Saturday, July 27, 2024
Homeຂ່າວກິລາມາດຣິດ ເລີ່ມຫງຸດຫງິດ ຂີດເສັ້ນຕາຍ ເອັມບັບເປ ຮີບຕອບ ຈະຍ້າຍມາບໍ ?

ມາດຣິດ ເລີ່ມຫງຸດຫງິດ ຂີດເສັ້ນຕາຍ ເອັມບັບເປ ຮີບຕອບ ຈະຍ້າຍມາບໍ ?

ສື່ຕ່າງປະເທດລາຍງານວ່າ ຣີວ ມາດຣິດ ຂີດເສັ້ນຕາຍໃຫ້ກັບ ຄິລີຢັນ ເອັມບັບເປ ກອງໜ້າ ປາຣີ ແຊັງ-ແຊັກແມັງ ຮີບໃຫ້ຄໍາຕອບວ່າຈະຍ້າຍມາຮ່ວມທີມ ຣິວ ມາດຣິດ ຫຼືບໍ່ ຫຼັງດາວຍິງຊາວຝຣັ່ງ ຍັງບໍ່ບອກຊັດເຈນ.

ຄິລີຢັນ ເອັມບັບເປ ກອງໜ້າທີມຊາດຝຣັ່ງຂອງ ປາຣີ ແຊັງ-ແຊັກແມັງ ຍັງບໍ່ສະແດງອອກມາຢ່າງຈະແຈ້ງວ່າຕົວເຂົາຈະລົງຫຼິ້ນໃຫ້ກັບທີມໃດໃນລະດູການໜ້າ ຫຼັງສັນຍາປັດຈຸບັນຈະໝົດລົງເມື່ອຈົບລະດູການນີ້.

ໂດຍກ່ອນໜ້ານີ້ ຄິລີຢັນ ເອັມບັບເປ ໄດ້ເຄີຍປະກາດຢ່າງຈະແຈ້ງວ່າຈະຍ້າຍອອກຈາກທີມ ປາຣີ ແຊັງ-ແຊັກແມັງ ແບບບໍ່ມີຄ່າຕົວ ໃນກາງປີໜ້າ ຊຶ່ງມີທີມ ຣິວ ມາດຣິດ ເປັນທີມຕົວເຕັງທີ່ຈະຄວ້າຕົວເຂົາໄປຮ່ວມທີມ.

ແຕ່ຈົນເຖິງຕອນນີ້ ຄິລີຢັນ ເອັມບັບເປ ກໍຍັງບໍ່ມີຄວາມຊັດເຈນວ່າຕົວເຂົາຈະຍ້າຍໄປ ຣິວ ມາດຣິດ ແທ້ຫຼືບໍ່ ແລະ ບໍ່ເຄີຍມີຄໍາເວົ້າຈາກປາກຂອງເຂົາວ່າຍ້າຍຈະຍ້າຍໄປຢູ່ກັບ ຣິວ ມາດຣິດ.

ເຮັດໃຫ້ມີຂ່າວວ່າ ຣິວ ມາດຣິດ ຕ້ອງການຄໍາຕອບທີ່ຊັດເຈນຈາກ ເອັມບັບເປ ວ່າຈະຍ້າຍມາຫຼືບໍ່ ແລະ ຈະໃຫ້ເວລາເຖິງກາງເດືອນມັງກອນນີ້ ເພື່ອໃຫ້ຄໍາຕອບກັບພວກເຂົາ.

ເຊິ່ງຫາກ ເອັມບັບເປ ບໍ່ສົນໃຈຈະຍ້າຍໄປ ຣິວ ມາດຣິດ ຄົງຈະເຮັດໃຫ້ທີມດັງຂອງແອັດສະປາຍຕ້ອງຊອກຫາທາງເລືອກອື່ນ ໂດຍມີຕົວເລືອກທັງ ເອີລິ່ງ ຮາລັນ ຂອງ ແມນເຊສເຕີ ຊີຕີ ແລະ ວິກເຕີ ໂອຊິມເຮນ ຂອງ ນາໂປລີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments