Saturday, July 27, 2024
Homeຂ່າວພາຍໃນເຈົ້າແຂວງຈໍາປາສັກ ຕ້ອນຮັບ ກົງສູນກິດຕິມະສັກແຫ່ງ ສປປ ລາວ ທີ່ ນາໂກຢາ

ເຈົ້າແຂວງຈໍາປາສັກ ຕ້ອນຮັບ ກົງສູນກິດຕິມະສັກແຫ່ງ ສປປ ລາວ ທີ່ ນາໂກຢາ

ແຫລ່ງຂ່າວຈາກ ແຂວງຈໍາປະສັກ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ໂອຫາຣະ ຢາຊູຢູກິ (Yasuyuki OHARA) ກົງສູນກິດຕິມະສັກ ແຫ່ງ ສປປ ລາວ ທີ່ ນາໂກຢາ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ, ໃນໂອກາດມາຢ້ຽມຢາມ ແຂວງຈຳປາສັກ.

ໃນໂອກາດນິ້, ທ່ານ ວິໄລວົງ ບຸດດາຄໍາ ໄດ້ກ່າວຕ້ອນຮັບ ທ່ານ ໂອຫາຣະ ຢາຊູຢູກິ ກົງສູນກິດຕິມະສັກລາວ ທີ່ ນາໂກຢາ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແຂວງຈຳປາສັກ ໃນເທື່ອນີ້. ພ້ອມນັ້ນ, ກໍຊົມເຊີຍຕໍ່ການ ເຄື່ອນໄຫວຢ່າງຫ້າວຫັນ ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ ແລະ ຍີ່ປຸ່ນ ໂດຍສະເພາະ ການຮ່ວມມື ລະຫວ່າງປະຊາຊົນຍີ່ປຸ່ນ ກໍຄືປະຊາຊົນນາໂກຢາ ແລະ ປະຊາຊົນລາວ ກໍຄື ປະຊາຊົນແຂວງຈໍາປາສັກ, ການຮ່ວມມື ແລະ ຊ່ວຍເຫລືອ ຜ່ານມາ ໄດ້ນຳເອົາວັດຖຸບູຮານລາວ ທີ່ເປັນຊັບສົມບັດອັນມີຄຸນຄ່າ ທາງດ້ານວັດທະນະທຳ ຂອງ ປະເທດລາວ (ສຽນພະພຸດທະຮູບເກົ່າແກ່) ທີ່ຖືກລັກໄປ ກັບຄືນປະເທດ ແລະ ນຳມາປະດິດສະຖານໄວ້ ທີ່ ຫໍພິພິທະພັນວັດພູຈຳປາສັກ.

ພ້ອມນີ້, ທ່ານ ໂອຫາຣະ ຢາຊູຢູກິ ກົງສູນກິດຕິມະສັກລາວ ທີ່ ນາໂກຢາ ປະເທດຍີ່ປຸ່ນ ກໍໄດ້ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ມາຢ້ຽມຢາມແຂວງຈຳປາສັກ ແລະ ການພົບປະນີ້ ແມ່ນໄດ້ມີການປຶກສາຫາລື ໂດຍສະເພາະ ແຜນການຮ່ວມມືໃນຕໍ່ໜ້າກ່ຽວກັບການ ປະດິດສະຖານ ວັດຖຸບູຮານລາວ (ສຽນພະພຸດທະຮູບເກົ່າແກ່) ຊຶ່ງຖືກຄົນບໍ່ດີ ລັກຈາກວັດພູ ຈຳປາສັກ ແລະ ຂາຍໄປ ປະເທດຍີ່ປຸ່ນ, ຊຶ່ງຄົນຍີ່ປຸ່ນ ໄດ້ຊື້ ແລະ ເກັບຮັກສາໄວ້ ໂດຍຫ້ອງການກົງສູນກິດຕິມະສັກ ທີ່ນາໂກຢາ ໄດ້ນໍາສົ່ງກັບຄືນ ໃຫ້ ສປປ ລາວ ແຕ່ປີ 2013, ປັດຈຸບັນ, ສຽນພະພຸດທະຮູບ ໄດ້ເກັບຮັກສາໃວ້ທີ່ຫໍພິພິທະພັນວັດພູຈຳປາສັກ ເພື່ອສ້າງເປັນ ສະຖານທີ່ທ່ຽວຊົມ, ສັກກະລະບູຊາ ແລະ ທັງເປັນສັນຍາລັກຂອງການຮ່ວມມື ຂອງ ຊາວພຸດລາວ ແລະ ຍີ່ປຸ່ນ ນຳອີກ.

ຂ່າວ: ທັດຊະນະ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments