Saturday, July 27, 2024
Homeຂ່າວພາຍໃນບັນດາພະແນກການ ແລະ ເມືອງພາຍໃນແຂວງຄໍາມ່ວນ ໄດ້ຮັບລົດໃຊ້ພາຍໃນວຽກງານ

ບັນດາພະແນກການ ແລະ ເມືອງພາຍໃນແຂວງຄໍາມ່ວນ ໄດ້ຮັບລົດໃຊ້ພາຍໃນວຽກງານ

ໃນຕອນເຊົ້າຂອງວັນທີ 04 ມັງກອນ 2024 ຢູ່ທີ່ຫ້ອງວ່າການແຂວງຄໍາມ່ວນໄດ້ມີພິທີມອບລົດຮັບໃຊ້ຈໍານວນ 30 ຄັນໃຫ້ບັນດາພະແນກການ ແລະ ເມືອງພາຍໃນແຂວງເພື່ອນໍາໃຊ້ເຂົ້າໃນວຽກງານສ່ວນລວມຂອງລັດທັງນີ້ໂດຍປະຕິບັດຕາມຂໍ້ຕົກລົງຂອງເຈົ້າແຂວງໆຄໍາມ່ວນສະບັບເລກທີ 1656 / ຈຂ , ລົງວັນທີ 05 ຕຸລາ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການແຂວງ , ດໍາລັດສະບັບເລກທີ 599 / ລບ , ລົງວັນທີ 29 ກັນຍາ 2021 ວ່າດ້ວຍລົດຂອງລັດ ແລະ ທິດຊີ້ນໍາຂອງກອງປະຊຸມການນໍາແຂວງຄັ້ງວັນທີ 02 ມັງກອນ 2024 . ສະນັ້ນຫ້ອງວ່າການແຂວງຄໍາມ່ວນຈິ່ງໄດ້ເຮັດຂໍ້ຕົກລົງສະບັບເລກທີ 01 / ຫວຂ ,ລົງວັນທີ 04 ມັງກອນ 2024 ວ່າດ້ວຍການປະກອບພາຫະນະຮັບໃຊ້ບັນດາພະແນກການ ແລະ ເມືອງແຂວງຄໍາມ່ວນ .

ໃນນີ້ໄດ້ມອບໃຫ້ຫ້ອງວ່າແຂວງຈໍານວນ 03 ຄັນ , ພາກສ່ວນພະແນກການຢູ່ຂັ້ນແຂວງທີ່ໄດ້ຮັບລົດປະກອບມີກອງບັນຊາການທະຫານແຂວງ,ກອງບັນຊາການປ້ອງກັນຄວາມສະຫງົບແຂວງ , ພະແນກພາຍໃນແຂວງ , ພະແນກຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວແຂວງ , ສະຫະພັນແມ່ຍິງແຂວງ , ສະພາປະຊາຊົນແຂວງ , ໂຮງຮຽນການເມືອງ-ການປົກຄອງແຂວງ , ພະແນກສາທາລະນະສຸກແຂວງ , ໂຮງຮຽນສາທາລະນະສຸກແຂວງ , ພະແນກສຶກສາທິການ ແລະ ການກິລາແຂວງ , ໂຮງຮຽນເຕັກນິກວິຊາຊີບແຂວງ , ໂຮງຮຽນເດັກຊົນເຜົ່າແຂວງ , ພະແນກຍຸຕິທໍາແຂວງ , ສະຫະພັນນັກຮົບເກົ່າແຂວງ , ຄະນະບໍລິຫານງານຊາວໜຸ່ມແຂວງ , ສະຫະພັນກໍາມະບານແຂວງ , ແນວລາວສ້າງຊາດແຂວງແມ່ນໄດ້ຮັບພາກສ່ວນລະ 01 ຄັນ ແລະ 10 ຕົວເມືອງຂອງແຂວງຄໍາມ່ວນແມ່ນໄດ້ຮັບເມືອງລະ 01 ຄັນ .

ສໍາລັບລົດທີ່ນໍາມອບໃຫ້ບັນດາພະແນກການຢູ່ຂັ້ນແຂວງ ແລະ 10 ຕົວເມືອງໃນຄັ້ງນີ້ແມ່ນແມ່ນເປັນປະເພດລົດເມນ້ອຍສີຂຽວຂະໜາດ 11 – 12 ບ່ອນນັ່ງ,ຍີ່ຫໍ້ JMMC ໂດຍແຕ່ລະຄັນແມ່ນໄດ້ທໍາການປະກອບເອກະສານຄົບຊຸດລວມເຖິງໝາຍເລກທະບຽນ,ເລກຈັກ ແລະ ເລກຖັງ . ເຊິ່ງລົດຈໍານວນດັ່ງກ່າວແມ່ນໄດ້ຮັບຈາກການຊ່ວຍເຫຼືອລ້າຂອງບໍລິສັດ ບູຢອງລາວ ຈຳກັດໂດຍໄດ້ມອບລົດເມນ້ອຍຈໍານວນ 600 ຄັນ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຊຶ່ງພິທີມອບ-ຮັບລົດເມຊ່ວຍເຫຼືອ ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 13 ທັນວາ 2023 ທີ່ຜ່ານມານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຮັບໂດຍທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ມອບໂດຍທ່ານ ລີ ຈຸງ ກຶນ ປະທານກຸ່ມບໍລິສັດ ບູຢອງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ. ຈາກນັ້ນລົດຈໍານວນດັ່ງກ່າວແມ່ນໄດ້ຖືກຈັດສັນລົງສູ່ບັນດາແຂວງ . ສະເພາະແຂວງຄໍາມ່ວນຕາງໜ້າໃຫ້ແກ່ລັດຖະບານມອບໂດຍທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະຮັບໂດຍຕາງໜ້າບັນດາພະແນກການຢູ່ຂັ້ນແຂວງ ແລະ 10ຕົວເມືອງຂອງແຂວງເຂົ້າຮ່ວມ .

#Medialaos#ມີເດຍລາວ#khammouane News#ຂ່າວແຂວງຄໍາມ່ວນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments