ທິ ຖູ່ ຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ປະທານ ຄະນະກຳມະການແຫ່ງລັດເພື່ອຊາວຫວຽດນາມຢູ່ຕ່າງປະເທດ ແຫ່ງ ສສ ຫວຽດນາມ ທ່ານ ຕິ່ງ ສຸກສັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ຈາກກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະກຳມະການແຫ່ງລັດເພື່ອຊາວຫວຽດນາມຢູ່ຕ່າງປະເທດ ແລະ ຄະນະກຳມະການພົວຄົນເຊື້ອຊາດລາວຢູ່ຕ່າງປະເທດ ເມື່ອບໍ່ດົນມານີ້ ເພື່ອສືບຕໍ່ຜັນຂະຫຍາຍ ແລະ ການຮ່ວມໃນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ (MOU) ຂອງສອງຄະນະກຳມະການດັ່ງກ່າວໃຫ້ໄດ້ຮັບໝາກຜົນ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ.

ໂອກາດດັ່ງກ່າວ ສະຫາຍ ຕິ່ງ ສຸກສັນ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກໍາມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ (ຄພລຕ) ມາຍັງສະຫາຍ ນາງ ເລ ທິ ຖູ່ ຮັ່ງ ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການເຊື້ອເຊີນ ແລະ ຕ້ອນຮັບອັນອົບອຸ່ນທີ່ໄດ້ເອື້ອອຳນວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນຂອງ ສປປ ລາວ.

ກອງປະຊຸມປຶກສາຫາລື ລະຫວ່າງ ຄະນະກຳມະການແຫ່ງລັດເພື່ອຊາວຫວຽດນາມຢູ່ຕ່າງປະເທດ ແລະ ຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ປະຈຳປີ 2023 ໄດ້ມີການປຶກສາຫາລືແລກປ່ຽນຄຳຄິດຄຳເຫັນ ແລະ ຖອດຖອນບົດຮຽນຮ່ວມກັນຢ່າງກົງໄປກົງມາໃນຫຼາຍບັນຫາທີ່ສຳຄັນ ໂດຍສະເພາະແມ່ນວຽກງານການໂຄສະນາ ແລະ ເຜີຍແຜ່ ວຽກງານການຂົນຂວາຍ ແລະ ຍາດແຍ່ງ ວຽກງານດ້ານນິຕິກຳ ແລະ ວຽກງານອື່ນທີ່ຕິດພັນກັບຄົນເຊື້ອຊາດຫວຽດນາມ ແລະ ຄົນເຊື້ອຊາດລາວຢູ່ຕ່າງປະເທດ ພ້ອມທັງໄດ້ມີການທົບທວນຄືນເລື່ອງການຈັດຕັ້ງປະຕິບັດ MOU ຂອງສອງຄະນະກໍາມະການ ເພື່ອແນໃສ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດຂອງສອງ ຄະນະກຳມະການດັ່ງກ່າວ ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່່ເຕັມໄປດ້ວຍໄມຕິຈິດມິດຕະພາບ ແລະ ສະໜິດສະໜົມຖານອ້າຍນ້ອງ ການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກສອງລັດ ກໍຄື ສອງ ຄະນະກຳມະການແຫ່ງລັດເພື່ອຊາວຫວຽດນາມຢູ່ຕ່າງປະເທດ ແລະ ຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ.

ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຄັ້ງນີ້ ສະຫາຍ ຕິ່ງ ສຸກສັນ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຄຳນັບສະຫາຍ ບຸຍ ແທັງ ເຊິນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ເຂົ້າຢ້ຽມຄຳນັບສະຫາຍ ຮວ່າງ ມິງ ເກືອງ ຮອງປະທານສະພາປະຊາຊົນແຂວງຫາຍຟອງ ແລະ ເຂົ້າຮ່ວມພິທີເປີດກອງປະຊຸມພາຍໃຕ້ຫົວຂໍ້ “ເສີມຂະຫຍາຍແຫຼ່ງກຳລັງແຮງຂອງຊາວ ຫວຽດນາມຢູ່ຕ່າງປະເທດ ເຊື່ອມຕໍ່ທ້ອງຖິ່ນ ແລະ ວິສາຫະກິດ” ນຳອີກດ້ວຍ.

ຂ່າວ-ພາບ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments