Saturday, July 27, 2024
Homeທຸລະກິດສປປ ລາວ ສົ່ງເສີມການນໍາໃຊ້ພະລັງງານສະອາດເຂົ້າໃນການຄົມມະນາຄົມ ແລະ ຂົນສົ່ງ

ສປປ ລາວ ສົ່ງເສີມການນໍາໃຊ້ພະລັງງານສະອາດເຂົ້າໃນການຄົມມະນາຄົມ ແລະ ຂົນສົ່ງ

ໂດຍອີງໃສ່ຍຸດທະສາດສົ່ງເສີມການນໍາໃຊ້ພະລັງງານສະອາດເຂົ້າໃນຂະແໜງຄົມມະນາຄົມ-ຂົນສົ່ງ ແຜນພັດທະນາຮອດປີ 2025, ຍຸດທະສາດຮອດປີ 2030 ແລະ ວິໄສທັດ 2050 ຊຶ່ງໄດ້ຖືກຮັບຮອງ ຕາມດໍາລັດ ສະບັບເລກທີ 231/ນຍ, ລົງວັນທີ 11 ພຶດສະພາ 2020 ແລະ ມີມະຕິ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍການນໍາໃຊ້ລົດໄຟຟ້າຢູ່ໃນ ສປປ ລາວ ສະບັບເລກທີ 08/ລບ, ລົງວັນທີ 04/10/2021 ແລະ ບັນດານິຕິກໍາທີ່ກ່ຽວຂ້ອງ ຊຶ່ງປັດຈຸບັນ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສຸມໃສ່ປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນແມ່ນກົນໄກດ້ານພາສີ-ອາກອນ, ມາດຕະຖານດ້ານເຕັກນິກຂອງລົດໄຟຟ້າ ແລະ ລະບຽບການຄຸ້ມຄອງສະຖານີສາກລົດໄຟຟ້າ ຕາມສິດ ແລະ ໜ້າທີ່ຂອງແຕ່ລະຂະແໜງການ.

ປັດຈຸບັນ, ເຫັນໄດ້ແນວໂນ້ມໃນການຊົມໃຊ້ລົດໄຟຟ້າເພີ່ມຂຶ້ນ ຊຶ່ງສະແດງອອກບັນດາຕົວເລກ ລົດໄຟຟ້າ ທີ່ນໍາໃຊ້ປັດຈຸບັນມີ ຈໍານວນ 4.631 ຄັນ. ໃນນີ້, ປະກອບມີ (ລົດໃຫຍ່ເປັນລົດໄຟຟ້າ 100% ຈໍານວນ 2.592 ຄັນ, ລົດຈັກ ໄຟຟ້າ 2.039 ຄັນ) ແລະ ໄດ້ສໍາເລັດການອອກໃບອະນຸຍາດດ້ານເຕັກນິກ ເພື່ອດໍາເນີນກິດຈະການສະຖານີ ສາກລົດໄຟຟ້າ ໃຫ້ກັບບັນດາບໍລິສັດລົງທຶນ ຈໍານວນທັງໝົດ 18 ບໍລິສັດ; ສໍາເລັດການຕິດຕັ້ງສະຖານີສາກ ລົດໄຟຟ້າ ມີຈໍານວນ 41 ຈຸດ ໃນຂອບເຂດທົ່ວປະເທດ. ເຊັນສັນຍາຮ່ວມມືສອງຝ່າຍລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ບໍລິສັດ ວຽງຈັນບໍລິຫານຈັດການຂີ້ເຫຍື້ອຈໍາກັດ ເພື່ອສຶກສາຄວາມເປັນໄປໄດ້ແປຮູບຂີ້ເຫຍື້ອມາເປັນພະລັງງານ ແລະ ການພັດທະນາພື້ນ ຖານໂຄງລ່າງສະຖານີສາກລົດໄຟຟ້າ.

ພ້ອມກັນນີ້, ກໍໄດ້ເອົາໃຈໃສ່ສົ່ງເສີມພະລັງງານທີ່ເປັນນະວັດຕະກໍາໃໝ່ ເປັນຕົ້ນແມ່ນ ການຜະລິດອາຍແກ໊ສ ມີເທນ, ໄຮໂດເຈນ ແລະ ເອັມໂມເນຍ. ພ້ອມທັງ, ໄດ້ສືບຕໍ່ສ້າງ ແລະ ປັບປຸງ ບັນດານິຕິກໍາ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດເປັນຕົ້ນຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ-ບໍລິຫານກອງທຶນສົ່ງເສີມ ແລະ ພັດທະນາພະລັງງານ, ຄູ່ມືແນະນໍາການຈັດຕັ້ງປະຕິບັດດໍາລັດວ່າດ້ວຍການຄຸ້ມຄອງ-ບໍລິຫານກອງທຶນສົ່ງເສີມ ແລະ ພັດທະນາພະລັງງານ, ຮ່າງດໍາລັດວ່າດ້ວຍພະລັງງານໄຮໂດເຈນ, ຮ່າງຍຸດທະສາດການພັດທະນາພະລັງງານທົດແທນໃນ ສປປ ລາວ, ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງການ ຊື້-ຂາຍ ສິນເຊື່ອກາກບອນ ໃນຂະແໜງພະລັງງານ.

ກ່ຽວກັບການສົ່ງເສີມການປະຢັດ ແລະ ອະນຸລັກພະລັງງານ. ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ສໍາເລັດການສ້າງເອກະສານ ໂຄສະນາ-ເຜີຍແຜ່ ກ່ຽວກັບການປະຢັດ ແລະ ອະນຸລັກພະລັງງານຢູ່ໃນອາຄານ ການຄ້າ ແລະ ສໍານັກງານລັດຖະບານ, ປັດຈຸບັນ,ກໍາລັງຈັດພິມ ແລະ ກຽມລົງເຜີຍແຜ່ໃຫ້ແກ່ກຸ່ມເປົ້າໝາຍ,ໄດ້ເຜີຍແຜ່ ແລະ ການສ້າງປຶ້ມ ຂໍ້ຕົກລົງ ວ່າດ້ວຍມາດຕະຖານ ແລະ ກາໝາຍ ປະສິດທິພາບ ສໍາລັບເຄື່ອງປັບອາກາດ ໃນ ສປປ ລາວ ສະບັບເລກທີ 0492/ພບ, ລົງວັນທີ 10 ມີນາ 2022.ໄດ້ສືບຕໍ່ວິເຄາະຂໍ້ມູນ ໃນການນໍາໃຊ້ພະລັງງານຢູ່ຕຶກອາຄານຂອງ 5 ກະຊວງ (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງສາທາລະນະສຸກ ແລະ ກະຊວງການເງິນ). ສໍາເລັດການເຂົ້າພົບພາກສ່ວນທີ່ກ່ຽວຂ້ອງລວມທັງພາກລັດ ແລະ ເອກະຊົນ ເພື່ອເຜີຍແຜ່ບັນດາ ເງື່ອນໄຂຂອງໂຮງງານ ແລະ ອາຄານ ເພື່ອຊິງລາງວັນ ອາຊຽນອາວອດ ປະຈໍາປີ 2024 ຊຶ່ງຈຸດປະສົງແມ່ນເພື່ອນໍາສະເໜີ ກ່ຽວກັບມາດຕະຖານເງື່ອນໄຂຂອງໂຮງງານ ແລະ ອາຄານ ການກະກຽມຮ່າງບົດລາຍງານ ນໍາໃຊພະລັງງານໂຮງງານ ແລະ ອາຄານ. (ໂດຍ: ຕະວິນຍານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments