Saturday, July 27, 2024
Homeຂ່າວຕ່າງປະເທດເສດຖະກິດສິງກະໂປ ຂະຫຍາຍຕົວ 1,2% ໃນປີຜ່ານມາ

ເສດຖະກິດສິງກະໂປ ຂະຫຍາຍຕົວ 1,2% ໃນປີຜ່ານມາ

ຂ່າວຕ່າງປະເທດລາຍງານ ເມື່ອຕົ້ນອາທິດທີ່ຜ່ານມາ, ທາງການສິງກະໂປປະກາດວ່າ ເຖິງແມ່ນວ່າສິງກະໂປສາມາດຫຼຸດພົ້ນພາວະຖົດຖອຍໄປໄດ້ເມື່ອປີ 2023 ທີ່ຜ່ານມາ ແຕ່ລັດຖະບານຍັງກ່າວວ່າ ຄວາມສ່ຽງຈາກພາຍນອກ ໂດຍສະເພາະສະຖານະການໂລກໃນປັດຈຸບັນອາດຈະສົ່ງຜົນຕໍ່ສະຖານະການທາງດ້ານເສດຖະກິດໃນປີນີ້. ໃນໄລຍະການກ່າວຄຳອວຍພອນເນື່ອງໃນໂອກາດວັນປີໃໝ່ ທ່ານ ລີຊຽນລຸງ ນາຍົກລັດຖະມົນຕີສິງກະໂປກ່າວວ່າ ເສດຖະກິດຂອງປະເທດຂະຫຍາຍຕົວທີ່ 1,2% ໃນປີ 2023 ຖືວ່າເປັນການຫຼຸດພົ້ນຈາກພາວະຖົດຖອຍ. ທ່ານກ່າວຕື່ມວ່າ ລັດຖະບານໄດ້ຄາດຄະເນອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຂອງປະເທດໄວ້ຢູ່ທີ່ 1%-3% ສຳລັບປີ 2024 ເຖິງຢ່າງໃດກໍຕາມ, ສິ່ງແວດລ້ອມພາຍນອກຄືຕົວແປສຳຄັນໂດຍສະເພາະຄວາມສ່ຽງທີ່ກ່ຽວຂ້ອງກັບພູມສາດການເມືອງໂລກ ຊຶ່ງສະຖານະການຮຸນແຮງທີ່ສຸດໃນຂະນະນີ້ຄື ວິກິດການທີ່ເກີດຂຶ້ນກັບໂລກໃນປັດຈຸບັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments