Wednesday, May 15, 2024
Homeທ່ອງທ່ຽວເທສະການດອກງິ້ວບານ ຄັ້ງທີ 21 ຈະຂຶ້ນຢ່າງຍິ່ງໃຫຍ່ໃນທ້າຍເດືອນມັງກອນ

ເທສະການດອກງິ້ວບານ ຄັ້ງທີ 21 ຈະຂຶ້ນຢ່າງຍິ່ງໃຫຍ່ໃນທ້າຍເດືອນມັງກອນ

ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈະຈັດເທດສະ ການດອກງິ້ວບານ ຄັ້ງທີ 21 ຂຶ້ນຢ່າງຍິ່ງໃຫຍ່ວັນທີ 26-28 ມັງກອນ 2024 ຢູ່ເຂດເສດຖະກິດດັ່ງກ່າວ ເພື່ອແນໃສ່ການສົ່ງເສີມການ ທ່ອງທ່ຽວ ແລະ ວັດທະນະທໍາ ເນື່ອງໃນໂອກາດເປີດປີທ່ອງທ່ຽວລາວ 2024 ທັງເປັນການດຶງດູດການລົງທຶນ ພາຍ ໃນ ແລະ ຕ່າງປະເທດ ໃຫ້ມີບັນຍາກາດຄືກຄື້ນ.

ພາຍໃນງານດັ່ງກ່າວ ຈະປະກອບມີຫຼາຍກິດຈະກໍາປິ່ນອ້ອມທີ່ໜ້າສົນໃຈ ເປັນຕົ້ນ ກອງປະຊຸມສົ່ງເສີມ ແລະ ດຶງດູດການລົງທຶນໃນເທດສະການດອກງິ້ວບານ ຄັ້ງທີ 21 ເພື່ອສົ່ງເສີມການທ່ອງທ່ຽວ ແລະ ວັດທະນະທໍາ ງານຄັດເລືອກນາງສາວດອກງິ້ວບານຄັ້ງທີ 21 ປະຈໍາປີ 2024 ງານຄັດເລືອກນາງສາວທ່ອງທ່ຽວລາວ ຄັ້ງທີ 2 ປະຈໍາປີ 2024 ງານສະແດງສິລະປະ-ວັນນະຄະດີ ງານແຂ່ງຂັນກີລາກ໊ອຟ ຊີງຖ້ວຍລາງວັນ ດອກງິ້ວຄໍາ ຄັ້ງທີ 1 ງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ງານແຂ່ງກີລາຕີມວຍ ການສະແດງບິນໂດຣນ ແລະ ງານສະແດງຈູດບັ້ງໄຟດອກ ແລະ ປ່ອຍໂຄມໄຟ ເຊິ່ງຈະດໍາເນີນແຕ່ວັນທີ 21-28 ມັງກອນ 2024 ໂດຍບັນດາທ່ານທີ່ສົນໃຈກໍສາມາດເຂົ້າຮ່ວມງານດັ່ງກ່າວ ຕາມວັນ ແລະ ເວລາທີ່ກໍານົດໄວ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments