Saturday, July 27, 2024
Homeຂ່າວດ່ວນຢ່າຫລົງເຊື່ອໃນການໂຄສະນາເກີນຄວາມຈິງ

ຢ່າຫລົງເຊື່ອໃນການໂຄສະນາເກີນຄວາມຈິງ

ໃນປັດຈຸບັນຕ້ອງຍອມຮັບວ່າການເຜີຍແຜ່ຂໍ້ມູນຂ່າວສານຜ່ານລະບົບອອນລາຍແມ່ນວ່ອງໄວ ແລະ ມີຫລາຍຮູບແບບພໍສົມຄວນ ຊຶ່ງບັນດາຂໍ້ມູນຂ່າວສານດັ່ງກ່າວ ກໍມີທັງຂໍ້ມູນທີ່ເປັນຄວາມຈິງ ແລະ ຂໍ້ມູນທີ່ບິດເບືອນອຸປະໂຫລກຂຶ້ນ ເພື່ອຫວັງດຶງດູດກະແສນິຍົມຈາກສັງຄົມ ແລະ ຮ້າຍແຮງໄປກວ່ານັ້ນ ແມ່ນເພື່ອຕົວະຍົວະຫລອກລວງ ສ້າງຜົນປະໂຫຍດໃຫ້ແກ່ຕົນເອງ ແລະ ກຸ່ມກ້ອນ ດ້ວຍຮູບການໂຄສະນາ ທີ່ມີລັກສະນະຈູງໃຈ ເຊັ່ນຕົວຢ່າງ ໂຄສະນາສະໝັກວຽກທີ່ເປັນວຽກງ່າຍ, ສະບາຍ ແຕ່ໄດ້ຄ່າຕອບແທນສູງ ຊຶ່ງພົບເຫັນຫລາຍໃນບັນດາສື່ອອນລາຍຕ່າງໆ.

ຕໍ່ກັບກໍລະນີດັ່ງກ່າວ ທາງເຈົ້າໜ້າທີ່ ໂດຍສະເພາະແມ່ນກົມຕຳຫລວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ກົມໃຫຍ່ຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ມ້າງກຸ່ມໄລສົດເຕັ້ນໂຊຜ່ານສື່ອອນລາຍ ຊຶ່ງອີງຕາມຂໍ້ມູນຂ່າວສານສັງຄົມອອນລາຍ ເປັນຕົ້ນແມ່ນ,ເຟສບຸກ ແລະ ຕິກຕ໋ອກທີ່ເຜີຍແຜ່ຄີບວີດີໂອກ່ຽວ ກັບຄົນຕ່າງ ປະເທດ ໄດ້ລະດົມຂົນຂວາຍ ເອົາຍິງສາວຫລາຍຄົນມາໄລ້ສົດເຕັ້ນໂຊລົງສື່ສັງຄົມອອນລາຍ, ຕໍ່ກັບເຫດການດັ່ງກ່າວ ກົມຕໍາຫລວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ເກັບຂໍ້ມູນ ກໍສາມາດນຳໄປສູ່ການຈັບກຸມບຸກຄົນກ່ຽວຂ້ອງ ພ້ອມອຸປະກອນຕ່າງໆທີ່ປະກອບເຂົ້າໃນການໄລ້ສົດ. ຜ່ານການສຶບສວນ-ສອບສວນເບື້ອງຕົ້ນ ໄດ້ຮັບສາລະພາບວ່າ: ໄດ້ມາເຊົ່າ ເຮືອນ ຢູ່ເມືອງ ແລະ ແຂວງ ໄຊຍະບູລີ ຈາກນັ້ນໄດ້ປະກາດຮັບເອົາຍິງສາວຜ່ານສື່ອອນລາຍ ເພື່ອມາໄລສົດເຕັ້ນໂຊຜ່ານແອບຕິກຕອ໋ກ ມີທີພັກອາໄສໃຫ້ ແລະ ເງິນເດືອນ 1.000.000 ກີບ/ເດືອນ(ໜຶ່ງລ້ານກີບ), ຖ້າຜູ້ໃດເຮັດວຽກໄດ້ດົນ ຫລື ໃນຄະນະໄລ້ສົດຄົນທີ່ເຂົ້າມາເບິ່ງ ສົ່ງຂອງຂັວນໃຫ້ຫລາຍ, ຄົນນັ້ນຈະໄດ້ຮັບເງິນເພີ້ມຕາມຈຳນວນຂອງຂັວນ ປະມານ 1.000.000ກີບ ຫາ 1.500.000ກີບ/ເດືອນ (ໜື່ງລ້ານຫາໜື່ງລ້ານຫ້າແສນກີບ). ໃນການໄລ້ສົດນັ້ນແມ່ນເຮັດສອງຄັ້ງຕໍ່ມື້, ຄັ້ງທີ່ໜື່ງແມ່ນເລີ້ມແຕ່ເວລາ13:00 ຫາ17:00 ໂມງ, ຄັ້ງທີ່ສອງເລີ່ມແຕ່ເວລາ19:00 ຫາ 00:00 ໂມງ ຊຶ່ງເດັກຍິງທີ່ມາເຕັ້ນໂຊນັ້ນ ສ່ວນໃຫຍ່ມີອາຍຸຕໍ່າກວ່າ 18ປີ, ການກະທໍາດັ່ງກ່າວແມ່ນຂັດຕໍ່ກົດໝາຍ ແລະ ວັດ ທະນະທໍາຂອງຊາດ, ຕໍ່ກັບຄະດີດັ່ງກ່າວ ກົມຕໍາຫລວດສະກັດກັ້ນ ແລະ ຕ້ານການຄ້າມະນຸດກຳລັງສຶບຕໍ່ຂະຫຍາຍຜົນນໍາເອົາພັກພວກທີ່ຮ່ວມກັນກະທໍາຜິດມາດໍາເນີນຄະດີຕາມລະບຽບກົດໝາຍຂອງ ສປປລາວ.

ດັ່ງນັ້ນຈຶ່ງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ,ພະນັກງານ,ທະຫານ,ຕໍາຫລວດ ຈົ່ງເອົາໃຈໃສ່ສຶກສາອົບຮົມລູກຫລານຂອງຕົນເອງ ໃຫ້ມີສະຕິລະວັງຕົວບໍ່ຫລົງເຊື່ອຄຳໂຄສະນາທີ່ເກີນຈິງ ເພື່ອບໍ່ໃຫ້ກຸ່ມຄົນບໍ່ດີມາຕົວະຍົວະຫລອກລວງ ເອົາລູກຫລານຂອງຕົນເອງໄປເຄື່ອນໄຫວໃນສິ່ງທີບໍ່ດີ. ກໍລະນີພົບເຫັນພຶດຕິກໍາດັ່ງກ່າວ ໃຫ້ໂທຫາກົມຕໍາ ຫລວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເບິໂທສາຍດ່ວນ 1300 ແລະ ເບີໂທວອດແອບ 020 22881300.

ໂດຍ: ໄໝຄຳຍ້ອມສິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments