Saturday, July 27, 2024
Homeຂ່າວຕ່າງປະເທດຫຼາຍປະເທດ ພ້ອມຊ່ວຍຍີ່ປຸ່ນ ແກ້ໄຂຜົນຮ້າຍຈາກແຜ່ນດິນໄຫວ

ຫຼາຍປະເທດ ພ້ອມຊ່ວຍຍີ່ປຸ່ນ ແກ້ໄຂຜົນຮ້າຍຈາກແຜ່ນດິນໄຫວ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ການນຳບັນດາປະເທດ ອາຊີ ພ້ອມກັບບັນດາປະເທດອື່ນໆຢູ່ພາກພື້ນ ອາເມຣິກາເໜືອ ແລະ ເອີຣົບ ໄດ້ສົ່ງສານສະແດງຄວາມສາມັກຄີກັບ ຍີ່ປຸ່ນ ພາຍຫຼັງເຫດແຜ່ນດິນໄຫວທີ່ມີຄວາມແຮງ 7,6 ຣິກເຕີ ຊຶ່ງເກີດຂຶ້ນໃນວັນທີ 1 ມັງກອນ ຢູ່ແຂວງ ອິຊິກະວາ, ໄດ້ກໍ່ຜົນເສຍຫາຍທັງຊີວິດ ແລະ ຊັບສິນ.

ຂ່າວລະບຸວ່າ: ໃນສື່ສັງຄົມອອນໄລ ທະວິດເຕີ, ທ່ານເຟີດີນານ ມາຄອດປະທານາທິບໍດີ ຟີລິບປິນ ແຈ້ງໃຫ້ຊາບວ່າ: ຟີລິບປິນໄດ້ສະເໜີຊ່ວຍ ຍີ່ປຸ່ນ ດ້ວຍທຸກວິທີທາງ, ພ້ອມທັງຢັ້ງຢືນຄວາມສາມັກຄີກັບ ຍີ່ປຸ່ນ ຕໍ່ໜ້າບັນດາສິ່ງທ້າທາຍລວມ.

ທ່ານຢຸນ ຊອກ ຢອນປະທານາທິບໍດີ ສ ເກົາຫຼີ ກໍໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ຜູ້ປະສົບເຄາະຮ້າຍ ພາຍຫຼັງເຫດແຜ່ນດິນໄຫວ; ພ້ອມທັງສະແດງໃຫ້ເຫັນຄວາມຫວັງຢາກໜູນຊ່ວຍ ຍີ່ປຸ່ນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວດັ່ງກ່າວ.

ການນຳບັນດາປະເທດ ເອີຣົບ ແລະ ອາເມຣິກາ ເໜືອ ກໍສະແດງນ້ຳໃຈສາມັກຄີ ແລະ ພ້ອມແລ້ວທີ່ຈະສົມທົບກັບ ຍີ່ປຸ່ນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວນີ້ເຊັ່ນດຽວກັນ. ພາຍຫຼັງເກີດເຫດແຜ່ນດິນໄຫວ, ໃນວັນທີ 1 ມັງກອນ, ທ່ານ ໂຈ ໄບເດັ່ນ ປະທານາທິບໍດີ ອາເມຣິກາ ຖະແຫຼງວ່າ: ພ້ອມແລ້ວທີ່ຈະສະໜອງທຸກການຊ່ວຍເຫຼືອທີ່ຈຳເປັນໃຫ້ແກ່ ຍີ່ປຸ່ນ, ສ່ວນ ທ່ານ ຣີຊີ ຊູນາກ ນາຍົກລັດຖະມົນຕີ ອັງກິດ ກໍກ່າວວ່າ: ອັງກິດ ພ້ອມແລ້ວທີ່ຈະໜູນຊ່ວຍ ຍີ່ປຸ່ນ ແລະ ຍາມໃດກໍຕິດຕາມສະພາບການຢ່າງໃກ້ຊິດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments