Saturday, July 27, 2024
Homeຂ່າວຕ່າງປະເທດທ່ານປະທານປະເທດຈີນ ອວຍພອນປີໃໝ່ສາກົນ 2024

ທ່ານປະທານປະເທດຈີນ ອວຍພອນປີໃໝ່ສາກົນ 2024

ເນື່ອງໃນໂອກາດປີໃໝ່ສາກົນ 2024 ຈະໝູນວຽນມາເຖິງ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວຄຳອວຍພອນ ຜ່ານສະຖານີວິທະຍຸໂທລະພາບສູນກາງຈີນແລະ ທາງອິນເຕີເນັດ ໂດຍໄດ້ສະຫຼຸບຂະບວນວິວັດທີ່ບໍ່ທຳມະດາຂອງຈີນ ໃນປີ 2023 ແລະ ຜົນສຳເລັດດ້ານການພັດທະນາທີ່ຍາດມາໄດ້ ປີໃໝ່ 2024 ຂໍອວຍພອນໃຫ້ປະເທດຊາດ ມີຄວາມຈະເລີນຮຸ່ງເຮືອງ ໂລກມີສັນຕິພາບ ແລະ ຄວາມສະຫງົບສຸກ.

ຊີວິດການເປັນຢູ່ທີ່ອົບອຸ່ນ ມີບັນຍາກາດ ຄວາມຫ້າວຫັນຂຸ້ນຂ້ຽວເຮັດວຽກເພື່ອຟື້ນຟູເສດຖະກິດຄືນໃໝ່ ໄດ້ສ່ອງແສງໃຫ້ເຫັນຄົນທັງຫຼາຍ ສະແຫວງຫາຄວາມດີງາມ ແລະ ຄວາມສຸກ ທັງໄດ້ສ່ອງແສງໃຫ້ເຫັນປະເທດຈີນທີ່ເຕັມໄປດ້ວຍຄວາມມີຊີວິດຊີວາ ແລະ ຄວາມກະຕືລືລົ້ນ ເສດຖະກິດຈີນ ມີທ່ວງທ່າດີຂຶ້ນຢ່າງຕໍ່ເນື່ອງ ການພັດທະນາດ້ວຍຄຸນນະພາບສູງໄດ້ດໍາເນີນໄປຢ່າງໜັກແໜ້ນ ລະບົບອຸດສາຫະກໍາທັນສະໄໝທໄດ້ສົມບູນຂຶ້ນກວ່າເກົ່າ ອຸດສາຫະກໍາທີ່ເປັນເສົາຄໍ້າແບບໃໝ່ຕ່າງໆທີ່ມີລະດັບສູງ ອັດສະລິຍະ ແລະ ສີຂຽວໄດ້ພັດທະນາໄປຢ່າງວ່ອງໄວ ການຜະລິດທັນຍາຫານໄດ້ຮັບຜົນເກັບກ່ຽວທີ່ອຸດົມສົມບູນເປັນເວລາ 20 ປີລຽນຕິດ ພູຂຽວ ນໍ້າໃສມີສີສັນເຂັ້ມຂຸ້ນກວ່າເກົ່າ ການພັດທະນາຊົນນະບົດໃຫ້ຈະເລີນໄດ້ປາກົດມີສະພາບໃໝ່ ເຮືອບິນຂະໜາດໃຫຍ່ C919 ໄດ້ບັນລຸການບິນດ້ານການຄ້າ ກໍາປັ່ນນໍາທ່ຽວຂະໜາດໃຫຍ່ທີ່ຈີນຜະລິດໄດ້ສໍາເລັດການທົດລອງເດີນເຮືອ ຍານອະວະກາດລະບົບເສີນໂຈ່ວໄດ້ປະຕິບັດພາລະກິດຢ່າງຕໍ່ເນື່ອງຢູ່ເທິງອະວະກາດ ຍານດໍານໍ້າ “ເຟີ້ນໂຕ້ເຈີ” ໄດ້ດໍານໍ້າທະເລເລິກສຸດຂີດ ຈີນໄດ້ບຸກບືນສູ້ຊົນດ້ວຍນໍ້າໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງບໍ່ລົດລະ ທຸກຂະແໜງການລ້ວນແຕ່ເຕັມໄປດ້ວຍການປະດິດສ້າງທີ່ມີການພັດທະນາຢ່າງວ່ອງໄວ.

ຈີນຮ່ວມມືກັບໂລກຢ່າງຕັ້ງໜ້າ ສະແດງໃຫ້ເຫັນເຖິງການແບກຫາບຄວາມຮັບຜິດຊອບຂອງຈີນໃນຖານະເປັນປະເທດໃຫຍ່ ຈີນໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດຈີນ-ອາຊີກາງ ແລະ ກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 3 ຢ່າງສຳເລັດຜົນ ການເຄື່ອນໄຫວດ້ານການຕ່າງປະເທດ ທີ່ຈີນເປັນເຈົ້າພາບໄດ້ຕ້ອນຮັບເພື່ອນມິດຈາກທົ່ວໂລກ.

ປີ 2024 ປະເທດຈີນໃໝ່ສ້າງຕັ້ງຂຶ້ນຄົບຮອບ 75 ປີ ພວກເຮົາຕ້ອງຊຸກຍູ້ຄວາມທັນສະໄໝແບບຈີນຢ່າງເດັດດ່ຽວໜຽວແໜ້ນ ເປົ້າໝາຍຂອງຈີນເປັນເປົ້າໝາຍທີ່ຍິ່ງໃຫຍ່ ແລະ ລຽບງ່າຍ ສະຫຼຸບແລ້ວແມ່ນເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ ເຮັດໃຫ້ຄົນທັງຫຼາຍມີອາລົມຈິດທີ່ດີ ໄດ້ຮັບຜົນງານພົ້ນເດັ່ນໃນຊີວິດຂອງຕົນ ແລະ ຄວາມໃຝ່ຝັນບັນລຸຜົນເປັນຈິງ. ສະພາບການຂອງໂລກ ຜັນແປຢູ່ເລື້ອຍໆ ສັນຕິພາບ ແລະ ການພັດທະນາເປັນກະແສຫຼັກຢ່າງສະເໝີຕົ້ນສະເໝີປາຍ ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເປັນຫຼັກການຂັ້ນເດັດຂາດຢ່າງສະເໝີຕົ້ນສະເໝີປາຍ ປັດຈຸບັນ ບາງພາກພື້ນຢູ່ໃນໂລກຍັງຕົກຢູ່ໃນແປວໄຟສົງຄາມ ປະຊາຊົນຈີນຮູ້ຈັກຄຸນຄ່າອັນປະເສີດຂອງສັນຕິພາບເປັນຢ່າງດີ ພວກເຮົາຍິນດີຮ່ວມກັບປະຊາຄົມໂລກ ຖືເອົາອະນາຄົດຂອງມວນມະນຸດເປັນຄວາມຫ່ວງໄຍຢູ່ໃນໃຈ ຖືເອົາຄວາມສຸກຂອງປະຊາຊົນເປັນເປົ້າໝາຍ ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ສ້າງໂລກທີ່ດີງາມກວ່າເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments