Saturday, July 27, 2024
Homeຂ່າວພາຍໃນຮັບຮອງເມືອງຕຸ້ມລານ ເປັນເມືອງຢຸດຕິການຖ່າຍຊະຊາຍ ເມືອງທີ 7 ຂອງແຂວງ

ຮັບຮອງເມືອງຕຸ້ມລານ ເປັນເມືອງຢຸດຕິການຖ່າຍຊະຊາຍ ເມືອງທີ 7 ຂອງແຂວງ

ແຫລ່ງຂ່າວຈາກແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເມືອງຕຸ້ມລານ ແຂວງສາລະວັນ ໄດ້ຮັບການປະກາດເປັນເມືອງຢຸດຕິການຖ່າຍຊະຊາຍ ເປັນເມືອງທີ 7 ຂອງແຂວງ ແລະ ເປັນເມືອງທີ 98 ໃນທົ່ວປະເທດ ພາຍຫລັງສຸມໃສ່ການຈັດຕັ້ງປະຕິບັດຄົບຕາມມາດຖານ, ເງື່ອນໄຂ, ຖືເປັນໝາກຜົນໆງານຂອງການສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ ກໍຄືຄວາມເປັນເຈົ້າການຂອງພໍ່ແມ່ປະຊາຊົນ ຕໍ່ວຽກງານ ຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມ (ຊຈສ), ເປັນການເພີ່ມທະວີຄວາມຮັບຜິດຊອບຂອງປະຊາຊົນ, ຄອບຄົວ ແລະ ສັງຄົມ ລິເລີ່ມມີສ່ວນຮ່ວມ ຈົນກາຍເປັນຜົນສຳເລັດອັນລວມ, ພາຍໃຕ້ການຊຸກຍູ້, ສົ່ງເສີມຂອງອົງການປົກຄອງແຕ່ລະຂັ້ນ ແລະ ຂະແໜງການສາທາລະນະສຸກ ໃກ້ຊິດຕິດແທດ, ແນະນຳຂັ້ນຕອນ, ວິທີການ ແລະ ສະໜອງງົບປະມານໃນແຕ່ລະໄລຍະ ເຮັດໃຫ້ບັນລຸໄດ້ຕາມຄາດໝາຍ, ປະຊາຊົນພາຍໃນເມືອງ ໄດ້ຊົມໃຊ້ວິດຖ່າຍເປັນຂອງຕົນເອງ ຈໍານວນ 4.528 ຫລັງ ກວມເອົາ 93,11% ແລະ ອີກ 335 ຫລັງ ແມ່ນຊົມໃຊ້ຮ່ວມ ເຮັດໃຫ້ອັດຕາການຊົມໃຊ້ວິດຖ່າຍໃນທົ່ວເມືອງ ກວມເອົາ 100%.

ເປັນກຽດມອບໃບຢັ້ງຢືນໂດຍ ທ່ານ ແຫວນເພັດ ລັດດາວົງ ຫົວໜ້າຄະນະຈັດຕັ້ງແຂວງ, ຜູ້ຊີ້ນຳວຽກງານຮອບດ້ານຂອງເມືອງ ແລະ ຮັບໂດຍ ທ່ານ ທອງໃສ ເພັດລາສີ ເຈົ້າເມືອງຕຸ້ມລານ. ພ້ອມນີ້, ກໍໄດ້ມອບໃບຍ້ອງຍໍ ໃຫ້ກົມກອງ ແລະ ບຸກຄົນທີ່ມີຜົນງານໃນການປະກອບຈັດຕັ້ງປະຕິບັດວຽກງານ ຊຈສ.

ທ່ານ ແສງອາລຸນ ອຸ່ນຄໍາມະນີ ຮອງເຈົ້າເມືອງຕຸ້ມລານ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານດັ່ງກ່າວວ່າ: ຫລັງຈາກໄດ້ຮັບການຈັດຕັ້ງປະຕິບັດວຽກງານຫລາຍດ້ານ ແລະ ມີຜົນສຳເລັດໃນແຕ່ລະບາດກ້າວຄົບຕາມມາດຖານ, ເງື່ອນໄຂ ແລະ ປະຊາຊົນ ສາມາດເຂົ້າເຖິງການບໍລິການດ້ານສາທາລະນະສຸກ ໂດຍມີໂຮງໝໍຊຸມຊົນ 1 ແຫ່ງ, ໂຮງໝໍນ້ອຍ 7 ແຫ່ງ, ມີ ອສບ ທັງໝົດ 98 ຄົນ, ມີກອງທຶນປະກັນສຸຂະພາບຊຸມຊົນ ກວມ 100%, ມີຮ້ານຂາຍຢາເອກະຊົນ 3 ຮ້ານ, ມີໂຮງງານນໍ້າດື່ມບໍລິສຸດຈຳໜ່າຍ 1 ແຫ່ງ, ທັງໄດ້ມີການລິເລີ່ມ ມາແຕ່ປີ 2009 ເປັນຕົ້ນມາ ເຊິ່ງໄດ້ສ້າງບ້ານສາທາລະນະສຸກແບບຢ່າງໄດ້ 1 ບ້ານ ກາຍເປັນແບບຢ່າງ, ບົດຮຽນໃນການເສີມຂະຫຍາຍ, ໃນປີ 2019 ກໍໄດ້ເລີ່ມປະຕິບັດວຽກງານ ຊຈສ ຢ່າງເປັນຂະບວນຟົດຟື້ນ, ຕໍ່ເນື່ອງ ຕາມຫລັກການ ແລະ ນະໂຍບາຍວຽກງານຮັກສາສຸຂະພາບຂັ້ນຕົ້ນ, ຊຸກຍູ້ພໍ່ແມ່ປະຊາຊົນ ແລະ ປະເມີນຜົນໃນແຕ່ລະໄລຍະ, ແຕ່ປີ 2009 – 2016 ສ້າງບ້ານ ຊຈສ ແລະ ບ້ານສາທາລະນະສຸກແບບຢ່າງ ໄດ້ 1 ບ້ານ, ປີ 2019 ສ້າງໄດ້ 4 ບ້ານ, ປີ 2021 ສ້າງໄດ້ 7 ບ້ານ, ປີ 2022-2023 ສ້າງໄດ້ 25 ບ້ານ ກວມເອົາ 100% ຂອງບ້ານທັງໝົດ 37 ບ້ານ ໂດຍອີງໃສ່ການປະເມີນຕາມມາດຕະຖານ 4 ດາວ ຄື: ນໍາໃຊ້ວິດຖ່າຍ ບັນລຸໄດ້ 100%, ລ້າງມືໃສ່ສະບູໄດ້ 64,78%, ນໍ້າດື່ມ-ນໍ້າໃຊ້ທີ່ສະອາດໄດ້ 76,56% ແລະ ດາວທີ 4 ແມ່ນການອະນາໄມສິ່ງແວດລ້ອມ ບັນລຸໄດ້ 80,33%.

ຂ່າວ-ພາບ: ວິໄລວອນ ສິດທິໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments