Saturday, July 27, 2024
Homeຂ່າວຕ່າງປະເທດຫວຽດນາມ ມີຫຼາຍໂອກາດໃນການດຶງດູດທຶນ FDI ຄຸນນະພາບສູງ

ຫວຽດນາມ ມີຫຼາຍໂອກາດໃນການດຶງດູດທຶນ FDI ຄຸນນະພາບສູງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ການດຶງດູດເງິນລົງທຶນຈາກຕ່າງປະເທດ (FDI) ຂອງ ຫວຽດນາມ ສືບຕໍ່ບັນລຸໄດ້ບັນດາໝາກຜົນອັນຕັ້ງໜ້າຫຼາຍຢ່າງ. ຍອດເງິນລົງທຶນຈາກຕ່າງປະເທດຈົດທະບຽນເຂົ້າ ຫວຽດນາມ ໄລ່ຮອດວັນທີ 20 ທັນວາ 2023 ບັນລຸ 36,6 ຕື້ໂດລາ, ເພີ່ມຂຶ້ນກວ່າ 32% ເມື່ອທຽບໃສ່ປີ 2022. ບັນດານັກຊ່ຽວຊານກ່າວວ່າ, ບັນດາປັດໄຈສຳຄັນທີ່ສ້າງໂອກາດໃນການດຶງດູດເງິນລົງທຶນຈາກຕ່າງປະເທດເຂົ້າຫວຽດນາມຄື: ສະຖຽນລະພາບດ້ານການເມືອງ, ພື້ນຖານເສດຖະກິດພວມຟຶ້ນຟູຢ່າງວ່ອງໄວພາຍຫຼັງພະຍາດລະບາດ, ຄວາມດຸ່ນດ່ຽງມະຫາພາກຮັບປະກັນ, ເງິນເຟີ້ໄດ້ຮັບການຄວບຄຸມ. ຫວຽດນາມ ໄດ້ລົງນາມສັນຍາການຄ້າເສລີຫຼາຍສະບັບ ແລະ ພວມປະຕິບັດຢ່າງມີປະສິດທິຜົນ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວລົງທຶນ ແລະ ການຄ້າສາກົນ. ທ່ານ ເລຢຸຍບິ່ງນັກຊ່ຽວຊານເສດຖະກິດຫວຽດນາມ ຖືວ່າ:ບັນດານັກລົງທຶນຕ່າງປະເທດ, ພິເສດແມ່ນບັນດາວິສາຫະກິດໃຫຍ່ ສົນໃຈສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດທີ່ສຸດ. ພວກເຮົາ ຄວນຍົກລະດັບສະພາບແວດລ້ອມການລົງທຶນ, ປັບປຸງພື້ນຖານໂຄງລ່າງ. ພວກເຮົາໄດ້ປະຕິບັດໃນຊຸມປີຜ່ານມາຢ່າງຂ້ຽວຂາດ, ພິເສດແມ່ນການຊຸກຍູ້ການລົງທຶນສາທາລະນະ ແລະ ລະດົມການເຂົ້າຮ່ວມຢ່າງໃຫຍ່ຫຼວງຂອງພາກເອກະຊົນ ເພື່ອປັບປຸງພື້ນຖານໂຄງລ່າງ, ແຕ່ພວກເຮົາຄວນເພີ່ມທະວີຊຸກຍູ້ໃຫ້ຫຼາຍຂື້ນກວ່າເກົ່າເພື່ອປັບປຸງໂສມໜ້າໃໝ່. ຈາກນັ້ນ, ຫຼຸດຜ່ອນຊ່ອງຫວ່າງກັບຕະຫຼາດ, ຫຼຸດຜ່ອນລາຍຈ່າຍກ່ຽວກັບ ການຂົນສົ່ງ, ຫຼຸດຜ່ອນລາຍຈ່າຍໃນການດຳເນີນທຸລະກິດໃຫ້ແກ່ວິສາຫະກິດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments