Saturday, July 27, 2024
Homeຂ່າວພາຍໃນປີ 2023 ເສດຖະກິດແຂວງຫົວພັນຂະຫຍາຍຕົວ 4,16%

ປີ 2023 ເສດຖະກິດແຂວງຫົວພັນຂະຫຍາຍຕົວ 4,16%

ປີ 2023 ຜ່ານມາ, ລວມຍອດຜະລິດຕະພັນພາຍໃນ ຫລື GDP ຂອງແຂວງຫົວພັນ ບັນລຸ 4.753,15 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນໄດ້ 15.381.677 ກີບ/ຄົນ/ປີ ຫລື ເທົ່າກັບ 892 ໂດລາສະຫະລັດ/ຄົນ/ປີ, ດ້ວຍອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຢູ່ໃນລະດັບ 4,16% ທຽບໃສ່ແຜນການປີ ຍັງບໍ່ທັນບັນລຸຄາດໝາຍ 0,47%, ໃນນັ້ນ ຂະແໜງກະສິກຳ ແລະ ປ່າໄມ້ ເພີ່ມຂຶ້ນ 4,35% ກວມເອົາ 56,59% ຂອງ GDP, ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 4,81% ກວມເອົາ 22,19% ຂອງ GDP, ຂະແໜງບໍລິການ ເພີ່ມຂຶ້ນ 3,36% ກວມເອົາ 21,22% ຂອງ GDP.

ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງຫົວພັນ ຊຸດທີ II ເມື່ອວັນທີ 2 ມັງກອນ 2024 ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃຫຍ່ທີ່ພົ້ນເດັ່ນ, ສຳຄັນ ແລະ ເປັນລັກສະນະຈຸດສຸມເຄັ່ງຮ້ອນ ຂອງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບສອງວາລະແຫ່ງຊາດ ໃນໄລຍະຜ່ານມາ ລວມທັງບັນຫາທີ່ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງວຽກງານຈຸດສຸມ ໃນປີ 2024. ພ້ອມນີ້, ທ່ານຍັງໄດ້ຊີ້ໃຫ້ເຫັນເຖິງບາງບັນຫາທີ່ຄົງຄ້າງ ເປັນຕົ້ນ ການນຳພາ-ຊີ້ນຳຕໍ່ຂົງເຂດເສດຖະກິດ, ອັດຕາການເຕີບໂຕທາງດ້ານເສດຖະກິດ ບໍ່ສາມາດບັນລຸຕາມຄາດໝາຍ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຍັງບໍ່ທັນໄດ້ດຳເນີນມາດຕະການຕ່າງໆ ຕໍ່ບັນຫາເຫລົ່ານັ້ນຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ແລະ ຍັງບໍ່ທັນມີການຫັນປ່ຽນທີ່ເປັນຮູບປະທຳ ເຊິ່ງສະແດງອອກຄື: ການຊຸກຍູ້ສົ່ງເສີມການປູກພືດ-ການລ້ຽງສັດ, ຫັດຖະກຳຕ່າງໆເປັນສິນຄ້າສົ່ງອອກ ເພື່ອທົດແທນການນໍາເຂົ້າຍັງເຮັດໄດ້ໜ້ອຍ, ບໍ່ທັນເປັນຂະບວນການຢ່າງຟົດຟື້ນ ແລະ ແຂງແຮງ; ການນໍາເຂົ້າສິນຄ້າປະເພດຕ່າງໆ ແລະ ການຄວບຄຸມລາຄາສິນຄ້າຕາມທ້ອງຕະຫລາດ ຍັງບໍ່ທັນໃຊ້ມາດຕະການປະຕິບັດເຂັ້ມງວດເທົ່າທີ່ຄວນ.

ສຳລັບ ປີ 2024 ນີ້, ອົງການປົກຄອງແຂວງ ຈະໄດ້ສືບຕໍ່ເຮັດໃຫ້ມີສະຖຽນລະພາບທາງການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໜັກແໜ້ນ, ຍູ້ແຮງການຜະລິດກະສິກໍາ, ຫັດຖະກໍາ, ການບໍລິການໃຫ້ແຂງແຮງຂຶ້ນກວ່າເກົ່າ; ເອົາໃຈໃສ່ດຶງດູດການລົງທຶນຈາກທຸກພາກສ່ວນເສດຖະກິດ ໂດຍການສ້າງສິ່ງອໍານວຍຄວາມສະດວກ, ກາລະໂອກາດ, ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຕ່າງໆ ເພື່ອສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນເປັນກ້າວໆ ໂດຍຈະໄດ້ສືບຕໍ່ສຸມໃສ່ປັບປຸງປະສິດທິຜົນຂອງການລົງທຶນຂອງລັດໃຫ້ດີຂຶ້ນ, ຢຸດການຈັດສັນທຶນໃສ່ໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ແລະ ບໍ່ມີຄວາມຈຳເປັນ, ສຸມໃສ່ໂຄງການລົງທຶນເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນບູລິມະສິດຕົ້ນຕໍ; ສືບຕໍ່ປັບປຸງກົນໄກອໍານວຍຄວາມສະດວກໃນການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນທັງພາຍໃນ ແລະ ຕ່າງປະເທດໃຫ້ດີຂຶ້ນ; ເອົາໃຈໃສ່ຊຸກຍູ້ປະຊາຊົນບັນດາເຜົ່າໃນແຕ່ລະເມືອງ ທີ່ມີທ່າແຮງທາງດ້ານການຜະລິດກະສິກຳເປັນສິນຄ້າ ການປູກຝັງ-ລ້ຽງສັດ, ຫັດຖະກຳ ໃຫ້ມີໜໍ່ແໜ່ງຫລາຍຂຶ້ນ ແລະ ມີປະສິດທິຜົນສູງກ່ວາເກົ່າ, ຄາດຄະເນລວມຍອດຜະລິດຕະພັນພາຍໃນ (GDP) ປີ 2024 ຈະໃຫ້ບັນລຸ 4.954 ຕື້ກວ່າກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໃຫ້ໄດ້ 15.855.095 ກີບ/ຄົນ/ປີ ຫລື ເທົ່າກັບ 920 ໂດລາສະຫະລັດ/ຄົນ/ປີ, ດ້ວຍຈັງຫວະອັດຕາການຂະຫຍາຍຕົວທາງດ້ານເສດຖະກິດ ຈະຢູ່ໃນລະດັບ 4,67% ແລະ ໂຄງປະກອບເສດຖະກິດຈະມີການຫັນປ່ຽນໃນທ່າອຽງຄື: ຂະແໜງກະສິກຳ-ປ່າໄມ້ ເພີ່ມຂຶ້ນ 4,95% ກວມເອົາ 56,89% ຂອງ GDP, ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 4,91% ກວມເອົາ 21,30% ຂອງ GDP, ຂະແໜງບໍລິການເພີ່ມຂຶ້ນ 3,98% ກວມເອົາ 21,81% ຂອງ GDP ແນໃສ່ຮັບປະກັນໃຫ້ເສດຖະກິດຂອງແຂວງດີຂຶ້ນ.

ຂ່າວ-ພາບ: ໄອແກ້ວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments