Saturday, July 27, 2024
Homeຂ່າວກິລາແມນຢູ ເໝົາ 2 ຜູ້ອໍານວຍການກີລາ ມາປະສານກໍາລັງຍຸກ ເຊີ ຈິມ ແຣດຄລິຟ

ແມນຢູ ເໝົາ 2 ຜູ້ອໍານວຍການກີລາ ມາປະສານກໍາລັງຍຸກ ເຊີ ຈິມ ແຣດຄລິຟ

ເຊີຈິມ ແຣດຄລິຟ ເຈົ້າຂອງ Ineos Sports ເຊິ່ງຈະມາຄຸມງານກິລາບານເຕະຂອງສະໂມສອນ ແມນເຊັສເຕີ ຢູໄນເຕັດ ພິຈາລະນາດູດ 2 ຜູ້ອໍານວຍການກິລາທີ່ມີຄວາມຊໍານິຊໍານານຝີມືສູງທັງ ແດນ ແອຊເວິດ ແລະ ພອລ ມິດເຊວ ມາຮັບຕໍາແໜ່ງຍັງຖິ່ນ ໂອລ ແທຣບຟອດ.

ລາຍງານຈາກ ‘ I Sport ‘ ສືບເນື່ອງຈາກ ແຣດຄລິຟ ເຂົ້າຊື້ຫຸ້ນຍ່ອຍ ແມນເຊສເຕີ ຢູໄນເຕັດ 25% ໃນມູນຄ່າ 1,3 ຕື້ປອນ ແລ້ວໄດ້ຮັບອໍານາດບໍລິຫານຢ່າງເຕັມທີ່ ຕາມທີ່ຕະກູນ ເກວເຊີ ມອບໃຫ້ ຈຶ່ງໄດ້ສົ່ງທ່ານ ເຊີ ເດຟ ເບຣວຟອດ ຜູ້ອໍານວຍການຂອງ Ineos Sports ມາພົວພັນກັບທີມງານຕະຫຼອດອາທິດ.

ຫຼ້າສຸດ ມະຫາເສດຖີອາຍຸ 71 ປີ ໄດ້ເດີນທາງມາເຖິງເມືອງແມນເຊສເຕີເປັນຄັ້ງທໍາອິດ ນັບຈາກປະກາດຖືຫຸ້ນສະໂມສອນ 1 ໃນ 4 ສ່ວນຢ່າງເປັນທາງການ ໂດຍຈະໃຊ້ເວລາ 2-3 ມື້ຢູ່ທີ່ນັ້ນເພື່ອຈັດກອງປະຊຸມເພື່ອຈັດຕັ້ງວຽກບໍລິຫານບານເຕະໃໝ່ໝົດ.

ນອກຈາກນັ້ນ, ກໍໄດ້ໃຫ້ກໍາລັງໃຈກັບຜູ້ຈັດການທີມ ເອຣິກ ເທນ ຮາກ ແລະ ຜູ້ຫຼິ້ນ ພ້ອມຖືໂອກາດໄປຢ້ຽມຢາມສູນຝຶກອົບຮົມ ແຕຣິງຕັນ ເພື່ອພິຈາລະນາຄໍາແນະນໍາການປັບປຸງຕາມຄໍາຮ້ອງຂໍ.

ບັນຫາທີ່ສໍາຄັນ ຄົງເປັນການຊອກຫາທີມງານເພື່ອດໍາເນີນກິດຈະກໍາກິລາບານເຕະຢ່າງມີປະສິດທິພາບ ໂດຍວາງໂຄງສ້າງຕັ້ງໃຫ້ ເບຣວຟອດ ມີອໍານາດການຕັດສິນໃຈສູງສຸດ, ຢອງ ໂຄລດ ບລັອງ ເປັນ CEO ປະສານງານຝ່າຍບໍລິຫານກັບຜູ້ປະຕິບັດງານ.

ໃນຂະນະທີ່ຕໍາແໜ່ງຜູ້ອໍານວຍການກິລາ ແລະ ຜູ້ອໍານວຍການດ້ານວິຊາການ ກໍທາບທາມ ແອຊເວິດ ມືດີຂອງ ນິວຄາສເຊິນ, ກັບ ມິດເຊວ ເຊິ່ງຫວ່າງງານຈາກ ໂມນາໂກ ມາລະດົມສະໝອງເພື່ອຈັດຕັ້ງລະບຽບຍຸດທະສາດບານເຕະແກ່ ແມນຢູ ໃໝ່ໝົດ.

ກໍລະນີຂອງ ແອຊເວິດ ອາຍຸ 52 ປີ ອາດໂນ້ມນ້າວຍາກແດ່ ເພາະຫາກໍໄປຮັບຕໍາແໜ່ງທີ່ ເຊນ ເຈມ ພາກ ປະມານ 18 ເດືອນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments