Saturday, July 27, 2024
Homeຂ່າວການເມືອງກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ 6 ສະໄຫມທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ 6 ສະໄຫມທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ 6 ສະໄຫມທີ V ໄດ້ຈັດໃນວັນທີ 3 ມັງກອນ 2024, ໂດຍການເປັນປະທານຂອງ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ, ມີບັນດາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ເຂົ້າຮ່ວມ.

ພົອ ວິໄລ ຫຼ້າຄຳຟອງ ໄດ້ມີຄຳເຫັນຕໍ່ກອງປະຊຸມ ວ່າ: ໃນປີ 2023 ຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງສູນກາງພັກ, ຄະນະພັກແຕ່ລະຂັ້ນໄດ້ພະຍາມ ຍາມສູ້ຊົນ, ບຸກບືນ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍລວມແມ່ນມີຄວາມຄືບໜ້າ ແລະ ໄດ້ຮັບຜົນສຳເລັດໃນລະດັບໜຶ່ງ, ອັນພົ້ນເດັ່ນແມ່ນບັນຫາເຄັ່ງຮ້ອນ ດ້ານເສດຖະກິດ-ການເງິນ, ການ ແລກປ່ຽນເງິນຕາຕ່າງປະເທດ ຖືກແກ້ໄຂໂດຍພື້ນຖານ; ການຜະລິດເປັນສິນຄ້າຂອງປະຊາຊົນ ສືບຕໍ່ເປັນຂະບວນການກວ້າງຂວາງ; ໂຄງການພັດທະນາພື້ນຖານໂຄງລ່າງຫຼາຍໂຄງການສືບຕໍ່ດຳເນີນການຈັດຕັ້ງປະຕິບັດ; ການບໍລິການ ແລະ ການທ່ອງທ່ຽວ ສືບຕໍ່ໄດ້ຮັບການຟື້ນຟູ, ປັບປຸງຍົກລະດັບຂຶ້ນຕື່ມ; ວຽກງານພົວພັນຕ່າງປະເທດ ສືບຕໍ່ໄດ້ຮັບການເຄື່ອນໄຫວ ທີ່ແຂງແຮງ ແລະ ຕໍ່ເນື່ອງ ໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ. ໃນນີ້, ພວກເຮົາພວມກະກຽມຢ່າງຕັ້ງໜ້າ ໃນການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ໃນປີ 2024 ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ຄະນະພັກແຕ່ລະ ຂັ້ນ ຕ້ອງມີຄວາມສະດຸ້ງໄວ, ກ້າຫານປະດິດສ້າງ, ຍົກສູງຄວາມຮັບຜິດຊອບການເມືອງ ແລະ ຄວາມ ເດັດດ່ຽວ, ຕັດສິນໃຈແກ້ໄຂບັນຫາຕ່າງໆ ໃຫ້ຖືກຕ້ອງ, ສອດຄ່ອງກັບຄວາມເປັນຈິງ ແລະ ການເລັ່ງທວງຂອງສະພາບການ, ແກ້ໄຂໃຫ້ໄດ້ບັນຫາທີ່ຫຍຸ້ງຍາກສັບສົນ, ບັນຫາທີ່ສັງຄົມລໍຖ້າການແກ້ໄຂ ໃຫ້ປະກົດຜົນເປັນຈິງ, ສ້າງຄວາມສັດທາ, ເຊື່ອໝັ້ນ ແລະ ໃຫ້ການສະໜັບສະໜູນ ຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ.

ພ້ອມນີ້, ໃນກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາການຈັດຕັ້ງເຄື່ອນໄຫວນຳພາ-ຊີ້ນໍາວຽກງານປ້ອງກັນຄວາມສະຫງົບປະຈຳປີ 2023 ແລະ ທິດທາງ, ແຜນການວຽກງານຈຸດສຸມ ປີ 2024, ຜ່ານຮ່າງແຜນການມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບກະກຽມດຳເນີນ ກອງປະຊຸມໃຫຍ່ ແລະ ຄະນະຮັບຜິດຊອບລົງຊຸກຍູ້ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ, ພ້ອມທັງ ປະກອບຄຳຄິດເຫັນໃສ່ບົດລາຍງານ ແລະ ກຳນົດແຜນວຽກຈຸດສຸມໃນຕໍ່ໜ້າ.

ຂ່າວ: ອາລຸນນະຄອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments