Saturday, July 27, 2024
Homeຂ່າວພາຍໃນປິດໂຄງການກັນ ຄວບຄຸມ ແລະ ຕອບໂຕ້ ການແຜ່ລະບາດຂອງພະຍາດໂຄວິດ-19

ປິດໂຄງການກັນ ຄວບຄຸມ ແລະ ຕອບໂຕ້ ການແຜ່ລະບາດຂອງພະຍາດໂຄວິດ-19

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມປິດໂຄງການກັນ, ຄວບຄຸມ ແລະ ຕອບໂຕ້ ການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເປັນທາງການ ໃນວັນທີ 27 ທັນວາ ຜ່ານມາ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີກົມ, ສູນ, ໂຮງໝໍ ແລະ ພະແນກສາທາລະນະສຸກກ່ຽວຂ້ອງແຂວງໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

ພາຍຫຼັງໂຄງການດັ່ງກ່າວ ໄດ້ຖືກສ້າງຕັ້ງຂຶ້ນໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ຈົນມາເຖິງວັນທີ 27 ທັນວາ 2023 ໂດຍໂຄງການດັ່ງກ່່າວສ້າງຂຶ້ນມີຈຸດປະສົງ ເພື່ອຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ແລະ ເສີມຂະຫຍາຍຕໍ່ລະບົບສາທາລະນະສຸກ ໂດຍນຳໃຊ້ງົບປະມານທັງໝົດ 29,3 ລ້ານໂດລາ. ໃນນີ້, 5 ລ້ານໂດລາ ແມ່ນເງິນຊ່ວຍເຫຼືອ ແລະ ສ່ວນທີ່ເຫຼືອແມ່ນເງິນກູ້ຢືມ. ໂຄງການດັ່ງກ່າວໄດ້ເນັ້ນໃສ່ 4 ຈຸດຄື: ການຕອບໂຕ້ແບບສຸກເສີນຕໍ່ການລະບາດຂອງພະຍາດໂຄວິດ-19; ສ້າງຄວາມເຂັ້ມແຂງໃຫ້ລະບົບຕອບໂຕ້ການລະບາດແບບສຸກເສີນ; ການຄຸ້ມຄອງ, ຕິດຕາມ ແລະ ປະເມີນຜົນໂຄງການ; ສົ່ງເສີມການກຽມພ້ອມຕອບໂຕ້ຕໍ່ສຸກເສີນດ້ານສາທາລະນະສຸກ.

ພ້ອມນັ້ນ, ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຍັງຊ່ວຍຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຢ່າງດີ ທັງໄດ້ສ້າງໃຫ້ລະບົບສາທາລະນະສຸກມີຄວາມເຂັ້ມແຂງຂຶ້ນໃນຫຼາຍດ້ານ. ໃນນັ້ນ, ໂຄງການດັ່ງກ່າວຍັງຖືເປັນໂຄງການຕົວແບບໃນການຕອບໂຕ້ພະຍາດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າຕື່ມອີກ.

(ຂ່າວ: ວັນເພັງ, ຂໍ້ມູນ: ກະຊວງສາທາລະນະສຸກ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments