Home ທ່ອງທ່ຽວ ສປປ ລາວ ກໍານົດນະໂຍບາຍການບໍລິຫານຈັດການ/ຄຸ້ມຄອງ ແລະ ພັດທະນາແຮ່ທາດໃຫ້ເກີດຜົນປະໂຫຍດສູງສຸດ ຕາມທິດສີຂຽວ

ສປປ ລາວ ກໍານົດນະໂຍບາຍການບໍລິຫານຈັດການ/ຄຸ້ມຄອງ ແລະ ພັດທະນາແຮ່ທາດໃຫ້ເກີດຜົນປະໂຫຍດສູງສຸດ ຕາມທິດສີຂຽວ

0
63

ການກໍານົດນະໂຍບາຍການບໍລິຫານຈັດການ/ຄຸ້ມຄອງ ແລະ ພັດທະນາແຮ່ທາດໃຫ້ເກີດຜົນປະໂຫຍດສູງສຸດ ຕາມທິດສີຂຽວ ແມ່ນ ວຽກຈຸດສຸມໃນການປະກອບສ່ວນເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານ ເສດຖະກິດ-ການເງິນ.ສະນັ້ນ, ລັດຖະບານຈຶ່ງໄດ້ມີຂໍ້ຕົກລົງວ່າດ້ວຍການກໍານົດເງື່ອນໄຂໃນການເຈລະຈາ ສັນຍາຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ທາດ ໃນໄລຍະທົດລອງ ເປັນຕົ້ນ ແຮ່ເຫຼັກ, ແຮ່ຄໍາເຄົ້າ, ຫີນມາໂບ ແຮ່ຫາຍາກ… ອີງໃສ່ກົດໝາຍ, ນະໂຍບາຍ ແລະ ບັນດານິຕິກໍາລຸ່ມກົດໝາຍ. ໃນໄລຍະຊຸມປີຜ່ານມາຈົນເຖິງປັດຈຸບັນ. ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຊຸກຍູ້ໃຫ້ບັນດາບໍລິສັດ ທີ່ມີຄວາມສົນໃຈເຂົ້າມາພັດທະນາໂຄງການບໍ່ແຮ່ ໄດ້ຈັດຕັ້ງປະຕິບັດ ທັງໃນຮູບແບບປົກກະຕິ ແລະ ຮູບແບບທົດລອງ ຕາມແຕ່ລະຂັ້ນຕອນຕັ້ງແຕ່ໄລຍະການຊອກຄົ້ນ, ສໍາຫຼວດ, ສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ, ຂຸດຄົ້ນ-ປຸງແຕ່ງແຮ່ທາດ ຈົນເຖິງການຈໍາໜ່າຍ.

ໃນການຈັດຕັ້ງປະຕິບັດການພັດທະນາໂຄງການບໍ່ແຮ່ ແມ່ນອີງໃສ່ກົດໝາຍວ່າດ້ວຍແຮ່ທາດ ສະບັບປັບ ປຸງ 2017 ເປັນຫຼັກ. ພ້ອມນັ້ນ, ກ່ອນການພັດທະນາໂຄງການກໍໄດ້ສະເໜີໃຫ້ຜູ້ພັດທະນາ ຫຼື ຜູ້ລົງທຶນ ເຮັດບົດວິພາກເສດຖະກິດ-ເຕັກນິກ ແລະ ບົດວິພາກຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ນອກຈາກນີ້, ກໍ່ຍັງມີນະໂຍບາຍຂອງລັດຖະບານອະນຸຍາດໃຫ້ຂຸດຄົ້ນແຮ່ທາດໃນໄລຍະທົດລອງ ໂດຍມີການປະສານສົມທົບ ລະຫວ່າງສູນກາງ ແລະ ທ້ອງຖິ່ນເປັນປົກກະຕິໃນການຕິດຕາມ, ກວດກາ ແລະ ຄຸ້ມຄອງ ໂຄງການ ພັດທະນາແຮ່ທາດ. ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ຮ່ວມມືກັບ ສປ ຈີນ ເພື່ອປັບປຸງຍົກລະດັບຄວາມອາດສາມາດໃນການຄົ້ນຄວ້າວິທະຍາສາດເຕັກໂນໂລຊີ ແລະ ສົ່ງເສີມການນໍາໃຊ້ຜົນສໍາເລັດດ້ານວິທະຍາສາດ ແລະ ເຕັກໂນໂລຊີເຂົ້າໃນການພັດທະນາຂອງລາວ ຮັບໃຊ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ຍຸດທະສາດຂອງລາວ: “ຫັນປ່ຽນປະເທດລາວຈາກ ປະເທດທີ່ບໍ່ມີທະເລໃຫ້ກາຍເປັນປະເທດທີ່ມີການເຊື່ອມໂຍງເຂົ້າກັນ” ອີງໃສ່ໂຄງການການຮ່ວມມືສາກົນ ຫົວຂໍ້ສະເພາະ ຂອງແຂວງຢຸນນານ, ໂດຍໃຫ້ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝິງ ເປັນຄະນະ ຈັດຕັ້ງປະຕິບັດ ຊຶ່ງສະຖາບັນຄົ້ນຄວ້າ ພະລັງງານ ແລະ ບໍ່ແຮ່ ເປັນຄະນະສົມທົບ, ຊຶ່ງມາຮອດປັດຈຸບັນ,ໄດ້ເປີດການນໍາໃຊ້ຢ່າງເປັນທາງການແລ້ວ.

ໄປພ້ອມກັນນັ້ນ, ຍັງສໍາຫຼວດສ້າງຂໍ້ມູນພື້ນຖານດ້ານທໍລະນີສາດ ແລະ ແຮ່ທາດ ແລະ ປະເມີນ ຊັບພະຍາກອນແຮ່ທາດທົ່ວປະເທດ. ໄດ້ສໍາເລັດການລົງພາກສະໜາມ ຮ່ວມກັບຊ່ຽວຊານຈາກ ສສ.ຫວຽດນາມ ແລະ ສປ ຈີນ ໃນການສໍາຫຼວດ ສ້າງແຜນທີ່ທໍລະນີສາດ ແລະ ສໍາຫຼວດສ້າງແຜນທີ່ທໍລະນີເຄມີ ມາດຕາສ່ວນ 1/200.000, 1/50.000 ໃນ ເນື້ອທີ່ ທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ. ເຖິງຢ່າງໃດກໍ່ຕາມ, ຍັງຈໍາເປັນຕ້ອງໄດ້ຮັບການສະໜັບສະໜູນຈາກ ພາກລັດໃນການປະກອບສ່ວນງົບປະມານເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງເຕັມສ່ວນ. ພ້ອມກັນນັ້ນຍັງສືບຕໍ່ເຮັດວຽກ ກັບບັນດາປະເທດເພື່ອນມິດຍຸດທະສາດ, ຄູ່ຮ່ວມຊະຕາກໍາ ໃນການສຶກສາສ້າງຖານດ້ານທໍລະນີໄພພິບັດ, ສັງລວມ ແລະ ປຸງແຕ່ງຂໍ້ມູນ, ສ້າງ ແລະ ປັບປຸງເວັບໄຊ, ສ້າງວາລະສານ ເປັນລາຍໄຕມາດ, ສ້າງຫ້ອງສະໝຸດທໍລະນີສາດ ແລະ ແຮ່ທາດ, ສ້າງຫໍພິພິຕະພັນ ຫີນ-ແຮ່ ແລະ ຊາກດຶກດໍາບັນ, ສ້າງຫ້ອງວິໄຈແຮ່ທາດ ແລະ ອື່ນໆ.

(ຂ່າວ: ຕະວິນຍານ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here