Saturday, July 27, 2024
Homeຂ່າວໜ້າໜຶ່ງນວ ສະຫລອງ ຈັດງານສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສາກົນ 2024

ນວ ສະຫລອງ ຈັດງານສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສາກົນ 2024

ໃນຕອນຄ່ຳວັນທີ 31 ທັນວາ 2023 ນີ້, ນະຄອນຫລວງວຽງຈັນ (ນວ) ໄດ້ຈັດງານສະເຫລີມສະຫລອງສົ່ງທ້າຍປີເກົ່າ 2023 ຕ້ອນຮັບປີໃໝ່ 2024 ຢູ່ສວນປະຕູໄຊ ນວ ໃຫ້ກຽດເຂົ້າຮ່ວມມີ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ມີບັນດາລັດຖະມົນຕີ, ທູຕານຸທູດ, ຫົວໜ້າພະແນກການອ້ອມຂ້າງ ນວ, ພ້ອມດ້ວຍ ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.

ການຈັດງານສະເຫລີມສະຫລອງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ໃນຄັ້ງນີ້, ເປັນການສະຫລອງກ້າວເຂົ້າສູ່ ປີ ທ່ອງທ່ຽວລາວ 2024 ແລະ ຕ້ອນຮັບການເປັນປະທານອາຊຽນ ຂອງ ສປປ ລາວ ພາຍໃນງານມີການສະແດງສິລະປະ ຈາກກົມສິລະປະວັດທະນະທຳ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຮ້ອງເພງ ລາວ-ສາກົນ ຈາກນັກຮ້ອງ ສິລະປະສູນກາງ, ພິເສດພາຍໃນງານ ຍັງໄດ້ຈົກສະຫລາກມອບລາງວັນ ໃຫ້ຜູ້ທີ່ລົງທະບຽນໃນການເຂົ້າມາຮ່ວມ ກ່ອນຈະມີການນັບຖ້ອຍຫລັງເພື່ອກ້າວເຂົ້າສູ່ປີໃໝ່ 2024 ແລະ ໄດ້ຮັບຊົມວິດີໂອອວຍພອນປີໃໝ່ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2023 ຕ້ອນຮັບປີໃໝ່ສາກົົນ ຄສ 2024.

ຈຸດເດັ່ນຂອງງານໃນຄັ້ງນີ້, ໄດ້ມີການນັບຖອຍຫລັງຮ່ວມກັນ ເພື່ອກ້າວເຂົ້າສູ່ປີໃໝ່ ແລະ ການເປີດປີທ່ອງທ່ຽວລາວ ໂດຍມີການເປີດໄຟສີໃສ່ປະຕູໄຊ 4 ດ້ານ, ຈຸດພຸດອກໄມ້ໄຟ ຈຳນວນ 60 ຊຸດ ທີ່ສວຍງາມປະມານ 15 ນາທີ, ຮ່ວມຮ້ອງເພງສະບາຍດີປີໃໝ່ ແລະ ໄດ້ມີການສາຍ ຈໍ LED ໃສ່ 2 ຂ້າງ ເພື່ອໃຫ້ມວນຊົນທີ່ມາຮ່ວມງານໄດ້ເຫັນ ແລະ ໄດ້ມີການຖ່າຍທອດສົດເພື່ອໃຫ້ຜູ້ຊົມທາງບ້ານ ໄດ້ຊົມຜ່ານໂທລະພາບ ນວ ແລະ ໂທລະພາບແຫ່ງຊາດລາວ ເພື່ອນັບຖ້ອຍຫລັງກ້າວສູ່ປີໃໝ່ສາກົນ 2024 ໄປພ້ອມກັນທົ່ວປະເທດ.

ນອກນີ້, ຍັງໄດ້ມີ ການຈັດງານຂາຍອາຫານ, ເຄື່ອງດື່ມ ຢູ່ເບື້ອງ ຕຶກກະຊວງ ຍຸຕິທຳ ເກົ່າ ແລະ ມີການຕົບແຕ່ງປະຕູໂຂງ, ຕົບແຕ່ງສະຖານທີ່ຮ້ານອາຫານ, ບ່ອນນັ່ງຊົມວິວ, ມູມຖ່າຍຮູບ, ບ່ອນນັ່ງຮັບປະທານອາຫານ ໂດຍມີການຂາຍອາຫານແບບໃສ່ລົດ (food truck), ມີການວາງສະແດງ ຂາຍ ສິນຄ້າ ໂອດັອບ, ເຄື່ອງທີ່ລະນຶກຈຳນວນໜຶ່ງ ແລະ ມີ ເວທີ ເປີດເພງ ລາວ-ສາກົນ ເພື່ອສ້າງບັນຍາກາດ ຮັບໃຊ້ ນັກທ່ອງທ່ຽວ ໄດ້ເຂົ້າມາຊົມ, ມາຊື້, ມາຊີມ ແລະ ສຳຜັດ ກັບບັນຍາກາດປະຕູໄຊ ໃນຍາມກາງເວັນ ແລະ ກາງຄືນ.

ຂໍ້ມູນ-ພາບ: ວຽງຈັນໃໝ່

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments