Saturday, July 27, 2024
Homeຂ່າວຕ່າງປະເທດເກິດເຫດແຜ່ນດິນໄຫວຢູ່ ຍີ່ປຸ່ນ

ເກິດເຫດແຜ່ນດິນໄຫວຢູ່ ຍີ່ປຸ່ນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເຈົ້າໜ້າທີ່ຍີ່ປຸ່ນໄດ້ລາຍງານຄວາມເສຍຫາຍຍ້ອນເຫດແຜ່ນດິນໄຫວທີ່ເກີດ ຂຶ້ນໃນວັນທີ 1 ມັງກອນ ຢູ່ ຍີ່ປຸ່ນ ແມ່ນໃຫຍ່ຫຼວງທີ່ສຸດ. ແຕ່ເຖິງຢ່າງໃດກໍຕາມ, ຄວາມເສຍຫາຍກໍອາດຈະຫຼຸດລົງສ່ວນໃດສ່ວນໜຶ່ງຍ້ອນລະບົບເຕືອນໄພໄວ ຊຶ່ງຍີ່ປຸ່ນ ສືບຕໍ່ປັບປຸງໃນຫຼາຍປີຜ່ານມາ. ລາຍງານຂ່າວກ່າວວ່າ, ຮອດຕອນທ່ຽງຂອງວັນທີ 2 ມັງກອນ (ຕາມເວລາທ້ອງຖິ່ນ), ມີຜູ້ເສຍຊີວິດຢ່າງໜ້ອຍ 30 ຄົນ ພາຍຫຼັງເຫດແຜ່ນດິນໄຫວເຮັດໃຫ້ແຫຼມ ໂນໂຕທີ່ຂຶ້ນກັບແຂວງ ອິຊິກະວາ ແລະ ບັນດາເຂດແຄມທະເລຢູ່ພາກກາງຂອງປະເທດສັ່ນສະເທືອນ. ນອກຈາກເຫດແຜ່ນດິນ ໄຫວມີຄວາມແຮງ 7,6 ຣິກເຕີ, ພ້ອມກັບ ສະພາບສັ່ນສະເທືອນ 155 ຄັ້ງ, ໄດ້ເຮັດໃຫ້ເຮືອນຊານຫຼາຍຫຼັງ ຖືກພັງທະລາຍ ແລະ ກໍ່ໃຫ້ເກີດເຫດອັກຄີໄພຢູ່ນະຄອນ ວາຈິມະທີ່ຂຶ້ນກັບແຂວງ ອິຊິກະວາ. ລະບົບຄົມມະນາຄົມທາງບົກຖືກທຳລາຍ, ໃນຂະນະທີ່ປະຊາຊົນຫຼາຍກວ່າ 33.000 ຄອບຄົວບໍ່ມີໄຟຟ້າ ແລະ ນ້ຳໃຊ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments