Saturday, July 27, 2024
Homeຂ່າວໜ້າໜຶ່ງປະທານປະເທດ ອ່ານສານອວຍພອນປີໃໝ່ສາກົນ ຄ.ສ 2024

ປະທານປະເທດ ອ່ານສານອວຍພອນປີໃໝ່ສາກົນ ຄ.ສ 2024

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ອ່ານສານອວຍພອນປີໃໝ່ສາກົນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄ.ສ 2023, ຕ້ອນຮັບປີໃໝ່ສາກົນ ຄ.ສ 2024

ພີ່ນ້ອງຮ່ວມຊາດ, ເພື່ອນມິດສະຫາຍທີ່ຢູ່ໃກ້ ແລະ ໄກ ທີ່ນັບຖື ຮັກແພງ !

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄ.ສ 2023 ແລະ ຕ້ອນຮັບປີ ໃໝ່ ຄ.ສ 2024 ທີ່ມາເຖິງນີ້, ຂ້າພະເຈົ້າ ຕາງໜ້າການນໍາພັກ-ລັດ ແລະ ໃນນາມສ່ວນຕົວ ຂໍຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ ແລະ ພອນໄຊອັນປະເສີດ ມາຍັງປະຊາຊົນ ລາວໃນທົ່ວປະເທດ, ພະນັກງານ, ທະຫານ, ຕຳຫລວດ, ຊາວຕ່າງປະເທດ ທີ່ດຳລົງຊີວິດ ຢູ່ ສປປ ລາວ ແລະ ພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດ ຢູ່ຕ່າງປະເທດ ທຸກຖ້ວນໜ້າ.

ພໍ່ແມ່ພີ່ນ້ອງ, ເພື່ອນມິດສະຫາຍ ທີ່ນັບຖື ຮັກແພງ,

ໃນປີຜ່ານມາ, ເຖິງວ່າ ສະພາບການພາກພື້ນ ແລະ ສາກົນ ສືບຕໍ່ ຜັນແປຢ່າງສັບສົນ ແລະ ໄດ້ສົ່ງຜົນກະທົບໄປທົ່ວໂລກ ລວມທັງ ປະເທດ ຂອງພວກເຮົາກໍຕາມ, ແຕ່ຂ້າພະເຈົ້າ ກໍຂໍສະແດງຄວາມ ຍ້ອງຍໍຊົມເຊີຍ ມາຍັງສະມາຊິກພັກ, ພະນັກງານ-ລັດຖະກອນ,ທະຫານ, ຕຳຫລວດ ແລະ ປະຊາຊົນລາວທົ່ວປະເທດ ທີ່ໄດ້ເສີມ ຂະຫຍາຍມູນເຊື້ອຮັກຊາດ, ມີຄວາມເສຍສະລະອັນສູງສົ່ງ ແລະ ມີ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ ສາມາດເຮັດໃຫ້ປະເທດເຮົາສືບຕໍ່ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍ ແລະ ເສດຖະກິດສືບຕໍ່ມີບາດກ້າວຂະຫຍາຍຕົວ ໃນທ່ວງທ່າດີຂຶ້ນ. ພ້ອມກັນນີ້ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນ-ຊ່ວຍເຫລືອ ຂອງເພື່ອນມິດສາກົນ ທີ່ໄດ້ ປະກອບສ່ວນອັນສໍາຄັນເຂົ້າ ໃນບັນດາຜົນສຳເລັດດັ່ງກ່າວ ຢູ່ປະເທດພວກເຮົາ.

ກ້າວເຂົ້າສູ່ປີໃໝ່ 2024, ຂ້າພະເຈົ້າ ຂໍຖືໂອກາດນີ້ ຮຽກຮ້ອງມາ ຍັງ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ລາວ ທັງຊາດ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີເປັນປຶກແຜ່ນ, ພ້ອມກັນສຸມທຸກກໍາລັງແຮງ, ກໍາລັງໃຈ ແລະ ສະຕິປັນຍາ ເຂົ້າໃນ ການພັດທະນາປະເທດຊາດຂອງພວກເຮົາໃຫ້ມີຄວາມເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ໃນໂອກາດອັນເປັນສິລິມຸງຄຸນນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ພໍ່ ແມ່ພີ່ນ້ອງ ແລະ ເພື່ອນມິດສະຫາຍ ທັງຫລາຍ ຈົ່ງມີໂຊກໃໝ່, ໄຊງາມ, ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃໝ່ໃຫຍ່ຫລວງກວ່າເກົ່າ.

ຂໍສົ່ງຄວາມອວຍພອນປີໃໝ່ ຄ.ສ 2024 ໄປຍັງເພື່ອນມິດໃນ ທົ່ວໂລກ ຈົ່ງມີຄວາມສຸກ, ຄວາມຈະເລີນ ແລະ ຂໍໃຫ້ທຸກໆທ່ານ ຈົ່ງມີຊີວິດຢູ່ຮ່ວມກັນບົນໂລກນີ້ ຢ່າງມີສັນຕິພາບ, ປາສະຈາກຄວາມ ວິຕົກກັງວົນໃດໆຕະຫລອດປີໃໝ່ ດ້ວຍເທີ້ນ !ໂຊກດີປີໃໝ່!

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments