Saturday, July 27, 2024
Homeສຶກສາກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີຈັດກອງປະຊຸມຝຶກອົບຮົມຜູ້ອຳນວຍການໂຮງຮຽນຊັ້ນປະຖົມສຶກສາຄັ້ງທີ 1 ທີ່ວິທະຍາໄລຄູສະຫວັນນະເຂດ

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີຈັດກອງປະຊຸມຝຶກອົບຮົມຜູ້ອຳນວຍການໂຮງຮຽນຊັ້ນປະຖົມສຶກສາຄັ້ງທີ 1 ທີ່ວິທະຍາໄລຄູສະຫວັນນະເຂດ

ໃນຕອນເຊົ້າວັນທີ 04 ມັງກອນ 2024 ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີໄດ້ຈັດກອງປະຊຸມຝຶກອົບຮົມຜູ້ອຳນວຍການໂຮງຮຽນຊັ້ນປະຖົມສຶກສາຄັ້ງທີ 1 ທີ່ວິທະຍາໄລຄູສະຫວັນນະເຂດ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ອຳພອນ ຂາວເພ້ຍສຸພົມ ຮອງຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ, ທ່ານ ເຈບ ພີວກຣາມ ຜູ້ຈັດການດ້ານການພັດທະນາ ຫຼັກສູດຊັ້ນປະຖົມສຶກສາ, ມີພະນັກງານວິຊາການ ໂຄງການບີຄວາ,ຄູອາຈານຈາກວິທະຍາໄລສະຫວັນນະເຂດ ຄູອາຈານຈາກເປົ້າໝາຍຂອງແຂວງສະຫວັນນະເຂດໃນ 8 ຕົວເມືອງຄື: ອຸທຸມພອນ, ອາດສະພອນ, ທ່າປາງທອງ, ສອງຄອນ, ຈໍາພອນ, ໄຊບູລີ, ວິລະບູລີ ແລະ ເມືອງອາດສະພັງທອງ, ແລະ ແຂວງຄໍາມ່ວນມີ 3 ເມືອງຄື: ທ່າແຂກ, ຫີນບູນ ແລະ ເຊບັ້ງໄຟ.

ພາຍຫຼັງທ່ານ ທ່ານ ເຈບ ພີວກຣາມ ຜູ້ຈັດການດ້ານການພັດທະນາ ຫຼັກສູດຊັ້ນປະຖົມສຶກສາ ກ່າວມີຄໍາເຫັນແລ້ວ ທ່ານ ອຳພອນ ຂາວເພ້ຍສຸພົມ ຮອງຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດກໍມີຄໍາເຫັນ ແລະ ກ່າວເປີດກອງປະຊຸມວ່າ: ຈຸດປະສົງການຝຶກອົບຮົມຄັ້ງນີ້ກໍເພື່ອເຮັດໃຫ້ຜູ້ອຳນວຍການມີຄວາມເຂົ້າໃຈກ່ຽວກັບບົດບາດໃນວຽກງານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ຕາມທິດຂອງກົມສ້າງຄູ,ທີ່ເປັນຕົວແທນຂອງກະຊວງສຶກສາທິການ ແລະກິລາ ຖືວ່າໄດ້ຈັດຕັ້ງປະຕິບັດມາດົນນານພໍສົມຄວນ ແລະ ມາຄັ້ງນີ້ກໍເພື່ອເຮັດໃຫ້ເຂົາເຈົ້າມີຄວາມເພີ່ງພໍໃຈຢ່າງເລິກເຊິ່ງເພື່ອເຮັດໃຫ້ມີຄວາມສາມາດໃນການສ້າງສະພາບແວດລ້ອມ ເພື່ອອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດກິດຈະກໍາຕ່າງໆກ່ຽວຂ້ອງກັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສະນັ້ນທາງລັດຖະບານກໍຄືກະຊວງສຶກສາທິການ ແລະ ກິລາຈຶ່ງໄດ້ເອົາໃຈໃສ່ຕໍ່ວຽກງານພັດທະນາຄູ ພັດທະນາຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະດີຂຶ້ນ,ເພື່ອວ່າເວລາຈັດຕັ້ງການຮຽນ-ການສອນຈຶ່ງເຮັດໃຫ້ຜົນການຮຽນຂອງນັກຮຽນດີຂຶ້ນ

ເພື່ອຍົກສູງຄຸນນະພາບການສິດສອນ ແລະ ຜົນການຮຽນຂອງນັກຮຽນ, ກົມສ້າງຄູ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕາລີ ແລະ ອົງການສາກົນເພື່ອການພັດທະນາສະຫະລັດອາເມລິກາ (ອົງການ USAID) ຜ່ານແຜນງານບີຄວາ ໄດ້ຈັດກອງປະຊຸມຝຶກອົບຮົມເປັນເວລາ 5 ວັນ

ການຝຶກອົບຮົມຄັ້ງນີ້ແມ່ນໄດ້ນໍາສະເໜີຫົວຂໍ້ຕ່າງໆທີ່ມີຄວາມສຳຄັນເຊັ່ນ: ຄວາມເຂົ້າໃຈກ່ຽວກັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ຫຼັກສູດຊັ້ນປະຖົມສຶກສາ, ພາລະບົດບາດຂອງຜູ້ອຳນວຍການ ແລະ ຄວາມຮັບຜິດຊອບຂອງຄູທີ່ກ່ຽວຂ້ອງກັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ຍຸດທະສາດເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ພ້ອມທັງ ເນັ້ນໃສ່ການສ້າງຄວາມເຂົ້າໃຈລະຫວ່າງຜູ້ອຳນວຍການ ແລະ ຄູສອນ, ຊຸກຍູ້ການເຮັດວຽກເປັນທີມໃຫ້ມີປະສິດທິຜົນ, ນຳໃຊ້ເຕັກນິກການຮຽນຮູ້ດ້ວຍການປະຕິບັດຕົວຈິງ ແລະ ຄົ້ນຄວ້າຍຸດທະສາດການປະເມີນຜົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments