Saturday, July 27, 2024
Homeແຈ້ງການສໍາຄັນສະພາບອາກາດ ວັນທີ 30 ທັນວາ 2023

ສະພາບອາກາດ ວັນທີ 30 ທັນວາ 2023

ສະພາບອາກາດ ເຊົ້າວັນທີ 30 ທັນວາ 2023, ມວນອາກາດໜາວເຢັນ ຍັງສືບຕໍໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ ອາກາດຍັງຈະໜາວເຢັນ ຫາ ໜາວເຢັນຫລາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ, ສ່ວນແຂວງພາກກາງ ແລະ ພາກໃຕ້ ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ສໍາລັບນະຄອນຫລວງວຽງຈັນ ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງ ບໍລິເວນ. ອຸນຫະພູມໃນລະຫວ່າງ 19-32 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments