Saturday, July 27, 2024
Homeຂ່າວຕ່າງປະເທດຮັບຮູ້ຈິດໃຈຫ່ວງໃຍຊາຕາກຳໂລກຈາກຄຳອວຍພອນປີໃໝ່ສາກົນ 2024 ຂອງທ່ານປະທານ ສີຈິ້ນຜິງ

ຮັບຮູ້ຈິດໃຈຫ່ວງໃຍຊາຕາກຳໂລກຈາກຄຳອວຍພອນປີໃໝ່ສາກົນ 2024 ຂອງທ່ານປະທານ ສີຈິ້ນຜິງ

ໃນວັນທີ 31 ທັນວາ 2023, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳອວຍພອນປີໃໝ່ສາກົນ 2024. ຈາກຄຳອວຍພອນດັ່ງກ່າວ, ຄົນທັງຫຼາຍຈະສາມາດເຂົ້າໃຈປະເທດຈີນທີ່ໝັ້ນໃຈຕົນເອງ ແລະ ເພິ່ງຕົນເອງ, ຢຶດໝັ້ນຄວາມຍຸຕິທຳ, ເປີດປະຕູສູ່ພາຍນອກ ແລະ ກວມລວມ, ກໍຄືຮ່ວມກັບປະເທດຕ່າງໆໃນໂລກສ້າງອະນາຄົດທີ່ດີງາມ.

ສັນຕິພາບ ແລະ ການພັດທະນາແມ່ນຄຳສັບທີ່ ທ່ານ ສີຈິ້ນຜິງ ໄດ້ເວົ້າເຖິງຢູ່ເລື້ອຍໆ ໃນຄຳອວຍພອນປີໃໝ່ຂອງທຸກປີ. ບໍ່ວ່າສະພາບການສາກົນຈະຜັນແປໄປຄືແນວໃດກໍຕາມ, “ສັນຕິພາບ ແລະ ການພັດທະນາເປັນກະແສຫຼັກຢ່າງສະເໝີຕົ້ນສະເໝີປາຍ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດເປັນຫຼັກການຂັ້ນເດັດຂາດຢ່າງສະເໝີຕົ້ນສະເໝີປາຍ.”

ໃນໄລຍະໜຶ່ງປີຜ່ານມາ, ພາຍໃຕ້ການໄກ່ເກ່ຍຈາກປະເທດຈີນ, ຊາອຸດິດ ອາຣັບບີ ແລະ ອີຣານໄດ້ຟື້ນຟູສາຍພົວພັນທາງການທູດ; ຈີນໄດ້ໃຫ້ເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳສຸກເສີນ ຊຶ່ງເປັນຫຼັກໝັ້ນອັນຖືກຕ້ອງ ແລະ ການເຄື່ອນໄຫວຢ່າງຕັ້ງໜ້າຂອງປະເທດຈີນໄດ້ຮັບການສະໜັບສະໜູນ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຄົມໂລກ.

“ຈີນບໍ່ພຽງແຕ່ພັດທະນາຕົນເອງເທົ່ານັ້ນ, ຍັງຮ່ວມມືກັບໂລກຢ່າງຕັ້ງໜ້າ, ແບກຫາບຄວາມຮັບຜິດຊອບໃນຖານະເປັນປະເທດໃຫຍ່.” ໃນຄຳອວຍພອນປີໃໝ່ສາກົນ 2024, ທ່ານ ສີຈິ້ນຜິງ ໄດ້ສະແດງໃຫ້ເຫັນເຖິງຈິດໃຈອັນກວ້າງຂວາງຂອງປະເທດ ຈີນອີກຄັ້ງໜຶ່ງ.

ການເປີດປະຕູສູ່ພາຍນອກແມ່ນຂີດໝາຍຢ່າງຈະແຈ້ງຂອງປະເທດຈີນ. ຈີນແມ່ນປະເທດ ໃຫຍ່ອັນດັບໜຶ່ງຢູ່ໃນໂລກທີ່ມີການຊື້-ຂາຍສິນຄ້າທີ່ຈັບຕ້ອງໄດ້ 6 ປີລຽນຕິດ, ກາຍເປັນ ຄູ່ການຄ້າທີ່ສຳຄັນຂອງ 140 ກວ່າປະເທດ ແລະ ເຂດແຄ້ວນ; ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ງານຕະຫຼາດນັດການຄ້າການບໍລິການສາກົນຈີນ, ງານວາງສະແດງການຄ້າດີຈີຕອນໂລກ ແລະ ອື່ນໆໄດ້ສ້າງເວທີການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ; ເຂດທົດລອງການຄ້າເສລີຂອງຈີນໄດ້ຍົກລະດັບ ແລະ ເພີ່ມຂຶ້ນເປັນ 22 ແຫ່ງ, ຈີນໄດ້ຍົກເລີກຂໍ້ຈຳກັດການລົງທຶນຂອງຕ່າງປະເທດເຂົ້າເຖິງຕະຫຼາດຂົງເຂດອຸດສາຫະກຳ ການຜະລິດຢ່າງຮອບດ້ານ, ຜ່ອນຄາຍເງື່ອນໄຂເຂົ້າເຖິງຕະຫຼາດຈີນໃນຂະແໜງການໂທລະຄົມ, ການປິ່ນປົວພະຍາດ ແລະ ຂະແໜງການບໍລິການອື່ນໆ. ການເປີດປະຕູສູ່ພາຍນອກຂອງຈີນນັບມື້ນັບເປີດກວ້າງກວ່າເກົ່າ, ຈີນໄດ້ສ້າງຄວາມຕື່ນເຕັ້ນໃໝ່ ແລະ ໂອກາດໃໝ່ໃຫ້ແກ່ທົ່ວໂລກຢ່າງບໍ່ຢຸດຢັ້ງ.

“ປະຊາຊົນຈີນຮູ້ຈັກຄຸນຄ່າອັນປະເສີດຂອງສັນຕິພາບເປັນຢ່າງດີ, ພວກເຮົາຍິນດີຮ່ວມກັບ ປະຊາຄົມໂລກ, ຖືເອົາອະນາຄົດຂອງມວນມະນຸດເປັນຄວາມຫ່ວງໃຍຢູ່ໃນໃຈ, ຖືເອົາຄວາມສຸກຂອງປະຊາຊົນເປັນເປົ້າໝາຍ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງ ມວນມະນຸດ, ສ້າງໂລກທີ່ດີງາມກວ່າເກົ່າ.” ໃນຄຳອວຍພອນປີໃໝ່ 2024, ທ່ານ ສີຈິ້ນຜິງ ໄດ້ສະເໜີຄຳເຊື້ອເຊີນຢ່າງຈິງໃຈອີກຄັ້ງໜຶ່ງດ້ານການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດ. ປີ 2024, ຈີນຈະສືບຕໍ່ຮ່ວມກັບຄູ່ຮ່ວມມືຕ່າງໆຢູ່ໃນໂລກ ເພື່ອຮ່ວມກັນບຸກບືນກ້າວໄປສູ່ອະນາຄົດທີ່ມີຊາຕາກຳຮ່ວມກັນ. 

ໂດຍ: ຊີອາໄອ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments