Saturday, July 27, 2024
Homeສາລະໜ້າຮູ້ຄວາມສຳເລັດຂອງ Jack Ma

ຄວາມສຳເລັດຂອງ Jack Ma

Jack Ma ເລີ່ມຕົ້ນເຮັດທຸລະກິດດ້ວຍງົບປະມານເບື້ອງຕົ້ນພຽງແຕ່ 20.000 ໂດລາ ເທົ່ານັ້ນ ແຕ່ປະຈຸບັນເປັນເຈົ້າຂອງ Alibaba ບໍລິສັດດ້ານການຄ້າອີເລັກໂທຣນິກຂອງປະເທດຈີນ ເປັນຄົນລວຍທີ່ສຸດໃນປະເທດຈີນ ແລະກາຍເປັນມະຫາເສດຖີແຖວໜ້າຂອງໂລກ ມື້ນີ້ເຮົາມາເບີ່ງກົດເກນຄວາມສຳເລັດຂອງລາວນຳກັນ.

1) ຊິນເຄີຍກັບການຖືກປະຕິເສດ.

Jack Ma ສະໝັກວຽກຫຼາຍບ່ອນ ແລະ ໄດ້ຖືກປະຕິເສດ ໄປ 30 ເທື່ອ ແລະ ຍັງເຄີຍຖືກມະຫາວິທະຍາໄລຮາເວີດປະຕິເສດ 10 ເທື່ອ ແຕ່ລາວກໍ່ບໍ່ຍອມແພ້ ແລະ ຫັນປ່ຽນການປະຕິເສດມາເປັນແຮງພັກດັນ.

2) ຄວາມຝັນຕ້ອງມີຊີວິດຢູ່ຕະຫຼອດເວລາ.

Jack Ma ກ່າວວ່າຄວາມລັບຂອງ Alibaba ຕ້ອງເຮັດຄວາມຝັນໃຫ້ມີຊີວິດຢູ່ຕະຫຼອດເວລາ ເພາະວ່າມື້ໜຶ່ງ ຄວາມຝັນນັ້ນອາດຈະກາຍເປັນຄວາມຈິງຂື້ນມາ.

3) ສຸມໃສ່ວັດທະນະທຳຂອງອົງການ

ລາວບອກວ່າ Alibaba ຕ້ອງມີວັດທະນະທຳຂອງອົງການ ທີ່ເຮັດໃຫ້ຄົນໃນອົງການຊ່ວຍເຫຼືອເຊີ່ງກັນ ແລະ ກັນ ເປົ້າໝາຍຂອງ Alibaba ບໍ່ແມ່ນແຕ່ເຮັດກຳໄລໃຫ້ໄດ້ຫຼາຍຢ່າງດຽວເທົ່ານັ້ນ ສ່ວນເທັກໂນໂລຢີແມ່ນເປັນພຽງເຄື່ອງມືທີ່ຊ່ວຍໃຫ້ບັນລຸຕາມເປົ້າໝາຍ.

4) ບໍ່ສົນໃຈສຽງເລັກໆ ນ້ອຍໆ.

ຄັ້ງໜຶ່ງ Jack Ma ໄດ້ແນະນຳແນວຄວາມຄິດຂອງ Alipay ເຊິ່ງຖືກແຕ່ຄົນຄັດຄ້ານ ແລະ ຍັງເວົ້າວ່າແມ່ນຄວາມຄິດທີ່ໂງ່ທີ່ສຸດ ແຕ່ມື້ນີ້ລາວໄດ້ພິສູດໃຫ້ເຫັນແລ້ວວ່າລາວຄິດຖືກ ເພາະວ່າ Alipay ສາມາດເປັນຈຳນວນຫຼາຍຮ້ອຍລ້ານ.

5) ມີແຮງບັນດານໃຈຕະຫຼອດເວລາ.

Jack Ma ໄດ້ຮັບແຮງບັນດານໃຈຈາກຮູບເງົາຫຼາຍເລື່ອງ ລາວໄດ້ຮຽນຮູ້ວິທີການເວົ້າສາທາລະນະໃນຮູບເງົາ The Bodyguard ແລະ ຈາກ The Godfather ແລະ ຮູບເງົາທີ່ລາວມັກທີ່ສຸດແມ່ນ Forrest Gump.

6) ຕ້ອງມີຫຼັກໝັ້ນ

ໃນຖານະເປັນ CEO ຂອງບໍລິສັດໃຫຍ່ ແນ່ນອນມີໂອກາດສູ່ຫົນທາງທຸລະກິດຫຼາຍ ແລະ ຖ້າລາວໃຊ້ທຸກໂອກາດ ລາວອາດຈະພົບກັບໂອກາດ 5,000 ໂອກາດຕໍ່ມື້ ແຕ່ຄວາມເປັນຈິງແລ້ວລາວພຽງແຕ່ໃຊ້ໂອກາດທີ່ຈະເຮັດໃຫ້ທຸລະກິດຂອງລາວດີຂື້ນ ແລະ ປະຕິເສດຢ່າງອື່ນທີ່ບໍ່ແມ່ນ.

7) ໃຊ້ຊື່ທີ່ດີ

Jack Ma ຕ້ອງການຢາກໃຫ້ບໍລິສັດມີຊື່ເປັນສາກົນ ເມື່ອລາວຄິດຊື່ Alibaba ອອກ ລາວໄດ້ຕັດສິນໃຈເອົາແນວຄວາມຄິດດັ່ງກ່າວໄປຖາມຄົນອື່ນ ແລະ ໄດ້ຮັບຄຳຕອບວ່າເຂົາຮູ້ສຶກຄຸ້ນເຄີຍ ແລະ ຮູ້ຈັກຊື່ນີ້ດີ ນອກຈາກນີ້ໂຕລະ ຄອນ Ali Baba ໃນນິທານພໍ່ຄ້າທີ່ຊ່ວຍເຫຼືອຊາວບ້ານ ບໍລິສັດ Alibaba ເອງກໍ່ຊ່ວຍບໍລິສັດຂະໜາດນ້ອຍ ແລະກາງເຊັ່ນດຽວກັນ.

8) ລູກຄ້າແມ່ນອັບດັບທີ 1

Jack Ma ຈະຈັດອັນດັບດັ່ງນີ້: 1. ລູກຄ້າ 2. ພະນັກງານ 3. ຜູ້ຖືຫຸ້ນ ເພາະວ່າເຂົາເຄີຍມີປະສົບການ ແລະ ໃນເວລາທີ່ມີວິກິດນັກລົງທືນຈະໜີເປັນຜູ້ທຳອິດ ໃນຂະນະດຽວກັນລູກຄ້າ ແລະ ພະນັກງານຍັງຢູ່ຕໍ່.

9) ຢຸດຈົ່ມ ແລະ ຊອກຫາໂອກາດ

Jack Ma ບອກວ່າຄົນເຮົາສາມາດຊອກຫາໂອກາດທີ່ເຊື່ອງໄວ້ຈາກການຈົ່ມເຫຼົ່ານີ້ ຊອກຫາວິທີການແກ້ໄຂບັນຫາໄດ້ແນວໃດ? ເພາະມີໂອກາດຢູ່ສະເໝີ.

10) ມີຄວາມກະຕືລືລົ້ນໃນສິ່ງທີ່ກຳລັງເຮັດ

ເມື່ອ Jack Ma ແນະນຳຄວາມຄິດ ບໍລິສັດ Alibaba ທຳອິດໄດ້ສະເໜີພະລັງງານຢ່າງເຕັມທີ່ ເວົ້າດ້ວຍຄວາມ ໝັ້ນໃຈວ່າ Alibaba ຈະກາຍເປັນບໍລິສັດໃຫຍ່ໃນອະນາຄົດ ນັບຕັ້ງແຕ່ມື້ທີ່ລາວໄດ້ເລີ່ມສ້າງຕັ້ງຂື້ນມາ ໂດຍຈະຕ້ອງເປັນບໍລິສັດລະດັບໂລກ ບໍ່ແມ່ນບໍລິສັດລະດັບປະເທດ ແລະ ຕ້ອງການຮຽນຮູ້ວິທີການເຮັດວຽກຢ່າງມີປະສິດທິພາບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments