Saturday, July 27, 2024
Homeຂ່າວພາຍໃນຫຼາຍຂະແໜງການ ພົບປະແລກປ່ຽນວຽກງານສະໜອງແຮງງານໃຫ້ຫົວໜ່ວຍທຸລະກິດ

ຫຼາຍຂະແໜງການ ພົບປະແລກປ່ຽນວຽກງານສະໜອງແຮງງານໃຫ້ຫົວໜ່ວຍທຸລະກິດ

ຄະນະຄຸ້ມຄອງເຂດເສດຖະກິດພິເສດ (ຄຂສພ) ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ, ພະແນກສຶກສາທິການ ແລະ ກິລາ ນວ, ຜູ້ພັດທະນາ ແລະ ລົງທຶນ ໂຮງຮຽນວິຊາຊີບ, ສູນຝຶກອົບຮົມ ທີ່ມີຄວາມຕ້ອງການແຮງງານໃນເຂດເສດຖະກິດພິເສດ ນວ ຈັດກອງປະຊຸມພົບປະແລກປ່ຽນວຽກງານການສະໜອງແຮງງານໃຫ້ຫົວໜ່ວຍທຸລະກິດ ເມື່ອວັນທີ 28 ທັນວາ 2023 ທີ່ເຂດເສດຖະກິດກວມລວມໄຊເຊດຖາ ນວ ພາຍໃຕ້ການເປັນປະທານຂອງທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກ, ຫ້ອງການ, ອົງການທຽບເທົ່າ, ຜູ້ພັດທະນາ ແລະ ລົງທຶນ, ຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ພູວົງ ວົງຄຳຊາວ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນກໍມີເປົ້າໝາຍຫຼັກ ເພື່ອພົບປະແລກປ່ຽນລະຫວ່າງພາກສ່ວນຕ່າງໆທີ່ກ່ຽວຂ້ອງໂດຍສະເພາະພາກລັດ ພາກເອກະຊົນ ແລະ ຜູ້ປະກອບການ ເພື່ອກໍານົດກົນໄກ ແລະ ວິທີການໃນການສ້າງ ສະໜອງບຸກຄະລາກອນ ທາງດ້ານແຮງງານໃຫ້ແກ່ຄວາມຕ້ອງການນໍາໃຊ້ແຮງງານເຂົ້າເຮັດວຽກຢູ່ບັນດາເຂດເສດຖະກິດພິເສດ ນວ ເພື່ອແນໃສ່ສາມາດຕອບສະໜອງໄດ້ບຸກຄະລາກອນທີ່ມີຄວາມຮູ້ ຄວາມສາມາດ ຈາກສະຖາບັນການສຶກສາທີ່ເປັນບ່ອນບໍາລຸງກໍ່ສ້າງບຸກຄະລາກອນ ສະໜອງໃຫ້ຂົງເຂດຕ່າງໆ. ພ້ອມນັ້ນ, ເພື່ອກ້າວໄປສູ່ການກຳນົດກົນໄກການຮ່ວມມືກັນຂອງຜູ້ສ້າງແຮງງານ ແລະ ຜູ້ນໍາໃຊ້ແຮງງານໃຫ້ເປັນຂະບວນການຕໍ່ເນື່ອງກັນເລີ່ມຈາກຂະບວນການສ້າງຫຼັກສູດ, ການຝຶກວຽກງານການສະໜອງແຮງງານ, ສະຖານປະກອບການຮອງຮັບເຂົ້າເຮັດວຽກ ແລະ ອື່ນໆ ພາຍໃນ ນວ ປະກອບມີເຂດເສດຖະກິດພິເສດ 5 ເຂດເປົ້າໝາຍໃນການພັດທະນາ ເພື່ອສ້າງເປັນເຂດອຸດສາຫະກຳ ເຂດຕົວເມືອງໃໝ່, ການທ່ອງທ່ຽວ, ການຄ້າການບໍລິການ ການຂົນສົ່ງ ແລະ ອື່ນໆ ໃນໄລຍະຜ່ານມາການພັດທະນາເຫັນວ່າມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະວຽກງານດຶງດູດການລົງທຶນ ການພັດທະນາພື້ນຖານໂຄງລ່າງ ການສ້າງວຽກເຮັດງານທຳ ການຖ່າຍທອດເຕັກໂນໂລຊີ ການປະກອບສ່ວນພັນທະເຂົ້າງົບປະ ມານຂອງລັດ ການຜະລິດສິນຄ້າທົດແທນການນຳເຂົ້າ ການສົ່ງອອກສິນຄ້າ ແລະ ອື່ນໆ ມີວິສາຫະກິດທີ່ເຂົ້າມາລົງທຶນຈໍານວນຫຼາຍຮ້ອຍບໍລິສັດ ຊຶ່ງພາໃຫ້ເກີດມີການສ້າງວຽກເຮັດງານທຳໄດ້ 9.623 ຄົນ, ໃນນັ້ນ ແຮງງານລາວ 7.242 ຄົນ ແຮງງານຕ່າງປະເທດ 2.381 ຄົນ ຈາກຕົວເລກແຮງງານດັ່ງກ່າວ ສະແດງໃຫ້ເຫັນມີການຈ້າງງານທີ່ຫຼາຍ ແຕ່ຖ້າທຽບໃສ່ການຂະຫຍາຍຕົວຂອງການພັດທະນາຕາມເປົ້າໝາຍທີ່ວາງໄວ້ຍັງເປັນຂໍ້ຈໍາກັດໃນການດຶງດູດການລົງທຶນ ເນື່ອງຈາກແຮງງານເປັນປັດໃຈຕົ້ນຕໍໜຶ່ງທີ່ສໍາຄັນເຮັດໃຫ້ທຸລະກິດສາມາດດຳເນີນການໄດ້.

ຮອງເຈົ້າຄອງ ນວ ຍັງກ່າວຕື່ມອີກວ່າ: ເປົ້າໝາຍທີ່ໜຶ່ງທີ່ສໍາຄັນຂອງການພັດທະນາ ເພື່ອກ້າວໄປສູ່ແຮງງານທີ່ຊໍານານງານສະເພາະດ້ານໃນການຖ່າຍທອດຄວາມຮູ້ ເຕັກໂນໂລຊີ ຈາກຊ່ຽວຊານວິຊາການສະເພາະດ້ານຂອງຕ່າງປະເທດ ໃນຜ່ານມາເຫັນວ່າຄະນະຄຸ້ມຄອງເຂດ ແລະ ພາກສ່ວນຕ່າງໆທີ່ກ່ຽວ ຂ້ອງໄດ້ຮ່ວມກັນຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນໃນການຊຸກຍູ້ ສົ່ງເສີມວຽກງານແຮງງານດ້ວຍຫຼາກຫຼາຍວິທີການ ແຕ່ທຽບໃສ່ການຂະຫຍາຍຕົວຂອງການລົງທຶນໃນບັນດາເຂດເຫັນວ່າຍັງບໍ່ທັນຕອບສະໜອງໄດ້ຕາມປະລິມານຄວາມຕ້ອງການທີ່ແທ້ຈິງໃນການນໍາໃຊ້ແຮງງານຢູ່ພາຍໃນເຂດເສດຖະກິດພິເສດ ນວ ສະນັ້ນ ເພື່ອເຮັດໃຫ້ວຽກງານການສ້າງ ການສະໜອງແຮງງານ ໃນອະນາຄົດຮັບປະກັນໄດ້ທາງດ້ານປະລິມານ-ຄຸນນະພາບ ແລະ ແທດເໝາະກັບຄວາມຕ້ອງການທີ່ແທ້ຈິງຂອງວິສາຫະກິດແຕ່ລະໄລຍະ ຈຶ່ງຈັດກອງປະຊຸມເພື່ອແລກປ່ຽນຄໍາຄິດຄໍາເຫັນດ້ານວິຊາການຢ່າງກົງໄປກົງມາຕາມຂອບເຂດສິດ ແລະ ພາລະບົດບາດຂອງຕົນ ເພື່ອເຮັດໃຫ້ໄດ້ຮັບຜົນສໍາເລັດຕາມຈຸດປະສົງຄາດໝາຍ ແລະ ເປັນທິດທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ທ່ານຮອງເຈົ້າຄອງ ນວ ກໍຍັງໄດ້ຊີ້ນໍາເພີ່ມເຕີມເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ຄະນະຄຸ້ມຄອງເຂດເສດຖະກິດພິເສດເປັນໃຈກາງໃນການປະສານງານ ເພື່ອຈັບຄູ່ຮ່ວມມືກັນລະຫວ່າງ ຜູ້ພັດທະນາ ຜູ້ລົງທຶນ ກັບຂະແໜງການທີ່ກ່ຽວຂ້ອງ ປັບປຸງຫຼັກສູດການຮຽນ-ການສອນ ໃຫ້ແທດເໝາະກັບຄວາມຕ້ອງການແຮງງານຕົວຈິງ ພາຍໃນເຂດເສດຖະກິດພິເສດ ສ້າງກົນໄກການຮ່ວມມື ຫຼື ສ້າງເປັນ (MOU) ລະຫວ່າງຜູ້ລົງທຶນ ກັບ ສະຖາບັນການສຶກສາຕ່າງໆ ໃນການຝຶກງານຕົວຈິງ ໃນສະຖານປະກອບການ (ໂຮງງານ ແລະ ອຶ່ນໆ) ໃຫ້ຜູ້ພັດທະນາ ຜູ້ລົງທຶນ ມີນະໂຍບາຍຮັບ ນັກສຶກສາ ໄລຍະພັກແລ້ງ ເຂົ້າເຮັດວຽກ ເພື່ອສ້າງຈິດສໍານຶກ ຄວາມມັກຮັກ ແລະ ຄຸ້ນເຄີຍກັບໜ້າວຽກ.

ຂ່າວໂດຍ ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments